Skip to main content

ຄະນະນຳສູນກາງສະຫະພັນກຳມະບານລາວ ເຂົ້າຢ້ຽມພົບປະ ຄະນະນຳ ສສກ ໂອກາດມາເຄື່ອນໄຫວຊຸກຍູ້ວຽກງານ

20/10/2026
ຄະນະນຳສູນກາງສະຫະພັນກຳມະບານລາວ (ສກລ) ໄດ້ລົງເຄື່ອນໄຫວວຽກງານ ແລະ ເຂົ້າພົບຄະນະນຳກະຊວງສຶກສາທິການ ແລະ ກິລາ ເພື່ອລາຍງານ, ແຈ້ງຈຸດປະສົງໃນການເຄື່ອນໄຫວ ແລະ ຈັດກອງປະຊຸມເຜີຍແຜ່ເອກະສານກອງປະຊຸມໃຫຍ່ຜູ້ແທນກຳມະບານລາວ ທົ່ວປະເທດ ຄັ້ງທີ IX ພ້ອມທັງຊຸກຍູ້ວຽກງານກຳມະບານ ຢູ່ ສະຫະພັນກຳມະບານກະຊວງສຶກສາທິການ ແລະ ກິລາ.
ພິທີດັ່ງກ່າວ, ໄດ້ມີຂຶ້ນໃນວັນທີ 20 ຕຸລາ 2026 ນຳໂດຍ ສະຫາຍ ວິໄລ ວົງຂະເສີມ, ຮອງເລຂາຄະນະບໍລິຫານງານພັກ, ຮອງປະທານ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ພ້ອມດ້ວຍຄະນະ ແລະ ໃຫ້ກຽດຕ້ອນຮັບຂອງ ສະຫາຍ ປອ ນາງ ດາລາວອນ ກິດຕິພັນ, ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີ ສະຫາຍ ແສງສະເດັນ ບຸນລາວົງ, ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ຄະນະພັກກະຊວງ, ຫົວໜ້າກົມຮ່ວມມືກັບຕ່າງປະເທດ, ທັງເປັນປະທານຄະນະບໍລິຫານງານສະຫະພັນກຳມະບານກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະເຂົ້າຮ່ວມ.
ຈາກນັ້ນ, ກໍໄດ້ມີກອງປະຊຸມເຜີຍແຜ່ເອກະສານກອງປະຊຸມໃຫຍ່ຜູ້ແທນກຳມະບານລາວ ທົ່ວປະເທດ ຄັ້ງທີ IX ໂດຍພາຍໃຕ້ການເປັນປະທານຂອງທ່ານຂອງ ສະຫາຍ ວິໄລ ວົງຂະເສີມ, ມີ ສະຫາຍ ແສງສະເດັນ ບຸນລາວົງ ພ້ອມດ້ວຍຄະນະຮັບຜິດຊອບວຽກງານ, ຕາງໜ້າຈາກບັນດາສະຫະພັນກຳມະບານ ແລະ ຮາກຖານກຳມະບານທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ, ສະຫາຍ ແສງສະເດັນ ບຸນລາວົງ ໄດ້ລາຍງານໂດຍສັງເຂບກ່ຽວກັບການເຄື່ອນໄຫວວຽກງານກຳມະບານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026, ເຊິ່ງຜ່ານມາ ສະຫະພັນກຳມະບານ ສສກ ມີຄະນະບໍລິຫານງານ 25 ສະຫາຍ, ມີ 2 ສະຫະພັນກຳມະບານ ແລະ 39 ກຳມະບານຮາກຖານ, ມີສະມາຊິກທັງໝົດ 4,475 ສະຫາຍ (ຍິງ 2,117 ສະຫາຍ). ໃນ 6 ເດືອນຕົ້ນປີ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ, ຈັດຕັ້ງການຮ່ວມຊີວິດການເມືອງ, ເຄື່ອນໄຫວສ້າງຂະບວນການຂໍ່ານັບຮັບອັນສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ, ວັນກຳມະກອນສາກົນ ຄົບຮອບ 140 ປີ, ປະຕິບັດນະໂຍບາຍກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ພ້ອມທັງຊຸກຍູ້ຂະບວນການແຂ່ງຂັນ 5 ເປັນເຈົ້າ ແລະ ວຽກງານການເງິນຢ່າງມີປະສິດທິພາບ.
ໂອກາດດຽວກັນ, ຕາງໜ້າຄະນະຈາກສູນກາງສະຫະພັນກຳມະບານລາວ ໄດ້ຜ່ານເອກະສານສຳຄັນຕ່າງໆ ຂອງກອງປະຊຸມໃຫຍ່ຜູ້ແທນກຳມະບານລາວ ທົ່ວປະເທດ ຄັ້ງທີ IX ຄື: ເຜີຍແຜ່ເນື້ອໃນກອງປະຊຸມໃຫຍ່ຜູ້ແທນກຳມະບານລາວ ທົ່ວປະເທດ ຄັ້ງທີ IX; ເຜີຍແຜ່ແຜນພັດທະນາວຽກງານກຳມະບານລາວ 5 ປີ ຄັ້ງທີ V (2026-2030); ເຜີຍແຜ່ກົດລະບຽບຂອງສະຫະພັນກຳມະບານລາວ ສະໄໝທີ IX; ເຜີຍແຜ່ແຜນດຳເນີນງານຂອງຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ສະໄໝທີ IX; ເຜີຍແຜ່ມະຕິກອງປະຊຸມຄົບຄະນະ ວິສາມັນ ຄັ້ງທີ 1 ຂອງຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ສະໄໝທີ IX.
ໃນຕອນທ້າຍ, ຜູ້ເຂົ້າຮ່ວມໄດ້ຮັບຟັງການໂອ້ລົມ ແລະ ຊຸກຍູ້ວຽກງານກຳມະບານຈາກ ສະຫາຍ ວິໄລ ວົງຂະເສີມ ເພື່ອເປັນເຂັມທິດເຍືອງທາງໃຫ້ແກ່ການເຄື່ອນໄຫວວຽກງານຂອງສະຫະພັນກຳມະບານກະຊວງສຶກສາທິການ ແລະ ກິລາ ໃນຕໍ່ໜ້າໃຫ້ມີຄວາມເຂັ້ມແຂງ, ເຕີບໃຫຍ່ຂະຫຍາຍໂຕ ແລະ ໄດ້ຮັບຜົນຮ່ວມຢ່າງຈົບງາມ.
ພາບ-ຂ່າວ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ