ພາຍໃຕ້ການນໍາພາຂອງພັກສື່ມວນຊົນລາວ ໄດ້ຮັບການພັດທະນາໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ
ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ, ຜູ້ປະຈຳການຄະນະຊີ້ນໍາກອງປະຊຸມ ໄດ້ລາຍງານຕໍ່ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດຄັ້ງທີ I ທີ່ໄຂຂຶ້ນໃນວັນທີ 14 ກໍລະກົດ 2026 ທີຫໍປະຊຸມແຫ່ງຊາດ ກ່ຽວກັບການເຕີບໃຫຍ່ຂະຫຍາຍຕົວຂອງສື່ມວນຊົນລາວ ແລະ ຜົນສຳເລັດອັນພົ້ນເດັ່ນໃນການເຄື່ອນໄຫວວຽກງານສື່ມວນຊົນໃນໄລຍະຜ່ານມາ ແລະ ທິດທາງແຜນການພັດທະນາວຽກງານສື່ມວນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ.ເພື່ອສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກຕາມທິດ...








