ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ ຄັ້ງທີ 90 ທີ່ ສສ ຫວຽດນາມ
ໃນລະຫວ່າງວັນທີ 12-16 ຕຸລາ 2026 ທີ່ຜ່ານມາ, ຄະນະຜູ້ແທນກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ລວມ 16 ທ່ານ ນຳໂດຍ ທ່ານ ສຸກສະຫວາດ ສີຫາປັນຍາ ຫົວໜ້າກົມຄຸ້ມຄອງວິທະຍາສາດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ໄດ້ເດີນທາງເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 90 (COSTI-90) ພ້ອມດ້ວຍກອງປະຊຸມປິ່ນອ້ອມ ທີ່ນະຄອນດານັງ ສສ ຫວຽດນາມ.
ການເຂົ້າຮ່ວມກອງປະຊຸມຄັ້ງນີ້ ປະກອບມີ ຄະນະກອງເລຂາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນແຫ່ງຊາດ ຈາກກົມຮ່ວມມືກັບຕ່າງປະເທດ, ພ້ອມດ້ວຍຕາງໜ້າຈາກ 5 ອະນຸກຳມະການທີ່ກ່ຽວຂ້ອງ ໄດ້ແກ່...








