ມະຫາວິທະຍາໄລສ້າງຄູແຫ່ງຊາດ ຈັດພິທີເຄົາລົບທຸງຊາດ ພ້ອມໂອ້ລົມ ແລະ ຕ້ອນຮັບນັກສຶກສາໃໝ່ ສົກຮຽນ 2026-2027
20/10/2026

ໃນຕອນເຊົ້າຂອງວັນທີ 19 ຕຸລາ 2026, ມະຫາວິທະຍາໄລສ້າງຄູແຫ່ງຊາດ (ມສຊ) ໄດ້ຈັດພິທີເຄົາລົບທຸງຊາດປະຈຳອາທິດຂຶ້ນຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ນຳພາຂອງ ທ່ານ ຮສ. ປອ ຫຼ້າວັນ ວົງຄຳສານ ຜູ້ອຳນວຍການໃຫຍ່ ມສຊ, ພ້ອມດ້ວຍ ທ່ານ ຮສ ນາງ ວົງເດືອນ ໂອໃສ ຮອງຜູ້ອຳນວຍການໃຫຍ່ ມສຊ, ບັນດາຄູ-ອາຈານ, ພະນັກງານ ແລະ ນັກສຶກສາຕັ້ງແຕ່ຊັ້ນປີທີ 1 ຫາ ປີທີ 4 ຈາກທຸກພາກວິຊາ ແລະ ຄະນະວິຊາ ເຂົ້າຮ່ວມຢ່າງພ້ອມພຽງ ແລະ ເຕັມໄປດ້ວຍບັນຍາກາດຟົດຟື້ນ.
ການຈັດພິທີເຄົາລົບທຸງຊາດໃນຄັ້ງນີ້ ມີຈຸດປະສົງຫຼັກເພື່ອເພີ່ມພູນຄວາມສາມັກຄີ ແລະ ສ້າງຄວາມລື້ງເຄີຍ ຮູ້ຈັກເຊິ່ງກັນ ແລະ ກັນ ລະຫວ່າງນັກສຶກສາແຕ່ລະຊັ້ນປີ (ປີ 1 ຫາ ປີ 4) ກໍຄືກັບພະນັກງານ ຄູ-ອາຈານ; ສຶກສາອົບຮົມໃຫ້ນັກສຶກສາມີຄວາມຮັບຮູ້, ເຂົ້າໃຈ ແລະ ເຄົາລົບຕໍ່ລະບຽບການເຄົາລົບທຸງຊາດຢ່າງຖືກຕ້ອງ; ເນັ້ນໜັກໃຫ້ນັກສຶກສາເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບພາລະບົດບາດ, ມານະຈິດ ແລະ ພັນທະຄວາມຮັບຜິດຊອບຂອງຕົນເອງໃນການຄົ້ນຄວ້າຮ່ຳຮຽນຢູ່ພາຍໃນ ມສຊ.
ໃນຕອນທ້າຍຂອງພິທີ, ທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ຜູ້ອຳນວຍການໃຫຍ່ ມສຊ ໄດ້ໃຫ້ກຽດໂອ້ລົມ ແລະ ທິດຊີ້ນຳຕໍ່ນັກສຶກສາທຸກຄົນ ໂດຍທ່ານໄດ້ເນັ້ນ 3 ເນື້ອໃນຕົ້ນຕໍ ດັ່ງນີ້:
ໜຶ່ງ: ໃຫ້ເອົາໃຈໃສ່ປະຕິບັດໜ້າທີ່ຄວາມຮັບຜິດຊອບຂອງຕົນເອງຢ່າງເຕັມສ່ວນ ໂດຍສະເພາະແມ່ນການຄົ້ນຄວ້າຮ່ຳຮຽນ, ມີຄວາມຫ້າວຫັນ ແລະ ເຂົ້າຮ່ວມທຸກກິດຈະກຳທີ່ທາງມະຫາວິທະຍາໄລວາງອອກ; ສອງ: ພ້ອມກັນຈັດຕັ້ງປະຕິບັດ ກົດລະບຽບຂອງ ມສຊ ຢ່າງເຂັ້ມງວດ ແລະ ປະຕິບັດຕົນໃຫ້ຖືກຕ້ອງຕາມລະບຽບກົດໝາຍຂອງບ້ານເມືອງ; ສາມ: ທ່ານໄດ້ສະແດງຄວາມຍິນດີ ແລະ ກ່າວຕ້ອນຮັບນັກສຶກສາ ປີທີ 1 ຮຸ່ນທຳອິດ ຂອງມະຫາວິທະຍາໄລສ້າງຄູແຫ່ງຊາດ ເຂົ້າສູ່ມະຫາວິທະຍາໄລສ້າງຄູແຫ່ງຊາດ ໃນສົກຮຽນ 2026-2027 ຢ່າງອົບອຸ່ນ.
(ພາບ-ຂ່າວ: ມສຊ)













