Skip to main content

ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ເປີດຂຶ້ນຢ່າງເປັນທາງການ

16/07/2026
ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດການນໍາພາຂອງພັກ ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ” ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 14 ກໍລະກົດນີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ໂດຍການເປັນປະທານຂອງທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ຮອງປະທານສະພາທິດສະດີສູນກາງພັກ, ມີທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກສົມບູນ-ສຳຮອງ, ບັນດາອະດີດການນຳ, ພະນັກງານອາວຸໂສບໍານານ, ມີລັດຖະມົນຕີ-ຮອງລັດຖະມົນຕີ, ບັນດາຜູ້ແທນສື່ມວນຊົນຈາກສູນກາງ ແລະ ທ້ອງຖິ່ນ, ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກ່າວເປີດກອງປະຊຸມວ່າ: ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ໃນຄັ້ງນີ້, ມີຄວາມໝາຍສໍາຄັນຍິ່ງ, ຊຶ່ງໄດ້ພ້ອມກັນຮັບຟັງການສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດບັນດາທິດທາງວຽກງານສື່ມວນຊົນໃນໄລຍະຜ່ານມາ ກໍຄືການປະຕິບັດມະຕິ 36 ຂອງກົມການເມືອງສູນກາງພັກ ກ່ຽວກັບການເພີ່ມທະວີການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ຕໍ່ສື່ມວນຊົນໃນໄລຍະໃໝ່ ໂດຍລົງເລິກຊອກໃຫ້ເຫັນຜົນງານດ້ານດີທີ່ພົ້ນເດັ່ນ, ດ້ານອ່ອນຂໍ້ຄົງຄ້າງ, ບັນດາສາເຫດຕົ້ນຕໍ ແລະ ບົດຮຽນທີ່ຖອດຖອນໄດ້. ຈາກນັ້ນ, ໄດ້ພ້ອມກັນວາງທິດທາງ, ຄາດໝາຍ ແລະ ບັນດາວຽກງານຕົ້ນຕໍທີ່ຈະໄດ້ສຸມໃສ່ຈັດຕັ້ງປະຕິບັດແຕ່ນີ້ຮອດປີ 2030 ກໍຄືໃນໄລຍະ 5 ປີຕໍ່ໜ້າ ເພື່ອນໍາເອົາວຽກງານສື່ມວນຊົນລາວ ຫັນໄປສູ່ທັນສະໄໝ, ຫັນເປັນດີຈີຕອນ ແລະ ຫັນໄປສູ່ຄຸນນະພາບໃໝ່ ໃນທ່າມກາງຍຸກສະໄໝທີ່ຂໍ້ມູນຂ່າວສານມີການປ່ຽນແປງຢ່າງວ່ອງໄວ ແລະ ເຕັກໂນໂລຊີດີຈີຕອນໄດ້ເຂົ້າມາມີບົດບາດຢ່າງຫຼີກລ່ຽງບໍ່ໄດ້. ກອງປະຊຸມໃນຄັ້ງນີ້, ຍັງໄດ້ຮັບຟັງການຜ່ານ ແລະ ປະກອບຄໍາເຫັນ, ແລກປ່ຽນຖອດຖອນບົດຮຽນໃສ່ຮ່າງມະຕິຂອງກົມການເມືອງສູນກາງພັກ ສະບັບປັບປຸງໃໝ່ ວ່າດ້ວຍການເພີ່ມທະວີການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ ຕໍ່ວຽກງານສື່ມວນຊົນໃນໄລຍະໃໝ່ ເພື່ອປ່ຽນແທນມະຕິ ເລກທີ 36/ກມສພ, ລົງວັນທີ 19 ມິຖຸນາປີ 1993 ເພື່ອເປັນທິດຊີ້ນໍາ ໃນການສືບຕໍ່ພັດທະນາວຽກງານສື່ມວນຊົນລາວໃນໄລຍະໃໝ່. ພ້ອມກັນນັ້ນ, ໃນກອງປະຊຸມ ໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນຈາກພາກສ່ວນສື່ມວນຊົນຕ່າງໆ ທັງສູນກາງ, ທ້ອງຖິ່ນ ແລະ ທັງພາກລັດ-ເອກະຊົນທີ່ມີຫຼາຍຫົວຂໍ້ສໍາຄັນ.
ບັນດາເນື້ອໃນຕ່າງໆ ກໍຄືທິດທາງໜ້າທີ່ ທີ່ກ່າວມານັ້ນ ລ້ວນແຕ່ເປັນບັນຫາສໍາຄັນຫຼາຍ ທີ່ຕ້ອງໄດ້ເພີ່ມທະວີການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ຕໍ່ບັນດາອົງການສື່ມວນຊົນລາວ ໃນຍຸກແຫ່ງການເຊື່ອມໂຍງພາກພື້ນ ແລະ ສາກົນ, ຍຸກເສດຖະກິດຕະຫຼາດ, ຍຸກທີ່ມີຄວາມຈະເລີນກ້າວໜ້າທາງດ້ານເຕັກໂນໂລຊີ-ຂໍ້ມູນຂ່າວສານ. ຂ້າພະເຈົ້າມີຄວາມເຊື່ອໝັ້ນ ແລະ ຫວັງຢ່າງຍິ່ງວ່າ ຕະຫຼອດໄລຍະຂອງກອງປະຊຸມໃນຄັ້ງນິີ້, ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ຈະໄດ້ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນໃຫ້ສູງຂຶ້ນ, ເສີມຂະຫຍາຍປະ ຊາທິປະໄຕຢ່າງແຂງແຮງ, ສຸມຈິດສຸມໃຈ ແລະ ສະຕິປັນນຍາເຂົ້າໃນການຄົ້ນຄວ້າ, ຄິດຫງໍາ, ເປັນເຈົ້າການຮັບຟັງ, ຮ່ວມກັນສົນທະນາປະກອບຄຳຄິດເຫັນຢ່າງກົງໄປກົງມາ ຕໍ່ບັນດາເອກະສານຕ່າງໆຢ່າງສ້າງສັນ ເພື່ອຊອກຫາແນວທາງພັດທະນາວຽກງານສື່ມວນຊົນໃຫ້ມີຄວາມເຂັ້ມແຂງ ແລະ ກ້າວໃຫ້ທັນຍຸກສະໄໝຍິ່ງໆຂຶ້ນໄປ ແລະ ເຮັດໃຫ້ກອງປະຊຸມວຽກງານສື່ມວນຊົນຄັ້ງນີ້, ໄດ້ບັນລຸຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ທຸກປະການ.
(ຂ່າວ-ພາບ: ໜັງສືພິມປະຊາຊົນ)

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ