Skip to main content

ພາຍໃຕ້ການນໍາພາຂອງພັກສື່ມວນຊົນລາວ ໄດ້ຮັບການພັດທະນາໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ

16/07/2026

ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ, ຜູ້ປະຈຳການຄະນະຊີ້ນໍາກອງປະຊຸມ ໄດ້ລາຍງານຕໍ່ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດຄັ້ງທີ I ທີ່ໄຂຂຶ້ນໃນວັນທີ 14 ກໍລະກົດ 2026 ທີຫໍປະຊຸມແຫ່ງຊາດ ກ່ຽວກັບການເຕີບໃຫຍ່ຂະຫຍາຍຕົວຂອງສື່ມວນຊົນລາວ ແລະ ຜົນສຳເລັດອັນພົ້ນເດັ່ນໃນການເຄື່ອນໄຫວວຽກງານສື່ມວນຊົນໃນໄລຍະຜ່ານມາ ແລະ ທິດທາງແຜນການພັດທະນາວຽກງານສື່ມວນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ.

ເພື່ອສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກຕາມທິດ “ຕັ້ງໜ້າສ້າງການຫັນປ່ຽນໃນວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ”, ໜຶ່ງໃນວຽກງານສໍາຄັນຂອງໂຄສະນາອົບຮົມ ແມ່ນການປັບປຸງວຽກງານສື່ມວນຊົນ, ສ້າງຄວາມເຂັ້ມງວດໃນການຄຸ້ມຄອງບັນຊາສື່ມວນຊົນ, ພັດທະນາຖັນແຖວສື່ມວນຊົນໃຫ້ຕອບສະໜອງກັບເງື່ອນໄຂໃໝ່, ສ້າງການຫັນປ່ຽນໃນການຄຸ້ມຄອງນໍາໃຊ້ພາຫະນະ, ອຸປະກອນສື່ໃຫ້ກຸ່ມຄ່າ ແລະ ເກີດປະໂຫຍດສູງສຸດ ບົນຈິດໃຈປະຕິບັດນະໂຍບາຍປະຢັດຢ່າງມີປະສິດທິຜົນ. ໃນຊຸມປີຕໍ່ໜ້ານີ້, ຄະນະໂຄສະນາອົບຮົມສູນກາງພັກ ເດັດດ່ຽວຕັດສິນໃຈສືບຕໍ່ພັດທະນາວຽກງານສື່ມວນຊົນ ຕາມທິດຕົ້ນຕໍດັ່ງນີ້: ປ່ຽນແປງຈິນຕະນາການໃໝ່ ດ້ວຍການເຊື່ອມຊຶມ ແລະ ຜັນຂະຫຍາຍແນວຄິດຊີ້ນໍາ ຂອງສະຫາຍ ເລຂາທິການໃຫຍ່ປະທານປະເທດ ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນຄົບຮອບ 70 ປີ ໃຫ້ປະກົດຜົນເປັນຈິງ ຕາມທິດທີ່ວ່າ “ສື່ມວນຊົນແມ່ນຜູ້ປາກອອກແສງ, ຜູ້ທີ່ແທງເຖິງໃຈ, ຜູ້ສະດຸ້ງໄວເມື່ອໄດ້ອ່ານ, ຜູ້ກ້າຜ່ານອຸປະສັກ, ຜູ້ທີ່ມັກຄວາມຈິງ, ຜູ້ຍິງຖືກເປົ້າ” ໃຫ້ປະກົດເປັນຮູບປະທໍາເທື່ອລະກ້າວ.

ພ້ອມກັນນັ້ນ, ຕ້ອງເດັດດ່ຽວຫັນໄປສູ່ຈິນຕະນາການເປັນເຈົ້າຕົນເອງໃຫ້ຫຼາຍຂຶ້ນ, ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບ, ກ້າເຄື່ອນໄຫວເພື່ອຜົນປະໂຫຍດຂອງພັກ, ຂອງຊາດ; ເພີ່ມທະວີ ບົດບາດການນໍາພາທີ່ເຂັ້ມແຂງຂອງພັກຕໍ່ສື່ມວນຊົນ ແລະ ສັງຄົມ ຖືເອົາການກໍ່ສ້າງພັກເປັນປັດໄຈຕັດສິນ ໂດຍສ້າງໃຫ້ການຈັດຕັ້ງພັກ ໃນບັນດາອົງການສື່ມວນຊົນທຸກຂັ້ນ ມີຄວາມປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ, ສ້າງຄວາມເຂັ້ມແຂງ ໃຫ້ແກ່ກົງຈັກການຈັດຕັ້ງຂອງ ສື່ມວນຊົນ ທີ່ຢູ່ພາຍໃຕ້ບັນດາອົງການຈັດຕັ້ງພັກ, ລັດ, ອົງການຈັດຕັ້ງມະຫາຊົນ ແລະ ສັງຄົມ ໃຫ້ສາມາດຈັດຕັ້ງປະຕິບັດພາລະບົດບາດຂອງຕົນໄດ້ຢ່າງໜັກແໜ້ນ ເປົ້າໝາຍສູງສຸດແມ່ນ ເພື່ອຮັບປະກັນໃຫ້ໄດ້ 4 ລັກ ສະນະອັນສັກສິດຂອງສື່ມວນຊົນປະຕິວັດ ຄື: ລັກສະນະຕົວຈິງ, ລັກສະນະສຶກສາອົບຮົມ, ລັກສະນະແນະນໍາ ແລະ ລັກສະນະຕໍ່ສູ້; ສື່ມວນຊົນຕ້ອງເປັນກະບອກສຽງທີ່ມີພະລັງໃນການເຄື່ອນໄຫວໂຄສະນາ, ປຸກລະດົມ, ເຕົ້າໂຮມຄວາມສາມັກຄີ, ຍົກສູງຈິດໃຈຮັກຊາດ, ຮັກລະບອບໃໝ່, ຍົກສູງຈິດໃຈເອກະລາດ, ເປັນເຈົ້າຕົນເອງ ແລະ ເພິ່ງຕົນເອງ; ອອກແຮງແຂ່ງຂັນສ້າງຂະບວນການຮັກຊາດ ແລະ ພັດທະນາ ໃຫ້ມີຄວາມຟົດຟື້ນ ແລະ ເປັນຮູບປະທໍາຢ່າງແທ້ຈິງ, ສ້າງ “ກອງນໍາໜ້າແນວຄິດ” ທີ່ຕອບໂຕ້ຂໍ້ມູນຂ່າວສານປອມແປງໄດ້ທັນທີ, ດ້ວຍການສ້າງຕັ້ງໜ່ວຍງານ ຕອບໂຕ້ໄວ ພາຍໃຕ້ການຊີ້ນໍາ ຂອງຄະນະພັກ ເພື່ອຕິດຕາມການເໜັງຕີງຂອງຫາງສຽງສັງຄົມ, ຝຶກອົບຮົມນັກຂ່າວໃຫ້ມີທັກສະຂ່າວສານການຕ່າງປະເທດ ແລະ ສາມາດແກ້ໄຂຂໍ້ມູນທີ່ລະອຽດອ່ອນ ເພື່ອປົກປ້ອງພາບພົດການນໍາພາຂອງພັກ ໃນຍຸກທີ່ຂໍ້ມູນໄຫຼວຽນຢ່າງໄຮ້ພົມແດນ; ຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງ-ການປົກຄອງ ຕິດພັນກັບຍຸກດິຈິຕອນ 4.0 ແລະ ປັນຍາປະດິດ(AI), ປັບປຸງຄວາມຮັບຮູ້ໃໝ່ຂອງນັກຂ່າວ, ບັນນາທິການຂ່າວ ແລະ ນັກເຕັກນິກ ໃນບັນດາອົງການສື່ມວນຊົນຢ່າງຕໍ່ເນື່ອງ, ເພີ່ມທະວີຄວາມເຂັ້ມງວດໃນການຈັດຕັ້ງ ປະຕິບັດຈັນຍາບັນວິຊາຊີບໃຫ້ຮັດກຸມຕາມກົດໝາຍກໍານົດໄວ້.

ພ້ອມນັ້ນຕ້ອງເອົາໃຈໃສ່ ປົກປ້ອງ ຄຸ້ມຄອງ ພາບພົດອັນດີງາມຂອງນັກຮົບສື່ມວນຊົນປະຕິວັດ ບໍ່ໃຫ້ຖືກສັ່ນຄອນຈາກປະກົດການຫຍໍ້ທໍ້ພາຍໃນ ແລະ ປັບປຸງລະບອບ, ກົນໄກ, ແບບແຜນເຮັດວຽກ ຂອງອົງການສື່ມວນຊົນທັງ 5 ພາກສ່ວນທີ່ເປັນສື່ຫຼັກຂອງລັດ ໃຫ້ກົມກຽວ ແລະ ມີຄຸນນະພາບ.

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ