ເມືອງຊົນນະບູລີ ສົ່ງນັກຮຽນ ເຂົ້າສຶກສາຕໍ່ວິຊາຊີບຄູ ໃນສົກຮຽນ 2026-2027
ໃນວັນທີ 14 ຕຸລາ 2026 ນີ້, ຫ້ອງການສຶກສາທິການ ແລະ ກິລາເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ຈັດພິທີນຳສົ່ງນັກຮຽນ-ນັກສຶກສາຊຸດໃໝ່ ເພື່ອເດີນທາງໄປສຶກສາຕໍ່ໃນສາຂາວິຊາຊີບຄູ ສົກຮຽນ 2026-2027 ທີ່ມະຫາວິທະຍາໄລສ້າງຄູສະຫວັນນະເຂດ ເປັນກຽດເຂົ້າຮ່ວມມີ ທ່ານ ກໍລະກັນ ໄຊຍະລີນ ຫົວຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ ປອ ນາງ ຫຼ້າໄກສອນ ໄຊຍະຈິດ ຮອງຜູ້ອໍານວຍການມະຫາວິທະຍາໄລສ້າງຄູສະຫວັນນະເຂດ ພ້ອມດ້ວຍ ບັນດາຄູ-ອາຈານ, ຜູ້ປົກຄອງ ແລະ ນ້ອງໆນັກຮຽນທີ່ໄດ້ຮັບສິດເຂົ້າຮຽນຕໍ່ ຢ່າງພ້ອມພຽງ.
ການຈັດພິທີນໍາສົ່ງນັກຮຽນໃນຄັ້ງນີ້ ແມ່ນອີງຕາມໜັງສືແຈ້ງການ ເລກທີ 2555/ສກຂ,...








