ສະຫາຍ ກິແກ້ວ ໄຂຄຳພິທູນ ເນັ້ນໃຫ້ສື່ມວນຊົນ ຍຶດໝັ້ນຈັນຍາບັນຕາມ 5 ຫຼັກການ
ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້ງຊາດ, ປະທານສະພາທິດສະດີສູນກາງພັກ ໄດ້ກ່າວໃນກອງປະຊຸມສຳມະນາເຊື່ອມຊຶມເອກະສານກະກຽມໃຫ້ການດຳເນີນກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ໃນວັນທີ 13 ກໍລະກົດນີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍເນັ້ນວ່າ:
ໃນຍຸກສະໄໝປັດຈຸບັນການຂະຫຍາຍຕົວຂອງວິທະຍາສາດເຕັກໂນໂລຊີ ມີຄວາມກ້າວໜ້າກະໂດດ, ການຫັນເປັນດີຈີຕອນແມ່ນຄວາມຮຽກຮ້ອງຕ້ອງການ ທັງເປັນບັນຫາເລັ່ງທວງໃນການພັດທະນາປະເທດຊາດ ເພື່ອຕອບສະໜອງກັບລະດັບຄາດໝາຍນັບມື້ສູງຂຶ້ນ. ສະນັ້ນ, ການຍົກສູງຈັນຍາບັນສື່ມວນຊົນຕ້ອງຍຶດໝັ້ນຈັນຍາບັນຕາມ 5 ຫຼັກການ ຄື:
1. ຄວາມຖືກຕ້ອງ ແລະ ສັດຈະທຳ: ຕ້ອງນຳສະເໜີຄວາມຈິງ...








