Skip to main content

ແຂ່ງຂັນຄະນິດຄິດໄວ ຊີງແຊ໋ມວຽງຈັນ ຄັ້ງທີ IX ເປີດເວທີສົ່ງເສີມທັກສະ ແລະ ສັກກະຍາພາບເຍົາວະຊົນລາວ

20/10/2026
ເມື່ອວັນທີ 18 ພະຈິກ 2026, ທີ່ສະຖາບັນ ຣັຕນະ ບໍລິຫານທຸລະກິດ (ບ້ານສະພານທອງເໜືອ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ) ສູນຄະນິດຄິດໄວ ສະມາດແມ໊ດ (Smart Math) ຮ່ວມກັບ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ຈັດການແຂ່ງຂັນຄະນິດຄິດໄວ ຊີງແຊ໋ມວຽງຈັນ ຄັ້ງທີ IX ໃຫ້ກຽດເຂົ້າຮ່ວມມີ ທ່ານ ປອ ສົມເພັດ ຣັຕະນະສິມ, ປະທານສະພາບໍລິຫານ ສະຖາບັນ ຣັຕະນະ ບໍລິຫານທຸລະກິດ; ທ່ານ ນາງ ສຸກພາພອນ ຜານິດ, ຫົວໜ້າຫ້ອງການ ສູນກາງສະຫະພັນແມ່ຍິງລາວ; ພ້ອມດ້ວຍຄະນະຜູ້ບໍລິຫານ, ຄູ-ອາຈານ, ນັກຮຽນ ແລະ ຜູ້ປົກຄອງເຂົ້າຮ່ວມຢ່າງມີບັນຍາຫາດຄຶກຄື້ນ
ໂອກາດນີ້, ທ່ານ ສຸລະໄຊ ຈົງຈິດໄພສານ, ຜູ້ອໍານວຍການ ສູນຄະນິດຄິດໄວ ສະມາດແມ໊ດ ໃຫ້ຮູ້ວ່າ: ການຈັດການແຂ່ງຂັນລາຍການດັ່ງກ່າວ ຈັດຂຶ້ນ ກໍເພື່ອສ້າງເວທີໃຫ້ເຍົາວະຊົນລາວໄດ້ຖອດຖອນບົດຮຽນປະສົບການ ແລະ ສະແດງຄວາມສາມາດທາງດ້ານຄະນິດສາດ ແນໃສ່ຝຶກທັກສະການຄິດຄຳນວນ, ການຄວບຄຸມສະມາທິ ແລະ ການເຮັດວຽກພາຍໃຕ້ແຮງກົດດັນຂອງເວລາ ແລະ ສະພາບແວດລ້ອມທີ່ມີຜູ້ຊົມ ແລະ ສື່ມວນຊົນຈຳນວນຫຼາຍ, ເພື່ອພັດທະນາຄວາມພ້ອມໃຫ້ເທົ່າທຽບກັບລະດັບສາກົນເທື່ອລະກ້າວ.
ປີນີ້ ມີນັກຮຽນເຂົ້າຮ່ວມທັງໝົດ 160 ຄົນ ຈາກທົ່ວປະເທດ, ໂດຍແບ່ງອອກເປັນ 3 ລະດັບ ອາຍຸ ຄື: ລະດັບ A (ອາຍຸ 5-7 ປີ): ທົດສອບໂຈດບວກ-ລົບ 4 ຊັ້ນ 2 ຫຼັກ ຈຳນວນ 100 ຂໍ້ (ເວລາ 15 ນາທີ); ລະດັບ B (ອາຍຸ 7 ປີປາຍ – 9 ປີ): ທົດສອບໂຈດບວກ-ລົບ 4 ຊັ້ນ 2 ຫຼັກ ຈຳນວນ 100 ຂໍ້ (ເວລາ 10 ນາທີ); ລະດັບ C (ອາຍຸ 9 ປີປາຍ – 15 ປີ): ທົດສອບໂຈດບວກ-ລົບ 4 ຊັ້ນ 2 ຫຼັກ ຈຳນວນ 100 ຂໍ້ (ເວລາ 10 ນາທີ). ນອກຈາກນີ້, ທຸກລະດັບຍັງໄດ້ແຂ່ງຂັນການບອກຄຳປາກເປົ່າ ໂຈດບວກ-ລົບ 4 ຊັ້ນ 2 ຫຼັກ ຈຳນວນ 50 ຂໍ້.
ຜານການແຂ່ງຂັນຜົນປະກົດວ່າການແຂ່ງຂັນ ລະດັບ A: ຊະນະເລີດ ນາງ ປິ່ນສຸດາ ແສງເພັດ (149/150 ຄະແນນ) ອັນດັບ 2 ທ້າວ ສີວິໄລ ດວງສະຫວັນ (146 ຄະແນນ), ອັນດັບ 3 ທ້າວ ວີລະພາບ ຜົງສະຫວັນ (133 ຄະແນນ); ລະດັບ B: ຊະນະເລີດ ນາງ ພິມພາ ແກ້ວດວງດີ (150/150 ຄະແນන), ອັນດັບ 2 ນາງ ທິບທິດາພອນ ແກ້ວມາ (149 ຄະແນນ) ແລະ ອັນດັບ 3 ທ້າວ ສອນທະວີ ດວງສະຫວັນ (142 ຄະແນນ); ລະດັບ C: ຊະນະເລີດ ທ້າວ ຄໍາມຸງຄຸນ ລໍບຸນແອງ (148 ຄະແນນ), ອັນດັບ 2 ນາງ ເພັດມະນີ ພົມມາຈັກ (148 ຄະແນນ) ແລະ ອັນດັບ 3 ນາງ ສົມປາດຖະໜາ ສິງທະບຸດ (144 ຄະແນນ).
ຜູ້ຊະນະເລີດ ອັນດັບ 1-3 ໄດ້ຮັບຂັນລາງວັນ, ທຶນຮຽນສະມາດແມ໊ດ (6 ເດືອນ, 3 ເດືອນ, 1 ເດືອນ ຕາມລະດັບ) ແລະ ຄອດຮຽນພາສາຟຣີ ຢູ່ເຮືອນຮຽນຮູ້ຮ່ວມສໍາລັບເດັກ ດອນໜູນ (ລວມມູນຄ່າລາງວັນທັງໝົດ 25 ລ້ານກີບ). ພ້ອມນີ້ ຜູ້ເຂົ້າແຂ່ງຂັນທຸກຄົນຍັງໄດ້ຮັບຫຼຽນຊົມເຊີຍ, ຂອງທີ່ລະນຶກຈາກທະນາຄານການຄ້າຕ່າງປະເທດລາວ ແລະ ບັດເຕີມເງິນຈາກ ລາວໂທລະຄົມ ແລະ T-Plus.
ພາຍໃນງານ ຍັງໄດ້ມີການສະແດງຄວາມສາມາດຂອງນ້ອງໆຈາກເຮືອນຮຽນຮູ້ຮ່ວມສໍາລັບເດັກ ດອນໜູນ (ຮ້ອງເພງ, ເຕັ້ນ, ຫຼິ້ນໄວໂອລິນ) ແລະ ພິທີມອບລາງວັນການແຂ່ງຂັນແຕ້ມຮູບສັດປະຈຳຊາດ ສົກປີ 2025-2026 ອີກດ້ວຍ.
ສູນຄະນິດຄິດໄວ ສະມາດແມ໊ດ ປັດຈຸບັນເປີດການສອນ 2 ຫຼັກສູດ ຄື: Happy Math (ຫຼັກສູດຄະນິດສາດສາມັນ ມຸ່ງເນັ້ນການແກ້ໂຈດ ແລະ ເສັງແຂ່ງຂັນນັກຮຽນເກັ່ງ) ແລະ Smart Math (ຫຼັກສູດພັດທະນາສະມາທິ, ທັກສະການຄິດຢ່າງມີເຫດຜົນ ແລະ ຄວາມໝັ້ນໃຈ). ສູນໃດ ຫຼື ໂຮງຮຽນໃດທີ່ສົນໃຈນຳຫຼັກສູດໄປເປີດການສອນ ສາມາດຕິດຕໍ່ໄດ້ທີ່ ສູນໃຫຍ່ ບ້ານໂຊກນ້ອຍ ຮ່ອມ 21, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ (ໂທ/WhatsApp: 020 5545 7728).
ການແຂ່ງຂັນຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກ ບໍລິສັດ ພີທີທີ (ລາວ) ຈໍາກັດ, ກັອກນໍ້າ Karat, ບໍລິສັດ ພູເບັ້ຍມາຍນິ່ງ, ບໍລິສັດ ລາວໂທລະຄົມ, ບໍລິສັດ T-Plus, ທະນາຄານ ການຄ້າຕ່າງປະເທດລາວ, ເຮືອນຮຽນຮູ້ຮ່ວມສໍາລັບເດັກ ດອນໜູນ, ກາເຟເພື່ອຄວາມຮູ້ ແລະ ສະຖາບັນ ຣັຕນະ ບໍລິຫານທຸລະກິດ ທີ່ເອື້ອເຟື້ອສະຖານທີ່. ການຈັດງານບໍ່ພຽງແຕ່ເປັນການວັດລະດັບໄອຄິວ (IQ) ແລະ ທັກສະຂອງນ້ອງໆ, ແຕ່ຍັງເປັນການປູກຝັງຄວາມຮັກໃນວິຊາຄະນິດສາດ ເພື່ອເຕີບໃຫຍ່ເປັນກຳລັງແຮງສຳຄັນໃນການພັດທະນາປະເທດຊາດໃນອະນາຄົດ. ພິເສດ, ທາງສູນຍັງມີ “ໂຄງການສະມາດແມ໊ດຊ່ວຍເຫຼືອສັງຄົມ” ໂດຍມອບຫຼັກສູດໃຫ້ໂຮງຮຽນປະຖົມຂອງລັດທີ່ສົນໃຈ ນຳໄປສອນໃຫ້ຫານນ້ອຍໂດຍບໍ່ເສຍຄ່າໃຊ້ຈ່າຍ.
ຂ່າວໂດຍ ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ