ກອງປະຊຸມຜູ້ບໍລິຫານການສຶກສາ ທົ່ວປະເທດ ປະຈຳສົກປີ 2025-2026 ອັດລົງດ້ວຍຜົນສຳເລັດ, ທ່ານຮອງນາຍົກລັດຖະມົນຕີ ເນັ້ນໃຫ້ເອົາໃຈໃສ່ 8 ບັນຫາ ແກ້ໄຂການປະລະການຮຽນ ແລະ ຍົກສູງຄຸນນະພາບການສຶກສາ ໃນໄລຍະໃໝ່
24/08/2026

ກອງປະຊຸມຜູ້ບໍລິຫານການສຶກສາ ທົ່ວປະເທດ ປະຈຳສົກຮຽນ 2025-2026 ໄດ້ອັດລົງຢ່າງເປັນທາງການ ໃນວັນທີ 20 ສິງຫາ 2026 ຢູ່ທີ່ຫ້ອງປະຊຸມໃຫຍ່ ມະຫາວິທະຍາໄລສຸພານຸວົງ ແຂວງຫຼວງພະບາງ ຫຼັງຈາກໄດ້ດຳເນີນມາເປັນເວລາ 2 ວັນ (19-20 ສິງຫາ 2026) ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຮອງປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ສະພາແຫ່ງຊາດ, ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດ, ຫົວໜ້າຫ້ອງການ, ຫົວໜ້າກົມ-ຮອງກົມ, ຜູ້ອຳນວຍການສະຖາບັນ, ປະທານສະມາຄົມການສຶກສາພາກເອກະຊົນ, ຫົວໜ້າຫ້ອງການກຳມາທິການສຶກສາສົງສູນກາງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫຼວງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ/ນະຄອນຂອງແຂວງຫຼວງພະບາງ, ຜູ້ອຳນວຍການວິທະຍາໄລເຕັກນິກວິຊາຊີບ, ວິທະຍາໄລຄູ, ສູນການສຶກສານອກໂຮງຮຽນ, ຜູ້ອຳນວຍການບໍລິສັດລັດວິສາຫະກິດ ພ້ອມດ້ວຍຄະນະຮັບຜິດຊອບ ແລະ ຜູ້ແທນກອງປະຊຸມເຂົ້າຮ່ວມຢ່າງພ້ອມພຽງ.
ໃນວາລະປິດກອງປະຊຸມ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ຊີ້ນຳທິດທາງການດຳເນີນງານ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມເຫັນດີເປັນເອກະພາບຕໍ່ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດງານໃນສົກຮຽນຜ່ານມາ, ພ້ອມທັງຍົກໃຫ້ເຫັນຜົນງານພົ້ນເດັ່ນ ທີ່ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ໄດ້ຮ່ວມກັນສູ້ຊົນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X. ໃນນັ້ນບັນຫາຄູອາສາໄດ້ຮັບການແກ້ໄຂ, ເລີ່ມຈັດຕັ້ງປະຕິບັດດຳລັດວ່າດ້ວຍການທົດແທນຄູ, ດຳລັດວ່າດ້ວຍມະຫາວິທະຍາໄລສ້າງຄູແຫ່ງຊາດ, ການອຸດໜູນຄ່າຄອງຊີບຂອງຄູ, ການປັບປຸງກົງຈັກການຈັດຕັ້ງກະຊວງ ແລະ ການຄົ້ນຄວ້າວາງທິດທາງປັບປຸງຫຼັກສູດ 6+3+3 ເຊິ່ງຖືເປັນພື້ນຖານສຳຄັນໃນການຍົກສູງຄຸນນະພາບການສຶກສາໃນຊຸມປີຕໍ່ໜ້າ.
ເພື່ອແກ້ໄຂສິ່ງທ້າທາຍ ແລະ ຮຽກຮ້ອງໃຫ້ຜູ້ບໍລິຫານການສຶກສາທຸກຂັ້ນ ປັບຕົວໃຫ້ທັນກັບການປ່ຽນແປງທາງເຕັກໂນໂລຊີ ແລະ ສັງຄົມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ເນັ້ນໃສ່ 8 ທິດທາງ ແລະ ມາດຕະການ ສຳລັບສົກຮຽນ 2026-2027 ດັ່ງນີ້:
1. ການປະຕິບັດ ແລະ ປັບປຸງຕົວຊີ້ວັດ: ສືບຕໍ່ຄົ້ນຄວ້າ, ກວດກາ ແລະ ຊອກຫາມາດຕະການສູ້ຊົນປະຕິບັດບັນດາຕົວຊີ້ວັດທີ່ຍັງບໍ່ທັນບັນລຸ, ໂດຍຈະມີການປະເມີນ ແລະ ປັບປຸງຕື່ມໃນສົກຮຽນ 2027-2028 ໃຫ້ສອດຄ່ອງກັບຄວາມສາມາດຕົວຈິງ;
2. ການແກ້ໄຂການປະລະການຮຽນ ແລະ ຍົກສູງຄຸນນະພາບຄູ ໃນນີ້, ການປະລະການຮຽນ ແມ່ນໃຫ້ເພີ່ມພູນການປະສານງານ 3 ກຸ່ມເປົ້າໝາຍ (ນັກຮຽນ, ຜູ້ປົກຄອງ, ອຳນາດການປົກຄອງ) ໂດຍໃຊ້ປະສົມປະສານມາດຕະການບໍລິຫານ, ຈິດຕະສາດ ແລະ ເສດຖະກິດ. ສ້າງຫ້ອງຮຽນໃຫ້ເປັນ “ເຮືອນຫຼັງທີສອງ” ແລະ ນຳໃຊ້ທຸກກຳລັງໃນສັງຄົມ ເຂົ້າໃນການແນະແນວ-ຊວນເຊື່ອ. ສ່ວນຄຸນນະພາບຄູ ແມ່ນຈັດວາງຄູໃຫ້ຖືກຕາມສາຂາວິຊາ, ສືບຕໍ່ຝຶກອົບຮົມ, ຈັດການສອບເສັງແຂ່ງຂັນຄູເກັ່ງ, ຍ້ອງຍໍຄູທີ່ມີຜົນງານດີເດັ່ນ ແລະ ປະຕິບັດນິຕິກຳກ່ຽວກັບລັດຖະກອນຄູຢ່າງເຂັ້ມງວດ.
3. ການຍົກສູງບົດບາດຜູ້ອຳນວຍການສະຖານການສຶກສາ: ສ້າງຫຼັກສູດຝຶກອົບຮົມຜູ້ອຳນວຍການໂຮງຮຽນກ່ອນການແຕ່ງຕັ້ງ, ສົ່ງເສີມຮູບແບບໂຮງຮຽນຕົວແບບທີ່ບໍລິຫານຢ່າງມີວິໄນ ແລະ ສົມທົບແໜ້ນກັບ 3 ພາກສ່ວນ (ນັກຮຽນ, ຜູ້ປົກຄອງ, ຄະນະອຳນວຍການ).
4. ການສ້າງຂະບວນການຮຽນ-ການສອນ, ວິທະຍາສາດ ແລະ ກິລາ: ຊຸກຍູ້ການແຂ່ງຂັນນັກຮຽນເກັ່ງ-ຄູເກັ່ງ, ການຄິດໄລ່ໄວ, ການອ່ານ, ການແຕ່ງກາບກອນ, ປະດິດສ້າງຫຸ່ນຍົນ (Robot), ກິລາ ແລະ ສິນລະປະ. ພ້ອມທັງກະກຽມສະຫຼອງວັນຄູແຫ່ງຊາດ (7 ຕຸລາ 2026) ແລະ ວັນມູນເຊື້ອຂະແໜງສຶກສາ ຄົບຮອບ 71 ປີ (6 ມັງກອນ 1956 – 6 ມັງກອນ 2027).
5. ການຄົ້ນຄວ້າວິທະຍາສາດ ແລະ ການກິລາ: ຫັນແຜນຍຸດທະສາດວິທະຍາສາດໃຫ້ເປັນຜະລິດຕະພັນຮັບໃຊ້ສັງຄົມ; ສ້າງຍຸດທະສາດການກິລາ ຮອດປີ 2035; ປັບປຸງສະຖາບັນກິລາ-ກາຍະຍະກຳ ໃຫ້ເປັນສູນກາງສ້າງນັກກິລາ ແລະ ຄູກິລາ.
6. ການປັບປຸງກົນໄກ ແລະ ແບບແຜນວິທີເຮັດວຽກ: ປັບປຸງລະບຽບການເຮັດວຽກຂອງພະແນກ ແລະ ຫ້ອງການສຶກສາໃຫ້ມີຄວາມໂປ່ງໄສ, ເພີ່ມປະສິດທິພາບການປະເມີນຜົນ (ມີຂຶ້ນ-ມີລົງ, ມີເຂົ້າ-ມີອອກ) ແລະ ສົ່ງເສີມການນຳໃຊ້ເທັກໂນໂລຊີ, ດີຈີຕອນ ແລະ AI ເຂົ້າໃນການບໍລິຫານ ແລະ ການຮຽນຕະຫຼອດຊີວິດ.
7. ການປັບປຸງຫຼັກສູດ 6+3+3 ແລະ ການສ້າງຄູຕາມຄວາມຕ້ອງການ: ເຜີຍແຜ່ເນື້ອໃນກອງປະຊຸມໃຫ້ທົ່ວເຖິງທຸກຂັ້ນ; ການສ້າງຄູຕ້ອງຫັນຕາມຄວາມຕ້ອງການຕົວຈິງຂອງທ້ອງຖິ່ນ; ນຳໃຊ້ມະຕິ ເລກທີ 09 ຂອງລັດຖະບານ ເພື່ອດຶງເອົາຄູບຳນານທີ່ມີປະສົບການກັບມາຊ່ວຍສິດສອນ (ຮັບນະໂຍບາຍ 70% ຂອງເງິນເດືອນ) ແລະ ຕໍ່ອາຍຸອາຈານສອນທີ່ມີຄວາມສາມາດຕື່ມ 5 ປີ.
8. ການກະກຽມເປີດສົກຮຽນໃໝ່ 2026-2027: ຖືເອົາການເປີດສົກຮຽນໃໝ່ເປັນ “ປາງບຸນ” ແຫ່ງການສ້າງຄົນ ເພື່ອອານະຄົດຂອງປະເທດຊາດ; ເອົາໃຈໃສ່ແກ້ໄຂບັນຫາປຶ້ມແບບຮຽນບໍ່ໃຫ້ຄ້າງສາງ, ເຄື່ອງແບບນັກຮຽນ (ອະນຸຍາດໃຫ້ນຸ່ງຊຸດຊົນເຜົ່າ 1-2 ວັນ/ອາທິດ) ແລະ ອາຫານກາງເວັນ; ຊ່ວຍເຫຼືອນັກຮຽນທຸກຍາກ, ດ້ອຍໂອກາດ, ຊົນເຜົ່າ ບໍ່ໃຫ້ມີໂຮງຮຽນຮ້າງ ຫຼື ໂຮງຮຽນທີ່ບໍ່ມີຄູສອນ; ເພີ່ມທະວີການຄຸ້ມຄອງໂຮງຮຽນພາກເອກະຊົນ ແລະ ການຈັດສົ່ງນັກຮຽນໄປຮຽນຕ່າງປະເທດໃຫ້ມີຄຸນນະພາບ; ຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ ເຊັ່ນ: ສະກັດກັ້ນການສໍ້ລາດບັງຫຼວງ, ຢາເສບຕິດ, ນ້ຳກະທ້ອມ ແລະ ເດັດຂາດບໍ່ໃຫ້ມີຂໍ້ສອບຮົ່ວໄຫຼ ຫຼື ການຊື້ຈ້າງສອບເສັງ.
ໃນໂອກາດດັ່ງກ່າວ, ກອງປະຊຸມຍັງໄດ້ຈັດພິທີຍ້ອງຍໍ ແລະ ເຊີດຊູຜົນງານຂອງບຸກຄົນດີເດັ່ນ ທີ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາການສຶກສາ ເຊັ່ນ: ທ່ານ ນາງ ວົງເພັດ ອ່ອນສີມາ ຄູໂຮງຮຽນສາທິດ ຜູ້ສອນຜ່ານສື່ອອນລາຍ ແລະ ທ່ານ ຈິດຕິໄຊ ພົມມະແສງ ນັກທຸລະກິດຜູ້ລະດົມທຶນຊ່ວຍປັບປຸງໂຮງຮຽນ 6 ໂຄງການ ພາຍໃຕ້ໂຄງການ “ຄົນລາວບໍ່ຖິ້ມກັນ”.
ໃນຕອນທ້າຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ສະແດງຄວາມເຊື່ອໝັ້ນວ່າ ສົກຮຽນ 2026-2027 ຈະເປັນສົກຮຽນແຫ່ງການຫັນປ່ຽນຢ່າງແຂງແຮງ, ພ້ອມທັງຂອບໃຈທາງການນຳ ແລະ ປະຊາຊົນແຂວງຫຼວງພະບາງ ທີ່ໄດ້ໃຫ້ການຕ້ອນຮັບ ແລະ ອຳນວຍຄວາມສະດວກໃຫ້ກອງປະຊຸມຄັ້ງນີ້ ສຳເລັດຜົນຢ່າງງົບງາມ.















