ຟີຟາ ສັ່ງສອບສວນເຫດການຫຼັງເກມນັດຊີງຊະນະເລີດບານໂລກ 2026
ສະຫະພັນບານເຕະນານາຊາດ ຫຼື ຟີຟາ (FIFA) ໄດ້ປະກາດເປີດການສອບສວນເຫດການຄວາມວຸ້ນວາຍ ແລະ ພຶດຕິກຳຄວາມຮຸນແຮງຢ່າງເປັນທາງການ ຫຼັງຈົບເກມນັດຊີງຊະນະເລີດ ບານໂລກ 2026 ທີ່ ທີມຊາດແອັດສະປາຍ (ສະເປນ) ເອົາຊະນະ ທີມຊາດອາກຊັງຕິນ (ອາເຈນຕິນາ) ໄປໄດ້ 1-0 ທີ່ສະໜາມເມັດໄລ້ ສະເຕດຽມ (MetLife Stadium).
ຫຼັງມີຄລິບວິດີໂອເຜີຍແຜ່ເຫດການຄວາມຮຸນແຮງຂອງນັກເຕະທັງສອງຝ່າຍ ໂດຍມີຜູ້ຫຼິ້ນອາກຊັງຕິນເປັນຊະນວນເຫດສຳຄັນ ບໍ່ວ່າຈະເປັນ ເລອັນໂດຣ ປາເຣເດດ ແລະ ຕິອາໂກ ອັນມາດາ ທີ່ເຂົ້າໄປຈັບ ກາບີ ກອງກາງຂອງ ແອັດສະປາຍ ທຸ້ມລົງກັບພື້ນ. ຂະນະທີ່ກ່ອນໜ້ານັ້ນ ປາເຣເດດ ຫາກໍບີບຄໍ ເອຣິກ ກາເຊຍ ໄປໝາດໆ ສ່ວນ ນາເວວ ໂມລີນາ ກໍຕົກເປັນຂ່າວພະຍາຍາມປ່ອຍໝັດໃສ່ ໂຣດຣີ...








