Skip to main content

ກົມພັດທະນາຄູ ແລະ ການບໍລິຫານການສຶກສາ ຈັດກອງປະຊຸມໜ່ວຍງານຂະແໜງການຍ່ອຍການສຶກສາຄູ ປະຈຳໄຕມາດທີ 2 ປີ 2026

24/08/2026
ກົມພັດທະນາຄູ ແລະ ການບໍລິຫານການສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການຍ່ອຍການສຶກສາຄູ ປະຈຳໄຕມາດທີ 2 ປີ 2026 ໃນວັນທີ 21 ສິງຫາ 2026 ທີ່ຕຶກໄອຊີທີ ກະຊວງສຶກສາທິການ ແລະ ກິລາ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ລຳພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ການບໍລິຫານການສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ Michael Carey ເລຂາເອກ ດ້ານການພັດທະນາຊັບພະຍາກອນມະນຸດ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ແລະ ທ່ານ Ezekiel Makhong ຜູ້ປະສານງານໂຄງການຂອງອົງການອຸຍເນັດໂກ (UNESCO) ປະຈຳ ສປປ ລາວ. ມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຜູ້ອຳນວຍການສະຖາບັນ, ຜູ້ຕາງໜ້າຈາກຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລຄູດົງຄຳຊ້າງ, ວິທະຍາໄລຄູສົງອົງຕື້, ຜູ້ອຳນວຍການວິທະຍາໄລຄູທົ່ວປະເທດ, ພ້ອມດ້ວຍຕາງໜ້າຈາກຄູ່ຮ່ວມພັດທະນາ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີເປີດກອງປະຊຸມ, ທ່ານ ປອ ລຳພູນ ຫຼວງໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ ແລະ ກອງເລຂາ ທີ່ໄດ້ເອົາໃຈໃສ່ຫ້າງຫາກະກຽມເນື້ອໃນຢ່າງຮອບດ້ານ. ທ່ານໄດ້ເນັ້ນໜັ້ນວ່າ ກອງປະຊຸມຄັ້ງນີ້ ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ເພາະເປັນການສະຫຼຸບປະເມີນຜົນການຈັດຕັ້ງປະຕິບັດງານ, ຄົ້ນຄວ້າຂໍ້ຄົງຄ້າງ ແລະ ສິ່ງທ້າທາຍໃນໄລຍະຜ່ານມາ ເພື່ອກຳນົດທິດທາງແຜນການຮ່ວມກັນໃນຕໍ່ໜ້າ. ທັງນີ້, ໃນປີ 2026 ນີ້ ແມ່ນປີທຳອິດຂອງການລິເລີ່ມຈັດຕັ້ງປະຕິບັດ ແຜນພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ຄັ້ງທີ 10 (2026-2030). ແນວໃດກໍດີ, ວຽກງານການສຶກສາຄູຍັງມີຫຼາຍກິດຈະກຳທີ່ຈະຕ້ອງໄດ້ສືບຕໍ່ສານຕໍ່ຈາກແຜນພັດທະນາ ຄັ້ງທີ 9 (2021-2025). ຜົນງານທີ່ພົ້ນເດັ່ນໃນໄລຍະຜ່ານມາ ປະກອບມີ ເພື່ອຮັບໃຊ້ວຽກງານການສຶກສາຄູໃຫ້ມີຄວາມຮັດກຸມ ແລະ ສອດຄ່ອງ; ເສີມສ້າງຄວາມເຂັ້ມແຂງໃຫ້ສະຖານການສ້າງຄູ ແລະ ວຽກງານສຶກສານິເທດ ທັງໃນລະດັບວິທະຍາໄລຄູ, ຂັ້ນແຂວງ ແລະ ຂັ້ນເມືອງ; ເພີ່ມທັກສະ ແລະ ຂີດຄວາມສາມາດໃນການສິດສອນໃຫ້ຄູປະຈຳການ ໃນການນຳໃຊ້ຫຼັກສູດໃໝ່.
ໂດຍທຸກໆກິດຈະກຳແມ່ນແນໃສ່ສະໜັບສະໜູນ ລະບົບການພັດທະນາວິຊາຊີບແບບຕໍ່ເນື່ອງ (CPD) ຂອງຄູ ໃຫ້ມີປະສິດທິພາບ ແລະ ທົ່ວເຖິງ ເພື່ອເປົ້າໝາຍສູງສຸດໃນການປັບປຸງຄຸນນະພາບການຮຽນ-ການສອນໃຫ້ດີຂຶ້ນຢ່າງຕໍ່ເນື່ອງ. ຜົນສຳເລັດທັງໝົດນີ້ ແມ່ນເກີດຈາກການຮ່ວມມື ແລະ ສະໜັບສະໜູນຢ່າງໃກ້ຊິດ ທັງດ້ານວິຊາການ ແລະ ງົບປະມານ ຈາກບັນດາຄູ່ຮ່ວມພັດທະນາ.
ທ່ານຫົວໜ້າກົມພັດທະນາຄູ ແລະ ການບໍລິຫານການສຶກສາ ກ່າວອີກວ່າ: ສຳລັບກອງປະຊຸມຄັ້ງນີ້ ໄດ້ມີການນຳສະເໜີ 4 ຫົວຂໍ້ຫຼັກ ຄື: ແນະນຳພາບລວມຂອງກົມ ພຄບ ແລະ ທິດທາງການຫັນປ່ຽນວຽກງານການສຶກສາຄູໃນໄລຍະໃໝ່; ສະຫຼຸບຜົນການຈັດຕັ້ງປະຕິບັດງານໃນໄຕມາດທີ 2 ແລະ ວາງທິດທາງແຜນການໄຕມາດທີ 3 ປີ 2026; ນຳສະເໜີພາບລວມການຈັດຕັ້ງປະຕິບັດວຽກງານສຶກສານິເທດພາຍໃນວິທະຍາໄລຄູ ທີ່ໄດ້ຮັບການສະໜັບສະໜູນຈາກຄູ່ຮ່ວມພັດທະນາ; ລາຍງານຜົນການຄົ້ນພົບທີ່ສຳຄັນ ຈາກການສຳຫຼວດທ້າຍໂຄງການ iTEAM2.
ໃນຕອນທ້າຍ, ທ່ານ ປອ ລຳພູນ ຫຼວງໄຊ ໄດ້ຮຽກຮ້ອງໃຫ້ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມທຸກພາກສ່ວນ ຈົ່ງພ້ອມກັນປະກອບຄຳຄິດຄຳເຫັນ, ຖອດຖອນບົດຮຽນ ແລະ ສົນທະນາຢ່າງກົງໄປກົງມາ ເພື່ອໃຫ້ກອງປະຊຸມບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ຢ່າງມີປະສິດທິຜົນ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ