ຫສວຊ ເຜີຍແຜ່ນິຕິກຳຄຸ້ມຄອງ ແລະ ສົ່ງເສີມນັກຄົ້ນຄວ້າວິທະຍາສາດ
19/08/2026

ຫ້ອງການສະພາວິທະຍາສາດແຫ່ງຊາດ ຫຼື ຫສວຊ, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳກ່ຽວກັບການຄຸ້ມຄອງ ແລະ ສົ່ງເສີມນັກຄົ້ນຄວ້າວິທະຍາສາດ ຫຼື ກພວຕ ໃນຕອນບ່າຍວັນທີ 18 ສິງຫາ 2026 ຢູ່ທີ່ຫ້ອງປະຊຸມໃຫຍ່ມະຫາວິທະຍາໄລ ສຸພານຸວົງ ແຂວງຫຼວງພະບາງ ໃຫ້ກຽດເປັນປະທານໂດຍ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານສະພາວິທະຍາສາດແຫ່ງຊາດ ທັງເປັນປະທານສະພາບໍລິຫານກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ; ມີບັນດາຄະນະນຳ, ຫົວໜ້າຫ້ອງວ່າການປົກຄອງແຂວງ, ຕາງໜ້າພະແນກການອ້ອມຂ້າງແຂວງ, ພະແນກສຶກສາທິການ ແລະ ກິລາ ຈາກ 7 ແຂວງພາກເໜືອຄື: ຜົ້ງສາລີ, ບໍ່ແກ້ວ, ຫຼວງນ້ຳທາ, ໄຊຍະບູລີ, ອຸດົມໄຊ, ຫົວພັນ ແລະ ແຂວງຊຽງຂວາງ ພ້ອມດ້ວຍຄະນະນຳ ແລະ ຄູອາຈານ ຈາກ 6 ຄະນະວິຊາ ຈາກມະຫາວິທະຍາໄລສຸພານຸວົງ, ວິທະຍາໄລອ້ອມຂ້າງ, ໜ້າຫົວໜ້າໂຄງການຄົ້ນຄວ້າວິທະຍາສາດ ປະຈຳປີ 2023–2025 ແລະ ພະນັກງານ-ວິຊາການເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້ ຈັດຂຶ້ນກໍເພື່ອເຜີຍແຜ່, ສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບບັນດານິຕິກຳ, ກົນໄກການຄຸ້ມຄອງ, ນະໂຍບາຍສົ່ງເສີມ ແລະ ການນຳໃຊ້ຖານຂໍ້ມູນນັກຄົ້ນຄວ້າວິທະຍາສາດ ທັງເປັນການຊຸກຍູ້ບັນຍາກາດການຄົ້ນຄວ້າ-ພັດທະນາ ເພື່ອຫັນຜົນງານວິທະຍາສາດ ແລະ ເຕັກໂນໂລຊີໃຫ້ກາຍເປັນນະວັດຕະກຳ ທີ່ສາມາດຕອບສະໜອງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດຢ່າງຍືນຍົງ.
ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ມີຄຳເຫັນກ່າວເປີດພິທີບາງຕອນວ່າ: ການຈັດກອງປະຊຸມເຜີຍແຜ່ນິຕິກຳກ່ຽວກັບການຄຸ້ມຄອງ ແລະ ສົ່ງເສີມນັກຄົ້ນຄວ້າວິທະຍາສາດ ແມ່ນມີຄວາມສໍາຄັນຢ່າງຍິ່ງ ເພາະໄດ້ເຜີຍແຜ່ບັນດານິຕິກຳ ແລະ ເອກະສານສຳຄັນຂອງກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ເປັນຕົ້ນແມ່ນ ດຳລັດ ວ່າດ້ວຍນັກຄົ້ນຄວ້າວິທະຍາສາດ; ຄຳແນະນຳການໃຫ້ນາມມະຍົດນັກຄົ້ນຄວ້າວິທະຍາສາດ ແລະ ລາງວັນວິທະຍາສາດ; ຄຳແນະນຳ ວ່າດ້ວຍການສະໜັບສະໜູນສ້າງຄວາມເຂັ້ມແຂງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ແລະ ຄວາມສຳຄັນຂອງການລົງທະບຽນນັກຄົ້ນຄວ້າວິທະຍາສາດໃນຖານຂໍ້ມູນນັກຄົ້ນຄວ້າວິທະຍາສາດ ເພື່ອເກັບກໍາເອົາບັນດາຂໍ້ມູນນັກຄົ້ນຄວ້າໃນການແຕ່ງຕັ້ງເປັນຄະນະກຳມະການວິຊາການ, ຄະນະວິຊາການກັ່ນຫົວຂໍ້ຄົ້ນຄວ້າ ແລະ ການເກັບກຳຜົນງານການຄົ້ນຄວ້າ ເພື່ອເປັນການສົ່ງເສີມ, ໃຫ້ລາງວັນ, ນາມມະຍົດ ແລະ ຕຳແໜ່ງນັກຄົ້ນຄວ້າວິທະຍາສາດ ໃຫ້ແກ່ບັນດານັກຄົ້ນຄວ້າຜູ້ທີ່ມີຜົນງານດີເດັ່ນໃນວຽກງານການຄົ້ນຄວ້າວິທະຍາສາດ. ທັງນີ້, ກໍເພື່ອສ້າງແຮງຈູງໃຈໃຫ້ແກ່ນັກຄົ້ນຄວ້າຮຸ່ນໃໝ່ ໃນການສຸມສະຕິປັນຍາ ແລະ ເຫື່ອແຮງເຂົ້າໃນການສ້າງຜົນງານການຄົ້ນຄວ້າວິທະຍາສາດໃຫ້ເພີ່ມຂຶ້ນເລື້ອຍໆ.
ພ້ອມນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ບັນດາຜູ້ເຂົ້າຮ່ວມກອງປະຊຸມນໍາເອົາເນື້ອໃນຈິດໃຈ ດຳລັດ ແລະ ຄຳແນະນຳໄປຜັນຂະຫຍາຍ, ເຜີຍແຜ່ ແລະ ສ້າງຄວາມຮັບຮູ້ໃຫ້ແກ່ບຸກຄະລາກອນ, ຄູ-ອາຈານ ແລະ ນັກຄົ້ນຄວ້າຢູ່ພາກສ່ວນຂອງຕົນຢ່າງທົ່ວເຖິງ ແລະ ເລິກເຊິ່ງ ເພື່ອເຮັດໃຫ້ທຸກຄົນໄດ້ເຂົ້າໃຈກ່ຽວກັບສິດ, ໜ້າທີ່, ພັນທະ ແລະ ກົນໄກການຄຸ້ມຄອງຢ່າງຖືກຕ້ອງ ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນຮ່ວມແຮງຮ່ວມໃຈກັນ ສ້າງບັນຍາກາດການຄົ້ນຄວ້າວິທະຍາສາດໃຫ້ຟົດຟື້ນ, ຊຸກຍູ້ການຮ່ວມມືລະຫວ່າງຂະແໜງການ, ພາກລັດ ແລະ ພາກເອກະຊົນ ເພື່ອຫັນຜົນງານການຄົ້ນຄວ້າວິທະຍາສາດ ໃຫ້ກາຍເປັນນະວັດຕະກຳ ທີ່ສາມາດຕອບສະໜອງໃຫ້ແກ່ການພັດທະນາປະເທດຊາດຢ່າງຍືນຍົງ.
ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ເອກະສານສໍາຄັນຫຼາຍສະບັບ ຊຶ່ງໃຫ້ກຽດເຜີຍແຜ່ໂດຍທ່ານ ແກ້ວອຸທອນ ລຸນແສງຈັນ ຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ ປະກອບມີ ດໍາລັດວ່າດ້ວຍນັກຄົ້ນຄວ້າວິທະຍາສາດ ສະບັບເລກທີ 262/ລບ, ລົງວັນທີ 09 ພຶດສະພາ 2025, ຄໍາແນະນຳ ການໃຫ້ນາມມະຍົດນັກຄົ້ນຄວ້າວິທະຍາສາດ ແລະ ລາງວັນວິທະຍາສາດ; ທ່ານ ສຸດທິພົງ ວົງໄຊຍາ ຮອງຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ ປະກອບມີ ຂໍ້ຕົກລົງວ່າດ້ວຍການສະໜັບສະໜູນທຶນສ້າງຄວາມເຂັ້ມແຂງດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳ; ທ່ານ ນາງ ສະຖາພອນ ສຸທິວົງ ໃນຫົວຂໍ້ ປະກອບມີ ວຽກງານຖານຂໍ້ມູນນັກຄົ້ນຄວ້າວິທະຍາສາດ ຂອງກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ແລະ ໄດ້ຮັບຟັງ ຈາກຕາງໜ້າ ຫົວຂໍ້ຄົ້ນຄວ້າ ປີ 2023 ແລະ 2024 ນຳສະເໜີ ຜົນຂອງການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າວິທະຍາສາດ.
ພາບ ແລະ ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ຂ່າວທີ່ກ່ຽວຂ້ອງ
ຂ່າວອື່ນທີ່ໜ້າສົນໃຈ

ກອງປະຊຸມຜູ້ບໍລິຫານການສຶກສາ ທົ່ວປະເທດ ປະຈຳສົກຮຽນ 2025-2026 ເນັ້ນແກ້ໄຂບັນຫາການປະລະການຮຽນຂອງນັກຮຽນ ແລະ ຍົກສູງຄຸນນະພາບການສິດສອນຂອງຄູ

ເມືອງສີໂຄດຕະບອງ ສະຫຼຸບຜົນການສອບເສັງຈົບຊັ້ນ ປ.5 ແລະ ມ.4 ສົກຮຽນ 2025-2026

ຄະນະນັກກິລາເທຄວັນໂດ ຈາກ ສ.ເກົາຫຼີ ເຜີຍແຜ່ມູນເຊື້ອສິລະປະປ້ອງກັນຕົວ ຢູ່ ສປປ ລາວ

ລັດຖະບານ ສປ ຈີນ ມອບທຶນຊ່ວຍເຫຼືອລ້າ 60 ລ້ານກວ່າຢວນ ເພື່ອຍົກລະດັບໂຮງຮງນ ມສ ສະຫວັນ ສຸມໃສ່ສ້າງຊັບພະຍາກອນມະນຸດໃຫ້ຄຸນນະພາບສູງ

ສຳເລັດກອງປະຊຸມຖອດຖອນບົດຮຽນ ການຄັດເລືອກນັກຮຽນເຂົ້າໂຮງຮຽນສາມັນກິນນອນຊົນເຜົ່າແຂວງອຸດົມໄຊ ຄັ້ງທີ III ພ້ອມວາງທິດທາງສ້າງເປັນໂຮງຮຽນຕົວແບບຄຸນນະພາບ

ສະຖາບັນຂົງຈື ມຊ ສອບເສັງຄັດເລືອກນັກສຶກສາໃໝ່ ປະລິນຍາຕີ ສາຂາຄູພາສາຈີນ ປະຈຳສົກສຶກສາ 2026-2027

ເມືອງໄຊພູທອງ ເຊື່ອມຊຶມເອກະສານສຳຄັນ ພ້ອມປະກາດແຕ່ງຕັ້ງຄະນະຜູ້ອຳນວຍການ ແລະ ພະນັກງານນຳພາ-ຄຸ້ມຄອງ ຂະແໜງການສຶກສາ

ສສກ ຮ່ວມກັບລັດຖະບານອົດສະຕຣາລີ ເລີ່ມສຶກສາຄົ້ນຄວ້າກ່ຽວກັບການຮຽນຮ່ວມຂອງນັກຮຽນພິການ ຢູ່ ແຂວງຊຽງຂວາງ

ເລີ່ມຟົດຟື້ນ! ບັນຍາກາດພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນ-ນັກສຶກສາ ຮ່ວມງານຂາຍອຸປະກອນການສຶກສາ “Back to School” ລາຄາອຸ່ນໃຈ ທີ່ ສວນປະຕູໄຊ




