ເບ ສະຫວັນ ມອບເຄື່ອງກິລາໃຫ້ ປກສ ນວ ໃນໂອກາດສະຫຼອງວັນສ້າງກຳລັງ ປກສ ຄົບຮອບ 51 ປີ
ບໍລິສັດ ເບ ສະຫວັນ ອິນເຕີ ຈຳກັດ ມອບເຄື່ອງກິລາ ຈຳນວນ 20 ຊຸດ ສະໜັບສະໜູນ ຄະນະພັກ-ຄະນະນຳ ອ້ອມຂ້າງກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເນື່ອງໃນໂອກາດສ້າງຂະບວນການຂ່ຳນັບຮັບຕ້ອນວັນສ້າງຕັ້ງກຳລັງ ປກສ ຄົບຮອບ 51 ປີ (26 ສິງຫາ 1975 ຫາ 26 ສິງຫາ 2026)
ພິທີມອບ-ຮັບການສະໜັບສະໜູນເຄື່ອງຄັ້ງນີ້ ຈັດຂຶ້ນ ໃນຕອນແລງວັນທີ 20 ສິງຫາ 2026 ທີ່ເດີ່ນບານເຕະຫຍ້າທຽມ ເບ ສະຫວັນ ບ້ານຄຳສະຫວາດ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍເປັນການກ່າວມອບຂອງທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານບໍລິສັດ ເບ ສະຫວັນ ອິນເຕີ ຈຳກັດ, ປະທານສະຫະພັນບານເຕະຄົນພິການແຫ່ງຊາດລາວ ທັງເປັນຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ແລະ ກ່າວຮັບແມ່ນທ່ານ ພັອ ຈຳປາ ແສງສຸລິຍາ...








