ລາວ-ຫວຽດນາມ ຮ່ວມມືສົ່ງເສີມທັກສະການປ້ອງກັນການລ່ວງລະເມີດທາງເພດ ສຳລັບເດັກອາຍຸ 3-5 ປີ
ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ລົງນາມເຊັນສັນຍາການຮ່ວມມືກັບ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ກໍ່ສ້າງ ນະຄອນໂຮ່ຈີມິນ ແຫ່ງ ສສ ຫວຽດນາມ ໃນການຈັດຕັ້ງປະຕິບັດໂຄງການເພດສຶກສາ ແລະ ທັກສະການປ້ອງກັນການລ່ວງລະເມີດທາງເພດ ສຳລັບເດັກອາຍຸ 3-5 ປີ “ERA Kids” ໄລຍະຍາວ.
ພິທີລົງນາມເຊັນສັນຍາການຮ່ວມມືກັນຂອງທັງສອງຝ່າຍໃນຄັ້ງນີ້ ໄດ້ຈັດຂຶ້ນໃນວັນທີ 28 ກໍລະກົດ 2026 ທີ່ສຳນັກງານກະຊວງ ສສກ (ເຂດຕຶກເຈົ້າອານຸວົງ) ລະຫວ່າງ ທ່ານ ນາງ ຈອມແພງ ວົງສາ ຫົວໜ້າກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ເຈີ່ນ ທິ ເກວ້ ຈີ່ (Trần Thị Quế Chi)...








