Skip to main content

ສະຫາຍ ກິແກ້ວ ໄຂຄຳພິທູນ ເນັ້ນໃຫ້ສື່ມວນຊົນ ຍຶດໝັ້ນຈັນຍາບັນຕາມ 5 ຫຼັກການ

14/07/2026
ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້ງຊາດ, ປະທານສະພາທິດສະດີສູນກາງພັກ ໄດ້ກ່າວໃນກອງປະຊຸມສຳມະນາເຊື່ອມຊຶມເອກະສານກະກຽມໃຫ້ການດຳເນີນກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ໃນວັນທີ 13 ກໍລະກົດນີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍເນັ້ນວ່າ:
ໃນຍຸກສະໄໝປັດຈຸບັນການຂະຫຍາຍຕົວຂອງວິທະຍາສາດເຕັກໂນໂລຊີ ມີຄວາມກ້າວໜ້າກະໂດດ, ການຫັນເປັນດີຈີຕອນແມ່ນຄວາມຮຽກຮ້ອງຕ້ອງການ ທັງເປັນບັນຫາເລັ່ງທວງໃນການພັດທະນາປະເທດຊາດ ເພື່ອຕອບສະໜອງກັບລະດັບຄາດໝາຍນັບມື້ສູງຂຶ້ນ. ສະນັ້ນ, ການຍົກສູງຈັນຍາບັນສື່ມວນຊົນຕ້ອງຍຶດໝັ້ນຈັນຍາບັນຕາມ 5 ຫຼັກການ ຄື:
1. ຄວາມຖືກຕ້ອງ ແລະ ສັດຈະທຳ: ຕ້ອງນຳສະເໜີຄວາມຈິງ ທີ່ມີການກວດສອບແຫຼ່ງຂ່າວຢ່າງຄັກແນ່, ບໍ່ບິດເບືອນ, ບໍ່ສ້າງຂ່າວປອມ ແລະ ຫາກມີຄວາມຜິດພາດຕ້ອງຮີບຮ້ອນແກ້ໄຂທັນທີ.
2. ຄວາມເປັນກາງ ແລະ ເປັນທຳ: ຕ້ອງນຳສະເໜີຂໍ້ມູນໃຫ້ຮອບດ້ານ, ໃຫ້ໂອກາດທຸກຝ່າຍໄດ້ຊີ້ແຈງຄວາມຈິງ, ບໍ່ເລືອກຂ້າງ ແລະ ໃຫ້ຄວາມຄິດເຫັນສ່ວຕົວລົງໄປໃນເນື້ອຫາຂ່າວ.
3. ເອກະລາດ ແລະ ສັກສີວິຊາຊີບ: ຕ້ອງມີອິດສະຫຼະພາບໃນການເຮັດວຽກ, ບໍ່ຕົກຢູ່ພາຍໃຕ້ອິດທິພົນຂອງກຸ່ມທຶນ ຫຼື ຜົນປະໂຫຍດໃດໆ, ບໍ່ຮັບສິນບົນເພື່ອຜົນປະໂຫຍດໃຫ້ບຸກຄົນອື່ນ.
4. ຄວາມຮັບຜິດຊອບຕໍ່ສັງຄົມ: ຕ້ອງຄຳນຶງເຖິງຜົນກະທົບຕໍ່ຄວາມໝັ້ນຄົງ, ວັດທະນະທຳ ແລະ ຮີດຄອງປະເພນີ, ຫຼີກເວັ້ນການນຳສະເໜີພາບ ຫຼື ເນື້ອຫາທີ່ຮຸນແຮງ, ອານາຈານ ຫຼື ກະຕຸ້ນໃຫ້ເກີດຄວາມຂັດແຍ້ງ.
5. ການເຄົາລົບສິດສ່ວນບຸກຄົນ: ບໍ່ລະເມີດສິດທິສ່ວນຕົວຂອງບຸກຄົນອື່ນ ໂດຍບໍ່ມີເຫດຜົນດ້ານປະໂຫຍດສາທາລະນະ ໂດຍສະເພາະແມ່ນການປົກປ້ອງເດັກນ້ອຍ, ເຍົາວະຊົນ, ຜູ້ເຈັບປ່ວຍ ແລະ ຜູ້ເປັນເຫຍື່ອໃນຄະດີຕ່າງໆ.
ໃນຂະນະດຽວກັນ, ຖັັນແຖວສື່ມວນຊົນຕ້ອງໄດ້ຍຶດໝັ້ນໃນຈັນຍາບັນຂອງພະນັກງານ-ລັດຖະກອນ, ເນື່ອງຈາກວ່ານັກຂ່າວ, ຜູ້ບັນນາທິການ, ຜູ້ຜະລິດລາຍການ ແລະ ອື່ນໆ ລ້ວນແຕ່ເປັນພະນັກງາຂອງລັດ, ຕ້ອງປະພຶດຕົນເອງໃຫ້ສອດຄ່ອງກັບຈັນຍາບັນເພື່ອຮັກສາຊື່ສຽງ, ກຽດສັກສີຂອງຕົນ, ມີຄວາມຮັບຜິດຊອບຕໍ່ການປະຕິບັດໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້, ນຳໃຊ້ວິຊາຊີບ ແລະ ໃຫ້ການບໍລິການປະຊາຊົນດ້ວຍຄວາມບໍລິສຸດສັດຊື່ ແລະ ຈິງໃຈ ແລະ ເອົາໃຈໃສ່ຍົກສູງຈັນຍາບັນໃນຖານະເປັນພະນັກງານ-ລັດຖະກອນ ດັ່ງນີ້:
1. ຈັນຍາບັນຕໍ່ຕົນເອງ: ຕ້ອງມີຈັນຍາບັນຕໍ່ຕົນເອງ ດ້ວຍການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານ-ລັດຖະກອນທີ່ດີ, ມີຄຸນທາດການເມືອງໜັກແໜ້ນ ແລະ ມີຄຸນສົມບັດສິນທຳປະຕິວັດ.
2. ຈັນຍາບັນຕໍ່ວິຊາຊີບ: ຕ້ອງເຄື່ອນໄຫວວິຊາຊີບດ້ວຍຄວາມສັດຊື່ ແລະ ບໍ່ສະແຫວງຫາຜົນປະໂຫຍດໃນທາງທີ່ບໍ່ຖືກຕ້ອງ ແລະ ຕ້ອງປະຕິບັດຈັນຍາບັນຂອງຕົນຢ່າງເຂັ້ມງວດ.
3. ຈັນຍາບັນຕໍ່ການຈັດຕັ້ງ: ຕ້ອງເລົາລົບ ແລະ ມີສະຕິຕໍ່ການຈັດຕັ້ງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ, ຮັກສາຄວາມລັບ ແລະ ປະຕິບັດລະບຽບວິໄນຂອງການຈັດຕັ້ງຢ່າງເຂັ້ມງວດ, ຈັນຍາບັນຕໍ່ປະຊາຊົນ ແລະ ສັງຄົມ:ຕ້ອງບໍລິການຮັບໃຊ້ປະຊາຊົນ ແລະ ສັງຄົມດ້ວຍຄວາມຈິງໃຈ, ສະເໝີພາບ, ໂປ່ງໃສ, ມີກິລິຍາມາລະຍາດດີ, ຖະໝອມຖ່ອມຕົວ, ບໍ່ຮຽກຮ້ອງສິ່ງຕອບແທນ ແລະ ບໍ່ສ້າງຄວາມຫຍຸ້ງຍາກໃຫ້ປະຊາຊົນ ແລະ ສັງຄົມໃນເວລາປະຕິບັດໜ້າທີ່ວຽກງານ.

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ