Skip to main content

Author: Mitlandone Thepninhom

“ທ່ານ ອຸທັນ ໄຕລິດທິ” ຮັບການແຕ່ງຕັ້ງເປັນຮອງປະທານສະຫະພັນກິລາຍິງປືນແຫ່ງຊາດລາວ ຢ່າງເປັນທາງການ

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ໄດ້ອອກຂໍ້ຕົກລົງປະກາດແຕ່ງຕັ້ງທ່ານ ອຸທັນ ໄຕລິດທິ ປະທານບໍລິສັດ ລາວສະແຕນດາດ ຄອນໂທຣ ຈຳກັດ ໃຫ້ເປັນຮອງປະທານສະຫະພັນກິລາຍິງປືນແຫ່ງຊາດລາວ ຢ່າງເປັນທາງການ ເພື່ອກຽມຄວາມພ້ອມໃນການນຳພາທັບນັກກິລາຍິງປືນທີມຊາດລາວ ເຂົ້າຮ່ວມສ້າງຜົນງານກິລາໃນລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນກຽມຄວາມພ້ອມເຂົ້າຮ່ວມງານມະຫາກຳກິລາຊີເກມ ຄັ້ງທີ 34 ທີ່ປະເທດມາເລເຊຍ ຮັບກຽດເປັນເຈົ້າພາບ ໃນປີ 2027 ນີ້. ອີງຕາມດຳລັດຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງ ສສກ ສະບັບເລກທີ 90/ນຍ, ລງວັນທີ 20 ເມສາ 2026 ແລະ ອີງຕາມຂໍ້ຕົກລົງຂອງລັດຖະມົນຕີ ກະຊວງ ສສກ ສະບັບເລກທີ 8909/ສກກ,...

Continue reading

ພຽງມື້ທຳອິດ ນັກກິລາຈູຈິດຊູລາວ ຍາດມາໄດ້ແລ້ວ 1 ຫຼຽນເງິນ ແລະ 2 ຫຼຽນທອງ ລາຍການຊີງແຊ້ມອາຊຽນ 2026 ທີ່ປະເທດກຳປູເຈຍ

ທັບນັກກິລາຈູຈິດຊູທີມຊາດລາວ ປະເດີມສະໜາມລົງສະໜາມແຂ່ງຂັນໃນມື້ທຳອິດ 21 ສິງຫາ 2026 ສາມາດຍາດໄດ້ 1 ຫຼຽນເງິນ ແລະ 2 ຫຼຽນທອງ ໃນການແຂ່ງຂັນກິລາ ຈູຈິດຊູ ຊີງແຊ້ມອາຊຽນ ປະຈຳປີ 2026 ຈັດຂຶ້ນ ລະຫວ່າງວັນທີ 21-23 ສິງຫາ 2026 ທີ່ປະເທດກຳປູເຈຍ ຮັບກຽດເປັນເຈົ້າພາບ. ການແຂ່ງຂັນກິລາ ຈູຈິດຊູ ຊີງແຊ້ມອາຊຽນ ປະຈຳຈປີ 2026 ມີນັກກິລາໃນຂົງເຂດອາຊຽນເຂົ້າຮ່ວມຊີງໄຊ 8 ຊາດ ບໍ່ມີ 3 ຊາດ ຄື ໄທ, ບຣູໄນ ແລະ ຕີມໍ ເລດເຕ້ ເຂົ້າຮ່ວມແຂ່ງຂັນ ການແຂ່ງຂັນດຳເນີນໃນໄລຍະ 3 ວັນ ມີການຊີງໄຊທັງໝົດ 223 ລາຍການ, ໃນນັ້ນ ທັບນັກກິລາຈູຈິດຊູທີມຊາດລາວ ສົ່ງທັບນັກກິລາເຂົ້າຮ່ວມ 5 ຄົນ ຈາກ 8...

Continue reading

“ພູຜາ ຈັນທະວົງ” ໜຶ່ງດຽວເຍົາວະຊົນລາວ ຮ່ວມຝຶກຊ້ອມກັບນັກກິລາເທັນນິດອັນດັບຕົ້ນໆຂອງໂລກ

ທ້າວ ພູຜາ ຈັນທະວົງ ນັກກິລາເທັນນິດເຍົາວະຊົນ ມື 1 ປະເທດລາວ ຮຸ່ນອາຍຸ 14 ປີ ໄດ້ອອກເດີນທາງໄກຂ້າມທະວີບ ໄປຍົກລະດັບຄວາມຮູ້ຄວາມສາມາດໃນການຝຶກທັກສະກິລາເທັນນິດທີ່ສູນຝຶກກິລາເທັນນິດລະດັບໂລກ ໃນແຄ້ມຂອງ ນາດາວ ນັກກິລາເທັນນິດມືອັນດັບຕົ້ນໆຂອງໂລກ ເປັນເວລາສອງອາທິດ ລະຫວ່າງວັນທີ 16-30 ສິງຫາ 2026 ທີ່ເມືອງມາໂລກາ ປະເທດແອັດສະປາຍ ຫຼື ສະເປນ. ໃນແຄ້ມຝຶກຊ້ອມດັ່ງກ່າວ ມີນັກກິລາໃນທົ່ວໂລກ ບໍ່ວ່າຈະເປັນມາຈາກອາເມຣິກາ, ຝຣັ່ງ, ອີຕາລີ ແລະ ບັນດາປະເທດໃນຂົງເຂດທະວີບອາຊີ ຮ່ວມຝຶກຊ້ອມ ຊຶ່ງໂຄງການນີ້ ທ່ານ ພອນເພັງ ຈັນທະວົງ ເຈົ້າຂອງສະໂມສອນ ເທັນນິດ ພູຜາ ດອນນົກຂຸ້ມ ຊຶ່ງເປັນຜູ້ປົກຄອງຂອງທ້າວ ພູຜາ ຈັນທະວົງ ໄດ້ໃຊ້ທຶນສ້າງຂຶ້ນມາ ເພື່ອສົ່ງເສີມລູກຊາຍ...

Continue reading

ກອງປະຊຸມຜູ້ບໍລິຫານການສຶກສາ ທົ່ວປະເທດ ປະຈຳສົກປີ 2025-2026 ອັດລົງດ້ວຍຜົນສຳເລັດ, ທ່ານຮອງນາຍົກລັດຖະມົນຕີ ເນັ້ນໃຫ້ເອົາໃຈໃສ່ 8 ບັນຫາ ແກ້ໄຂການປະລະການຮຽນ ແລະ ຍົກສູງຄຸນນະພາບການສຶກສາ ໃນໄລຍະໃໝ່

ກອງປະຊຸມຜູ້ບໍລິຫານການສຶກສາ ທົ່ວປະເທດ ປະຈຳສົກຮຽນ 2025-2026 ໄດ້ອັດລົງຢ່າງເປັນທາງການ ໃນວັນທີ 20 ສິງຫາ 2026 ຢູ່ທີ່ຫ້ອງປະຊຸມໃຫຍ່ ມະຫາວິທະຍາໄລສຸພານຸວົງ ແຂວງຫຼວງພະບາງ ຫຼັງຈາກໄດ້ດຳເນີນມາເປັນເວລາ 2 ວັນ (19-20 ສິງຫາ 2026) ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຮອງປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ສະພາແຫ່ງຊາດ, ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດ, ຫົວໜ້າຫ້ອງການ, ຫົວໜ້າກົມ-ຮອງກົມ,...

Continue reading

ກົມພັດທະນາຄູ ແລະ ການບໍລິຫານການສຶກສາ ຈັດກອງປະຊຸມໜ່ວຍງານຂະແໜງການຍ່ອຍການສຶກສາຄູ ປະຈຳໄຕມາດທີ 2 ປີ 2026

ກົມພັດທະນາຄູ ແລະ ການບໍລິຫານການສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການຍ່ອຍການສຶກສາຄູ ປະຈຳໄຕມາດທີ 2 ປີ 2026 ໃນວັນທີ 21 ສິງຫາ 2026 ທີ່ຕຶກໄອຊີທີ ກະຊວງສຶກສາທິການ ແລະ ກິລາ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ລຳພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ການບໍລິຫານການສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ Michael Carey ເລຂາເອກ ດ້ານການພັດທະນາຊັບພະຍາກອນມະນຸດ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ແລະ ທ່ານ Ezekiel Makhong ຜູ້ປະສານງານໂຄງການຂອງອົງການອຸຍເນັດໂກ (UNESCO) ປະຈຳ ສປປ ລາວ. ມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຜູ້ອຳນວຍການສະຖາບັນ, ຜູ້ຕາງໜ້າຈາກຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລຄູດົງຄຳຊ້າງ,...

Continue reading

ໝາຍເວ ມອບເຄື່ອງນຸ່ງກິລາ 220 ຊຸດ ຊຸກຍູ້ກິດຈະກຳບານເຕະ ມິດຕະພາບ ຊົມເຊີຍວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ

ວິສາຫະກິດ ສ່ວນບຸກຄົນ ໝາຍເວ ສະປອດແວລາວ ຫຼື My Way Sportswear LAOS ສືບຕໍ່ໃຫ້ການສະໜັບສະໜູນຫຼັກ ດ້ວຍການມອບເຄື່ອງນຸ່ງກິລາ ຈຳນວນ 220 ຊຸດ ມູນຄ່າ 50 ລ້ານກີບ ສົ່ງເສີມກິດຈະກຳການແຂ່ງຂັນກິລາບານເຕະ ມິດຕະພາບ 6 ພາກສ່ວນ ເນື່ອງໃນໂອກາດເປັນການຊົມເຊີຍວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ (13 ສິງຫາ 1950 ຫາ 13 ສິງຫາ 2026) ຈະຈັດຂຶ້ນ ໃນວັນທີ 29 ສິງຫາ 2026ນີ້ ທີ່ເດີ່ນບານເຕະຫຍ້າທຽມ ເບ ສະຫວັນ ບ້ານຄຳສະຫວາດ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ. ພິທີມອບ-ຮັບເສື້ອກິລາໃນຄັ້ງນີ້ ຈັດຂຶ້ນໃນວັນທີ 20 ສິງຫາ 2026 ທີ່ຫ້ອງການ ໝາຍເວ ບ້ານເມືອງວາທົ່ງ ເມືອງສີໂຄດຕະບອງ ກ່າວມອບໂດຍທ່ານ ທ່ານ ນາງ ພິດສະໄໝ ເນົາວະຣັງສີ ຜູ້ອຳນວຍການວິສາຫະກິດ...

Continue reading

ສະຫະພັນກິລາກັອບແຫ່ງຊາດລາວ ຈັດກອງປະຊຸມໃຫຍ່ ສະໄໝສາມັນ ສົກປີ 2020-2025

ສະຫະພັນກິລາກັອບແຫ່ງຊາດລາວ ຈັດກອງປະຊຸມໃຫຍ່ ເພື່ອສະຫຼຸບຕີລາຄາຜົນງານການເຄື່ອນໄຫວ ໃນໄລຍະສົກປີ 2020-2025 ແລະ ວາງທິດທາງແຜນດານເຄື່ອນໄຫວຕໍ່ໜ້າ ໃນວັນທີ 20 ສິງຫາ 2026 ທີ່ຫ້ອງປະຊຸມກົມກິລາລະດັບສູງ (ຕຶກເຈົ້າອານຸວົງ) ກະຊວງສຶກສາທິການ ແລະ ກິລາ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ກອງສີ ແສງມະນີ ປະທານສະຫະພັນກິລາກັອບແຫ່ງຊາດລາວ, ມີຄະນະບໍລິຫານງານສະຫະພັນ, ຕາງໜ້າຈາກກົມກິລາລະດັບສູງ, ສະຫະພັນກິລາກັອບແຂວງ, ແຂກຖືກເຊີນ, ຜູ້ໃຫ້ການສະໜັບສະໜູນ ແລະ ສື່ມວນຊົນ ເຂົ້າຮ່ວມ. ກອງປະຊຸມດັ່ງກ່າວ, ໄດ້ມີຈຸດປະສົງສຳຄັນ ເພື່ອສະຫຼຸບຕີລາຄາຜົນງານ ແລະ ການເຄື່ອນໄຫວຂອງສະຫະພັນກິລາກັອບແຫ່ງຊາດລາວ ໃນໄລຍະສົກປີ 2020-2025,...

Continue reading

ສູນກາງຊາວໜຸ່ມ ມອບໃບຍ້ອງຍໍ ແລະ ປະດັບຫຼຽນຊາວໜຸ່ມຕະລຸມບອນ ໃຫ້ຄະນະນັກກິລາລາວ ທີ່ສ້າງຜົນງານໄດ້ຢ່າງພົ້ນເດັ່ນ 3 ງານໃຫຍ່ລະດັບພາກພື້ນ ແລະ ສາກົນ

ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ໄດ້ມີການຈັດພິທີມອບ-ຮັບໃບຍ້ອງຍໍ ແລະ ປະດັບຫຼຽນຊາວໜຸ່ມຕະລຸມບອນ ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອສະແດງຄວາມຍ້ອງຍໍຊົມເຊີຍ ແລະ ເປັນກຳລັງໃຈໃຫ້ແກ່ ຄະນະນຳ, ຄູຝຶກ ແລະ ນັກກິລາທີມຊາດລາວ ທີ່ສ້າງຜົນງານ ແລະ ສ້າງຊື່ສຽງໃຫ້ປະເທດຊາດ ໃນການເຂົ້າຮ່ວມງານມະຫາກຳກິລາຊີເກມ ຄັ້ງທີ 33, ງານມະຫາກຳກິລາອາຊຽນພາຣາເກມ ຄັ້ງທີ 13 ແລະ ງານມະຫາກຳກິລາບານເຕະນັກສຶກສາ ສາກົນ ຄັ້ງທີ 1 ຂຶ້ນໃນຕອນບ່າຍວັນທີ 20 ສິງຫາ 2026 ທີ່ຫ້ອງປະຊຸມໃຫຍ່ (ຊັ້ນ 3 ຕຶກສົມໄຊ) ສຊປລ ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານ ແລະ ມອບໂດຍ ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ມີທ່ານ...

Continue reading