ຫຼວງພະບາງ ມີຄວາມພ້ອມຮອບດ້ານ ໃນການກະກຽມໄຂສົກຮຽນໃໝ່ 2026-2027

ເພື່ອເຮັດໃຫ້ພິທີການໄຂສົກຮຽນໃໝ່ ສົກຮຽນ 2026-2027 ໃນວັນທີ 1 ກັນຍາ 2026 ດຳເນີນໄປຢ່າງຮຽບຮ້ອຍ ແລະ ມີບັນຍາກາດຄຶກຄື້ນ ເອກະພາບທົ່ວປະເທດ, ຄະນະນຳພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ ໄດ້ເລັ່ງກະກຽມຄວາມພ້ອມຮອບດ້ານ ດ້ວຍການປຸກລະດົມພໍ່ແມ່-ຜູ້ປົກຄອງ ໃຫ້ສົ່ງລູກຫຼານເຂົ້າຮຽນ ແລະ ຮຽນໃຫ້ຈົບ, ພ້ອມກັນນັ້ນ ໄດ້ເນັ້ນໃຫ້ແຕ່ລະໂຮງຮຽນ ກະກຽມຮັບນັກຮຽນ ເຂົ້າຮຽນຕາມປະຕິທິນການສຶກສາ, ຈັດສັນນັກຮຽນ ແລະ ຄູສອນໃຫ້ເໝາະສົມ, ຈັດຕາຕະລາງສອນຕາມຫຼັກສູດ, ກະກຽມອຸປະກອນການຮຽນ-ການສອນ ແລະ ວາງແຜນການນິເທດ ພາຍໃນໂຮງຮຽນ.
ທ່ານ ບຸນເສັງ ພິລາວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ໃນສົກຮຽນໃໝ່ນີ້ ເປັນປີເລີ່ມຕົ້ນຂອງການປະຕິບັດແຜນພັດທະນາການສຶກສາ ແລະ ກິລາ 5 ປີ ຄັ້ງທີ X (2026-2030) ໂດຍເນັ້ນປັບປຸງຄຸນນະພາບການສຶກສາ, ສືບຕໍ່ຫຼັກສູດສາມັນສຶກສາລະບົບ 6+3+3 ແລະ ແກ້ໄຂບັນຫາການຂາດແຄນຄູ, ສຳລັບການກະກຽມໃຫ້ແກ່ການໄຂສົກຮຽນໃໝ່ 2026-2027 ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ກຳນົດມາດຕະການສຳຄັນ ໃຫ້ບັນດາໂຮງຮຽນແຕ່ລະແຫ່ງ ຕ້ອງຈັດກອງປະຊຸມຮ່ວມກັບ ຄະນະພັດທະນາການສຶກສາຂັ້ນບ້ານ, ສະມາຄົມພໍ່ແມ່ຜູ້ປົກຄອງນັກຮຽນ ເພື່ອປຶກສາຫາລືວຽກງານການຄຸ້ມຄອງ-ບໍລິຫານໂຮງຮຽນ, ປັບປຸງພື້ນຖານໂຄງລ່າງໂຮງຮຽນ, ອະນາໄມສິ່ງແວດລ້ອມ ແລະ ສ້າງບັນຍາກາດ ເຮັດໃຫ້ໂຮງຮຽນໜ້າຢູ່ ແລະ ໜ້າສຶກສາຮໍ່າຮຽນ. ໂອກາດນີ້ ທ່ານໄດ້ຮຽກຮ້ອງໃຫ້ພໍ່ແມ່ຜູ້ປົກຄອງ ເອົາໃຈໃສ່ສົ່ງເສີມ ແລະ ສະໜັບສະໜູນລູກຫຼານ ໃຫ້ໄດ້ເຂົ້າຮຽນຢ່າງເຕັມທີ່ ເພື່ອຮ່ວມກັນສ້າງຄົນຮຸ່ນໃໝ່ທີ່ມີຄວາມຮູ້, ຄວາມສາມາດ ແລະ ຄຸນນະທຳ ເພື່ອພັດທະນາປະເທດ ໃຫ້ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ.
ພາບ-ຂ່າວໂດຍ: ດາວອນ ມະນີວັນ












