Skip to main content

ສສກ ຮ່ວມກັບ ລັດຖະບານອົດສະຕຣາລີ ແລະ ຍີ່ປຸ່ນ ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ ຊ່ວຍເຫຼືອໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ທີ່ແຂວງຫຼວງນໍ້າທາ ແລະ ອຸດົມໄຊ

16/10/2026
ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ລັດຖະບານອົດສະຕຣາລີ ແລະ ລັດຖະບານຍີ່ປຸ່ນ ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ ຊ່ວຍເຫຼືອໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ທີ່ແຂວງຫຼວງນໍ້າທາ ແລະ ອຸດົມໄຊ ເພື່ອຊ່ວຍໃຫ້ຄູ ແລະ ນັກຮຽນໃນ 40 ກວ່າສະຖານການສຶກສາ ສາມາດສືບຕໍ່ການຮຽນ-ການສອນ ຫຼັງໄດ້ຮັບໄພພິບັດ.
ພິທີມອບ-ຮັບປຶ້ມແບບຮຽນ ແລະ ອຸປະກອນການຮຽນການສອນ ໃຫ້ແກ່ໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ໄດ້ມີຂຶ້ນໃນວັນທີ 13 ຕຸລາ 2026 ທີ່ບໍລິສັດ ລັດວິສາຫະກິດໂຮງພິມສຶກສາ ໂດຍໃຫ້ກຽດມອບຂອງທ່ານ ໄມໂຄ ຄາຣີ, ເລຂາເອກ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ແລະ ທ່ານ ໂຄເບ ໂນບູຢູກິ ຮອງຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈຳ ສປປ ລາວ ແລະ ຕາງໜ້າຮັບໂດຍ ທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ, ມີຜູ້ຕາງໜ້າຈາກກົມກ່ຽວຂ້ອງ ແລະ ຜູ້ຕາງໜ້າຈາກສະຖານທູດອົດສະຕຣາລີ, ຍີ່ປຸ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ສຳລັບເຫດການນໍ້າຖ້ວມດັ່ງກ່າວ, ແມ່ນເກີດຈາກໄພພິບັດທຳມະຊາດຢ່າງໄວວາ ແລະ ຮຸນແຮງ ໃນລະຫວ່າງວັນທີ 29 ຫາ 30 ສິງຫາ 2026 ທີ່ຜ່ານມາ ໄດ້ສ້າງຄວາມເສຍຫາຍໃຫ້ສະຖານການສຶກສາ 40 ກວ່າແຫ່ງທີ່ໄດ້ຮັບຜົນກະທົບ ໂດຍສະເພາະແມ່ນໂຮງຮຽນປະຖົມ ໄດ້ສົ່ງຜົນກະທົບຕໍ່ອາຄານຮຽນ, ໂຕະຕັ່ງຂອງຄູ-ນັກຮຽນ, ລະບົບໄຟຟ້າ ແລະ ເຮັດໃຫ້ປຶ້ມແບບຮຽນ, ຄູ່ມືຄູ ຈໍານວນຫຼວງຫຼາຍຖືກເສຍຫາຍ. ຕໍ່ກັບສະຖານະການສຸກເສີນດັ່ງກ່າວ, ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ (BEQUAL) ໄດ້ໃຫ້ການຊ່ວຍເຫຼືອ ປະກອບມີ: ປຶ້ມແບບຮຽນ 3,651 ຫົວ (ວິຊາພາສາລາວ, ວິທະຍາສາດ ແລະ ສິ່ງແວດລ້ອມ, ພາສາອັງກິດ), ສໍາລັບນັກຮຽນຊັ້ນ ປ.1 ຫາ ປ.5, ປຶ້ມຂຽນ 6,550 ຫົວ, ສໍດຳ 6,330 ກ້ານ, ປຶ້ມນິທານ ແລະ ປຶ້ມແບບຝຶກຫັດເກືອບ 900 ຫົວ, ໂປສເຕີ ເພື່ອການສຶກສາຫຼາຍກວ່າ 500 ແຜ່ນ ແລະ ອຸປະກອນກິລາ (ກະຕໍ້, ບານເຕະ, ບານສົ່ງ, ຊຸດໄມ້ດອກປີກໄກ່). ພ້ອມດຽວກັນນັ້ນ, ທາງອົງການ JICA ກໍໄດ້ໃຫ້ການສະໜັບສະໜູນປຶ້ມແບບຮຽນວິຊາຄະນິດສາດ ຊັ້ນປະຖົມສຶກສາແຕ່ ປ.1 ຫາ ປ.5 ຈຳນວນ 2,692 ຫົວອີກດ້ວຍ.
ໂອກາດດັ່ງກ່າວ, ທ່ານ ວິໄລພອນ ພົມມະຫາໄຊ ໄດ້ກ່າວວ່າ: ຕາງໜ້າໃຫ້ກະຊວງສຶກສາທິການ ແລະ ກິລາ ກໍຄືພະແນກສຶກສາທິການ ແລະ ກິລາແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ ສະແດງຄວາມຂອບໃຈຕໍ່ລັດຖະບານອົດສະຕຣາລີ ແລະ ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ສໍາລັບການສະໜັບສະໜູນວຽກງານການສຶກສາຢ່າງຕໍ່ເນື່ອງ, ພ້ອມລາຍງານສະພາບລວມ ພາຍຫຼັງນໍ້າບົກແຫ້ງ ບັນດາສະຖານການສຶກສາ ທີ່ໄດ້ຮັບຜົນກະທົບກໍໄດ້ມີການອະນາໄມ, ສ້ອມແປງ ໃຫ້ນັກຮຽນສາມາດກັບມາຮຽນໄດ້ ແຕ່ປາດສະຈາກບໍ່ໄດ້ ອາຄານຮຽນບາງຫຼັງທີ່ໄດ້ຖືກນໍ້າເຊາະເຈື່ອນຕ້ອງໄດ້ໃຊ້ເວລາໃນການສ້ອມແປງ ແລະ ກໍ່ສ້າງຄືນໃໝ່ ເຊິ່ງພະແນກສຶກສາທິການ ແລະ ກິລາແຂວງ ທັງສອງແຂວງກໍໄດ້ສົມທົບກັບຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ປະເມີນຜົນເສຍຫາຍທີ່ກະທົບ ແລະ ສ້າງແຜນຟື້ນຟູຫຼັງໄພພິບັດ ໄດ້ສະເໜີອົງການປົກຄອງຂັ້ນແຂວງ ບັນຈຸເຂົ້າໃນແຜນຟື້ນຟູ ຂອງອົງການປົກຄອງທ້ອງຖິ່ນ ແລະ ເບື້ອງກະຊວງສຶກສາທິການ ແລະ ກິລາ ກໍໄດ້ມີທຶນການປຸກສ້າງ ໃນບ້ວງສຸກເສີນ ກອງທຶນຮ່ວມສາກົນເພື່ອການສຶກສາ ໄລຍະ 3 (GPE3) ມາກໍ່ສ້າງອາຄານຮຽນ ປະຖົມ ນາເຕີຍ ເມືອງຫຼວງນໍ້າທາ, ແຂວງຫຼວງນໍ້າທາ.
ຂະນະທີ່ ທ່ານ ໄມໂຄ ຄາຣີ ກໍໄດ້ເນັ້ນໜັກວ່າ ການຊ່ວຍເຫຼືອນີ້ສະທ້ອນເຖິງການຮ່ວມມືອັນແໜ້ນແຟ້ນລະຫວ່າງ ລັດຖະບານອົດສະຕຣາລີ ແລະ ລັດຖະບານ ແຫ່ງ ສປປ ລາວ ໃນການຫຼຸດຜ່ອນຜົນກະທົບ ແລະ ສ້າງເງື່ອນໄຂໃຫ້ເດັກນ້ອຍສາມາດສືບຕໍ່ການຮຽນໄດ້ຢ່າງຕໍ່ເນື່ອງ.
ໂອກາດດຽວກັນ, ທ່ານ ໂຄເບ ໂນບູຢູກິ ໄດ້ກ່າວວ່າ: ມີຄວາມຍິນດີທີ່ຈະສະໜັບສະໜູນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໃນການຮັບມືກັບໄພນໍ້າຖ້ວມ ໂດຍໄດ້ສະໜອງປຶ້ມແບບຮຽນວິຊາຄະນິດສາດຊັ້ນປະຖົມສຶກສາ ໃນທຸກຂັ້ນຮຽນ ໃຫ້ແກ່ໂຮງຮຽນທີ່ໄດ້ຮັບຜົນກະທົບ ເພື່ອນຳມາທົດແທນປຶ້ມທີ່ເສຍຫາຍຈາກໄພນໍ້າຖ້ວມ, ຊ່ວຍໃຫ້ຄູສາມາດຈັດການຮຽນການສອນໄດ້.”
ພາບ-ຂ່າວ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ