ກອງປະຊຸມຜູ້ບໍລິຫານການສຶກສາ ທົ່ວປະເທດ ປະຈຳສົກຮຽນ 2025-2026 ເນັ້ນແກ້ໄຂບັນຫາການປະລະການຮຽນຂອງນັກຮຽນ ແລະ ຍົກສູງຄຸນນະພາບການສິດສອນຂອງຄູ
19/08/2026

ກອງປະຊຸມຜູ້ບໍລິຫານການສຶກສາ ທົ່ວປະເທດ ປະຈຳສົກຮຽນ 2025-2026 ໄດ້ເປີດຂຶ້ນຢ່າງເປັນທາງການ ພາຍໃຕ້ຫົວຂໍ້ “ແກ້ໄຂບັນຫາການປະລະການຮຽນຂອງນັກຮຽນ ແລະ ການຍົກສູງຄຸນນະພາບການສິດສອນຂອງຄູ” ໃນວັນທີ 19 ສິງຫາ 2026 ຢູ່ທີ່ຫ້ອງປະຊຸມໃຫຍ່ ມະຫາວິທະຍາໄລສຸພານຸວົງ ແຂວງຫຼວງພະບາງ ໂດຍການເປັນປະທານ ແລະ ກ່າວເປີດຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ ພ້ອມດ້ວຍຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດ, ຫົວໜ້າຫ້ອງການ, ຫົວໜ້າກົມ-ຮອງກົມ, ຜູ້ອຳນວຍການສະຖາບັນ, ປະທານສະມາຄົມການສຶກສາພາກເອກະຊົນ, ຫົວໜ້າຫ້ອງການກຳມາທິການສຶກສາສົງສູນກາງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫຼວງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ/ນະຄອນຂອງແຂວງຫຼວງພະບາງ, ຜູ້ອຳນວຍການວິທະຍາໄລເຕັກນິກວິຊາຊີບ, ວິທະຍາໄລຄູ, ສູນການສຶກສານອກໂຮງຮຽນ, ຜູ້ອຳນວຍການບໍລິສັດລັດວິສາຫະກິດ ພ້ອມດ້ວຍຄະນະຮັບຜິດຊອບ ແລະ ຜູ້ແທນກອງປະຊຸມເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ມີຄຳເຫັນກ່າວເປີດກອງປະຊຸມບາງຕອນວ່າ: ການຈັດກອງປະຊຸມໃນຄັ້ງນີ້ ມີຈຸດປະສົງສຳຄັນເພື່ອປະເມີນ ແລະ ກະກຽມຄວາມພ້ອມກ່ອນການເປີດສົກຮຽນໃໝ່ ປະຈຳສົກຮຽນ 2026-2027, ທັງເປັນການຕີລາຄາການຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ແລະ ສະຫຼຸບຜົນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກິລາ 5 ປີ ຄັ້ງທີ X (2026-2030). ພ້ອມນັ້ນ, ຍັງເພື່ອເປັນການລາຍງານຜົນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໃນສົກຮຽນຜ່ານມາ ເຊິ່ງຈາກທັງໝົດ 13 ຄາດໝາຍ ທີ່ໄດ້ກຳນົດໄວ້ ມີ 4 ຄາດໝາຍ ທີ່ສາມາດບັນລຸໄດ້ຕາມແຜນ ແລະ 9 ຄາດໝາຍ ທີ່ຍັງບໍ່ທັນບັນລຸ ເຊິ່ງແມ່ນຜົນເກີດມາຈາກຫຼາຍສາເຫດ ທັງປັດໄຈພາຍໃນ ແລະ ພາຍນອກ. ໃນນີ້ປັດໄຈພາຍໃນ ແມ່ນຂີດຄວາມສາມາດ ແລະ ຄວາມຮູ້ພື້ນຖານຂອງຄູ-ອາຈານ ຍັງມີຄວາມແຕກຕ່າງກັນ; ວິທີການຈັດການຮຽນ-ການສອນ ສ່ວນຫຼາຍຍັງເນັ້ນເອົາຄູເປັນໃຈກາງ ແລະ ຂາດການນຳໃຊ້ສື່ການສອນ; ການຝຶກປະຕິບັດຕົວຈິງຍັງບໍ່ທັນກວ້າງຂວາງ; ຂາດການຕິດຕາມ ແລະ ຝຶກອົບຮົມຢ່າງຕໍ່ເນື່ອງ; ຜູ້ອຳນວຍການໂຮງຮຽນຈຳນວນໜຶ່ງຕ້ອງຮັບຜິດຊອບຫຼາຍໜ້າວຽກໃນເວລາດຽວກັນ ແລະ ສະພາບແວດລ້ອມຂອງສະຖານການສຶກສາ ບາງບ່ອນຍັງບໍ່ທັນດຶງດູດນັກຮຽນ. ສ່ວນປັດໄຈພາຍນອກ ແມ່ນສະພາບຄວາມກົດດັນທາງດ້ານເສດຖະກິດຄອບຄົວ ສົ່ງຜົນໃຫ້ນັກຮຽນປະລະການຮຽນໄປປະກອບອາຊີບ; ຄ່ານິຍົມທາງສັງຄົມ; ການປະສານງານລະຫວ່າງ ໂຮງຮຽນ, ຄອບຄົວ, ສະມາຄົມພໍ່ແມ່ນັກຮຽນ ແລະ ສັງຄົມ ຍັງບໍ່ທັນແໜ້ນແຟ້ນ; ພ້ອມທັງບັນຫາປະກົດການຫຍໍ້ທໍ້ ເຊັ່ນ: ຢາເສບຕິດ ແລະ ສານກະຕຸ້ນ.
ທ່ານປະທານກອງປະຊຸມ ກ່າວອີກວ່າ: ຕະຫຼອດໄລຍະການດຳເນີນກອງປະຊຸມ ບັນດາຜູ້ແທນທີ່ເຂົ້າຮ່ວມຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຢ່າງເລິກເຊິ່ງ ຕໍ່ກັບການແກ້ໄຂວຽກງານ ໃນການພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ ໃນໜຶ່ງສົກຮຽນຜ່ານມາ ແລະ ແນວທາງການແກ້ໄຂໃນຕໍ່ໜ້າ ໂດຍຜ່ານບັນດາເອກະສານ ຄື: ລາຍງານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ປະຈໍາສົກຮຽນ 2025-2026 ແລະ ແຜນປະຈໍາສົກຮຽນ 2026-2027; ລາຍງານການຈັດຕັ້ງປະຕິບັດມະຕິກອງປະຊຸມປະຈໍາພາກຮຽນທີ I ສົກຮຽນ 2025-2026 ສະບັບເລກທີ 253/ສສກ, ນະຄອນຫຼວງວຽງຈັນ 24 ມີນາ 2026; ທິດທາງການຂັບເຄື່ອນວຽກຈຸດສຸມບູລິມະສິດຂອງຂະແໜງການຍ່ອຍການສຶກສາກ່ອນໄວຮຽນ ເພື່ອໃຫ້ບັນຄາດໝາຍທີ່ກຳນົດໄວ້ ໃນສົກຮຽນ 2026-2027; ການສະຫຼຸບສົກຮຽນຜ່ານມາ ແລະ ການກະກຽມການເປີດສົກຮຽນໃໝ່ 2026-2027 ແລະ ທິດທາງການແບ່ງຂັ້ນຄຸ້ມຄອງລະຫວ່າງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນໃນການຈັດຕັ້ງປະຕິບັດລະບົບການສຶກສາສາຍສາມັນ 6+3+3; ການກຽມຄວາມພ້ອມທາງດ້ານການຝຶກອົບຮົມຄູ ຂັ້ນ ປ.1, ປ.2 ແລະ ປ.3 ເພື່ອເລີ່ມຈັດຕັ້ງປະຕິບັດຫຼັກສູດໃໝ່ໃນສົກຮຽນ 2027-2028 ແລະ ທິດທາງການພັດທະນາຄູເພື່ອຮັບປະກັນຄຸນນະພາບການສຶກສາ; ລາຍງານສະພາບການຮຽນການສອນ ໃນສົກຮຽນຜ່ານມາຂອງຂັ້ນແຂວງ ເປັນຕົ້ນແມ່ນການປະລະການຮຽນໃນສາຍສາມັນສຶກສາ ແລະ ມາດຕະການແກ້ໄຂ ສໍາລັບສົກຮຽນ 2026-2027 ແລະ ກໍລະນີຕົວຢ່າງ ຜົນການປະເມີນການອ່ານໄດ້-ຂຽນຂອງນັກຮຽນ ຂັ້ນ ປ.5 ແລະ ທິດທາງປັບປຸງໃນຕໍ່ໜ້າ; ລາຍງານຜົນການຄົ້ນຄວ້າ ແລະ ປັບປຸງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫຼວງ ແລະ ຫ້ອງການສຶກສາທິການ ແລະ ກິລາ ນະຄອນ/ເມືອງ.
ໃນຕອນທ້າຍ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຍັງໄດ້ຮຽກຮ້ອງໃຫ້ບັນດາຜູ້ແທນກອງປະຊຸມທຸກທ່ານ ຈົ່ງຮ່ວມກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ, ເບິ່ງບັນຫາຕາມຄວາມເປັນຈິງ ແລະ ຊ່ວຍກຳນົດວິທີການແກ້ໄຂໃຫ້ເປັນຮູບປະທຳ ເພື່ອສາມາດນຳໄປຈັດຕັ້ງປະຕິບັດ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນຢ່າງມີປະສິດທິຜົນ. ພ້ອມທັງໄດ້ກ່າວອວຍພອນ ແລະ ເປີດກອງປະຊຸມຢ່າງເປັນທາງການ.
ສຳລັບກອງປະຊຸມຜູ້ບໍລິຫານການສຶກສາ ທົ່ວປະເທດ ປະຈຳສົກຮຽນ 2025-2026 ແມ່ນຈະດຳເນີນລະຫວ່າງວັນທີ 19-20 ສິງຫາ 2026 ຈຶ່ງຈະສຳເລັດ.
ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ















