Skip to main content

ສສກ ໄດ້ຮັບອຸປະກອນກວດປັດສະວະຫາສານເສບຕິດ ຈາກສະຖານທູດໄທ ເພື່ອນຳໃຊ້ເຂົ້າໃນວຽກງານການສຶກສາ

20/08/2026
ພິທີມອບ-ຮັບ ອຸປະກອນກວດນໍ້າປັດສະວະຫາສານເສບຕິດ ເພື່ອສືບຕໍ່ຍູ້ແຮງວຽກງານ “ສະຖານການສຶກສາປອດຢາເສບຕິດ” ໄລຍະທີ 2 ພາຍໃຕ້ໂຄງການສ້າງຂີດຄວາມສາມາດດ້ານວິທະຍາສາດການກິລາ ແລະ ສິລະປະ ໄລຍະທີ 2 (2026-2028) ຈັດຂຶ້ນ ໃນຕອນເຊົ້າວັນທີ 20 ສິງຫາ 2026 ທີ່ສະຖານທູດໄທ ປະຈຳ ສປປ ລາວ ໂດຍຕາງໜ້າມອບຂອງທ່ານ ນາງ ຄອງຂະນິດ ລັກຈະເລີນ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ແລະ ຕາງໜ້າກ່າວຮັບແມ່ນທ່ານ ພິມມະສອນ ສີສະອາດ ຮອງຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ນາງ ຄຳຫຼ້າ ເພັງສີດາລາ ຮອງຫົວໜ້າກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ພ້ອມຄະນະຮັບຜິດຊອບໂຄງການ ແລະ ພະນັກງານທັງສອງພາກສ່ວນເຂົ້າຮ່ວມເປັນສັກຂີພິຍານ.
ໃນພິທີ, ທ່ານ ພິມມະສອນ ສີສະອາດ ໄດ້ສະແດງຄວາມຂອບໃຈຢ່າງສຸດຊຶ້ງ ມາຍັງ ທ່ານເອກອັກຄະຣາຊະທູດ ແລະ ກົມຄວາມຮ່ວມມືລະຫວ່າງປະເທດ (TICA) ກະຊວງການຕ່າງປະເທດ ແກ່ງຣາຊະອານາຈັກໄທ ທີ່ໄດ້ໃຫ້ການສະໜັບສະໜູນອຸປະກອນດັ່ງກ່າວ ເຊິ່ງສະແດງໃຫ້ເຫັນເຖິງສາຍພົວພັນໄມຕີຈິດມິດຕະພາບ ແລະ ນໍ້າໃຈບ້ານໃກ້ເຮືອນຄຽງອັນດີງາມ ລະຫວ່າງ ສອງຊາດ ລາວ-ໄທ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ເນັ້ນໜັກວ່າ ບັນຫາຢາເສບຕິດເປັນໄພອັນຕະລາຍຮ້າຍແຮງທີ່ທຳລາຍອະນາຄົດຂອງຊາວໜຸ່ມ ແລະ ນັກຮຽນ-ນັກສຶກສາ ເຊິ່ງກະຊວງສຶກສາທິການ ແລະ ກິລາ ໄດ້ຖືເອົາວຽກງານນີ້ເປັນວຽກບູລິມະສິດ ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ. ທັງນີ້, ທາງຄະນະນຳກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ຄຳໝັ້ນສັນຍາຢ່າງໜັກແໜ້ນວ່າ ຈະນຳໃຊ້ອຸປະກອນເຫຼົ່ານີ້ ໃຫ້ເກີດປະໂຫຍດສຸງສຸດ, ຖືກຕ້ອງຕາມເປົ້າໝາຍ ດ້ວຍຄວາມໂປ່ງໃສ ແລະ ມີຄວາມຮັບຜິດຊອບສູງ ເພື່ອປົກປ້ອງລູກຫຼານນັກຮຽນ-ນັກສຶກສາ ໃຫ້ພົ້ນຈາກໄພອັນຕະລາຍຂອງຢາເສບຕິດຢ່າງແທ້ຈິງ.
ໂອກາດດຽວກັນ, ທ່ານ ນາງ ຄຳຫຼ້າ ເພັງສີດາລາ ກໍໄດ້ລາຍງານໃຫ້ຮູ້ວ່າ: ຜ່ານມາ, ການຈັດຕັ້ງປະຕິບັດວຽກງານສ້າງສະຖານການສຶກສາປອດຢາເສບຕິດ ສາມາດຍາດໄດ້ຜົນງານອັນພົ້ນເດັ່ນ ໂດຍວິທະຍາໄລຄູປອດຢາເສບຕິດ ບັນລຸໄດ້ 100%, ໂຮງຮຽນມັດທະຍົມສຶກສາ ບັນລຸໄດ້ 85.46% ແລະ ໂຮງຮຽນປະຖົມສຶກສາ ບັນລຸໄດ້ 50.42%. ແຕ່ເຖິງຢ່າງໃດກໍຕາມ, ວຽກງານດັ່ງກ່າວຍັງປະສົບກັບຄວາມຫຍຸ້ງຍາກ ໂດຍສະເພາະການຂາດແຄນຊຸດອຸປະກອນກວດສານເສບຕິດໃນນໍ້າປັດສະວະ ເພື່ອນຳໃຊ້ເຂົ້າໃນການລົງຕິດຕາມ ແລະ ກວດກາຕົວຈິງ. ສະນັ້ນ, ການຊ່ວຍເຫຼືອໃນຄັ້ງນີ້ ຖືເປັນການສືບຕໍ່ການຮ່ວມມື ພາຍໃຕ້ໂຄງການສ້າງຂີດຄວາມສາມາດດ້ານວິທະຍາສາດການກິລາ ແລະ ສິລະປະ ຫຼັງຈາກທີ່ໄລຍະທີ 1 (2023-2025) ໄດ້ປະສົບຜົນສຳເລັດຢ່າງຈົບງາມ ເປັນຕົ້ນແມ່ນການສ້າງຄູ່ມືເສີມການສອນ “ຮູ້ທັນບັນຫາສິ່ງເສບຕິດ”. ສຳລັບການກ້າວເຂົ້າສູ່ ໄລຍະທີ 2 (2026-2028) ນີ້, ສະນັ້ນ ສຳລັບທິດທາງແຜນການໃນຕໍ່ໜ້າຈະສຸມໃສ່ການສ້າງເຄື່ອງມືຕິດຕາມປະເມີນຜົນ, ການນຳໃຊ້ຄູ່ມືໃນໂຮງຮຽນເປົ້າໝາຍ, ການຝຶກອົບຮົມທັກສະຕ່າງໆໃຫ້ແກ່ຜູ້ບໍລິຫານ ແລະ ຄູສອນ ພ້ອມທັງສະໜອງອຸປະກອນສ້າງສື່ການຮຽນ-ການສອນຕື່ມອີກ.
ສຳລັບອຸປະກອນກວດນໍ້າປັດສະວະຫາສານເສບຕິດ ມີຈຳນວນ 2.000 ຊຸດ ລວມມູນຄ່າ 34 ລ້ານກວ່າກີບ ຫຼື 50.000 ບາດ (ສະກຸນເງິນບາດໄທ).
ພາບ-ຂ່າວ ໂດຍ ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ