ພັດທະນາຫຼັກສູດວິຊາຊີບສາຂາ ບຳລຸງຮັກສາ ແລະ ສ້ອມແປງເຄື່ອງບິນ ເພື່ອຍົກລະດັບບຸກຄະລາກອນການບິນ ຢູ່ ສປປ ລາວ
ກອງປະຊຸມພັດທະນາຫຼັກສູດ ວິຊາຊີບສາຂາ ບຳລຸງຮັກສາ ແລະ ສ້ອມແປງເຄື່ອງບິນ ໄດ້ເປີດຂຶ້ນໃນວັນທີ 3 ສິງຫາ 2026 ຢູ່ທີ່ເມືອງວັງວຽງ, ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ວິໄລພອນ ພົມມະຫາໄຊ ກໍາມະການປະຈໍາພັກກະຊວງ, ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ຮສ.ປອ ບຸນເສັງ ຄຳມຸນຕີ ຜູ້ອຳນວຍການ ສະຖາບັນພັດທະນາອາຊີວະສຶກສາ, ທ່ານ ວິໄຊ ບົວວັນ ຮອງຫົວໜ້າກົມການບິນພົນລະເຮືອນລາວ ແລະ ທ່ານ ສຸລິຍາ ປ່າໄຊ ຜູ້ອຳນວຍການ ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ພ້ອມດ້ວຍຄະນະອຳນວຍການວິທະຍາໄລ, ທີມງານວິທະຍາກອນ ຈາກສະຖາບັນພັດທະນາ ອາຊີວະສຶກສາ, ທີມວິຊາການຈາກ ວິທະຍາໄລເຕັກນິກ ລາວ-ເຢຍລະມັນ, ລັດວິສາຫະກິດ ລາວເດີນອາກາດ (Lao Skyway), ກອງພັນໃຫຍ່...








