Skip to main content

ຣາຊະອານາຈັກໄທ ມອບໂຄງການກໍ່ສ້າງຫໍອາຫານ, ຫ້ອງນ້ຳ ແລະ ເຄື່ອງກອງນ້ຳດື່ມ ໃຫ້ໂຮງຮຽນ ມສ ຊົນເຜົ່າ ເມືອງເຊໂປນ

20/08/2026
ເພື່ອເປັນການຍົກລະດັບຄຸນນະພາບການສຶກສາ ແລະ ສຸຂະອະນາໄມຂອງຄູ-ອາຈານ ກໍຄືນັກຮຽນໃນເຂດຫ່າງໄກສອກຫຼີກ, ໃນວັນທີ 18 ສິງຫາ 2026 ນີ້ ຢູ່ທີ່ໂຮງຮຽນມັດທະຍົມສົມບູນກິນນອນຊົນເຜົ່າ ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ມີພິທີມອບ-ຮັບໂຄງການກໍ່ສ້າງຫໍອາຫານ, ຫ້ອງນ້ຳຊາຍ-ຍິງ ແລະ ເຄື່ອງກອງນ້ຳດື່ມສະອາດ ເຊິ່ງເປັນການສະໜັບສະໜູນຈາກ ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ໂດຍຜ່ານກົມຮ່ວມມືລະຫວ່າງປະເທດ ຮ່ວມກັບ ສະມາຄົມລາວ-ໄທ ເພື່ອມິດຕະພາບ ໂດຍມີ ທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ ແລະ ທ່ານ ປັດ ປັດທໍາມະຈິດ ກົງສູນໃຫຍ່ ແຫ່ງ ຣາຊະອານາຈັກໄທ ປະຈຳແຂວງສະຫວັນນະເຂດ ພ້ອມດ້ວຍການນໍາຂອງເມືອງ, ຫົວໜ້າ-ຮອງຫົວໜ້າພະແນກການ, ສະມາຄົມລາວ-ໄທ, ພະນັກງານ-ຄູອາຈານ, ຕະຫຼອດຮອດນ້ອງໆນັກຮຽນເຂົ້າຮ່ວມ.
ສຳລັບໂຮງຮຽນມັດທະຍົມສົມບູນຊົນເຜົ່າ ເມືອງເຊໂປນ ຕັ້ງຢູ່ບ້ານອຸດົມສຸກ, ເທດສະບານເມືອງເຊໂປນ, ແຂວງສະຫວັນນະເຂດ, ສ້າງຕັ້ງຂຶ້ນໃນປີ 1993, ມີເນື້ອທີ່ທັງໝົດ 50 ພັນ 32 ຕາແມັດ. ປັດຈຸບັນ ມີຄະນະອຳນວຍການ 4 ທ່ານ, ມີຄູ-ອາຈານທັງໝົດ 40 ທ່ານ. ໃນສົກຮຽນ 2025-2026 ນີ້, ມີນັກຮຽນທັງໝົດ 729 ຄົນ ຍິງ 364 ຄົນ, ໃນນັ້ນ ມີນັກຮຽນໄດ້ຮັບເບ້ຍລ້ຽງກິນນອນທັງໝົດ 310 ຄົນ ຍິງ 150 ຄົນ. ນອກຈາກການຮຽນວິຊາສະເພາະແລ້ວ, ໂຮງຮຽນຍັງໄດ້ເນັ້ນການຮຽນຄວບຄູ່ກັບການຝຶກວິຊາຊີບ ເຊັ່ນ: ການຕັດຫຍິບ, ແປງລົດຈັກ, ລ້ຽງສັດ ແລະ ປູກຝັງ ເພື່ອໃຫ້ພາກປະຕິບັດຕົວຈິງມີຄວາມເຂັ້ມແຂງ.
ໂດຍໂຄງການທີ່ໄດ້ຮັບການສະໜັບສະໜູນ ແລະ ມອບ-ຮັບ ໃນຄັ້ງນີ້ ປະກອບມີ ອາຄານຫໍອາຫານ 1 ຫຼັງ ຂະໜາດ 6 ແມັດ x 10 ແມັດ ພ້ອມດ້ວຍໂຕະ 20 ໜ່ວຍ ແລະ ຕັ່ງ 40 ໜ່ວຍ, ຫ້ອງນ້ຳ 2 ຫຼັງ, ເຄື່ອງກອງນ້ຳດື່ມສະອາດ 1 ຊຸດ ລວມມູນຄ່າການກໍ່ສ້າງອາຄານ ແລະ ຫ້ອງນ້ຳ ທັງໝົດ 1,170,300 ບາດ ຫຼື ເທົ່າກັບ 775 ລ້ານກວ່າກີບ ເຊິ່ງໄດ້ເລີ່ມກໍ່ສ້າງມາແຕ່ວັນທີ 6 ພຶດສະພາ 2026 ຫາ ວັນທີ 30 ມິຖຸນາ 2026 ຈຶ່ງໄດ້ສຳເລັດ. ນອກຈາກນີ້ ຍັງໄດ້ຮັບການສະໜັບສະໜູນເຄື່ອງກອງນ້ຳດື່ມສະອາດອີກ ມູນຄ່າ 270,000 ບາດ.
ໃນໂອກາດນີ້, ທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ ໄດ້ມີຄຳເຫັນວ່າ: ວຽກງານການສຶກສາ ແລະ ກິລາ ເປັນວຽກງານທີ່ສຳຄັນ ແລະ ເປັນເປົ້າໝາຍສູງສຸດໃນການພັດທະນາຊັບພະຍາກອນມະນຸດ. ໂຮງຮຽນ ມສ ຊົນເຜົ່າເມືອງເຊໂປນ ເປັນໂຮງຮຽນກິນນອນທີ່ມີຄວາມສຳຄັນຫຼາຍ ໃນການໃຫ້ໂອກາດແກ່ລູກຫຼານບັນດາເຜົ່າໃນເຂດຫ່າງໄກສອກຫຼີກໄດ້ເຂົ້າເຖິງການສຶກສາ. ພ້ອມນີ້ ທ່ານຍັງໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງ ມາຍັງກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ, ສະຖານກົງສູນໃຫຍ່ໄທ ປະຈຳແຂວງສະຫວັນນະເຂດ ແລະ ສະມາຄົມ ລາວ – ໄທ ເພື່ອມິດຕະພາບ ທີ່ໄດ້ໃຫ້ຄວາມສຳຄັນ ແລະ ຊ່ວຍເຫຼືອທຶນຮອນໃນຄັ້ງນີ້.
ພ້ອມດຽວກັນ, ທ່ານຮອງປະທານຄະນະກຳມະການປົກຄອງແຂວງ ຍັງໄດ້ຮຽກຮ້ອງໃຫ້ຄະນະອຳນວຍການ, ຄູ-ອາຈານ ແລະ ນັກຮຽນທຸກຄົນ ຈົ່ງພ້ອມກັນປົກປັກຮັກສາ, ບຳລຸງຮັກສາ ແລະ ນຳໃຊ້ຫໍອາຫານ, ຫ້ອງນ້ຳ ແລະ ເຄື່ອງກອງນ້ຳດື່ມ ໃຫ້ຖືກຕ້ອງຕາມຫຼັກອະນາໄມ ເພື່ອໃຫ້ເກີດປະໂຫຍດສູງສຸດ ແລະ ຍາວນານ; ຮຽກຮ້ອງໃຫ້ ອົງການປົກຄອງເມືອງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ຄະນະພັດທະນາການສຶກສາຂັ້ນບ້ານ ແລະ ພະແນກສຶກສາທິການ ແລະ ກິລາແຂວງ ຈົ່ງຕິດຕາມ, ອຸດໜູນ ແລະ ສະໜັບສະໜູນໂຮງຮຽນຢ່າງຕໍ່ເນື່ອງ ເພື່ອໃຫ້ການຈັດການຮຽນ-ການສອນ ແລະ ການເປັນຢູ່ຂອງນັກຮຽນກິນນອນມີຄຸນນະພາບດີຂຶ້ນເລື້ອຍໆ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ