ຈຳປາສັກ ຊະນະ ສຽມລຽບ 4-3 ເຕະບານມິດຕະພາບ ລາວ-ກຳປູເຈຍ ສະຫຼອງວັນສ້າງຕັ້ງກິລາລາວ ຄົບຮອບ 60 ປີ ຢ່າງຟົດຟື້ນ
ວົງການກິລາແຂວງຈຳປາສັກ ເຕັມໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ປິຕິຊົມຊື່ນ ໃນໂອກາດຈັດການແຂ່ງຂັນເຕະບານມິດຕະພາບນັດພິເສດ (International Friendly Match) ລະຫວ່າງ ທີມ VIP ຂອງ ສປປ ລາວ ແລະ ຣາຊະອານາຈັກ ກຳປູເຈຍ ພາຍໃຕ້ຄຳຂວັນ “ໜຶ່ງເກມການແຂ່ງຂັນ ໜຶ່ງມິດຕະພາບ ໜຶ່ງພາກພື້ນ” (One Game One Friendship One Region) ເພື່ອສືບຕໍ່ຮັດແໜ້ນ, ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄວາມສາມັກຄີຮັກແພງຖານບ້ານໃກ້ເຮືອນຄຽງທີ່ດີງາມ ລະຫວ່າງ ສອງຊາດ ລາວ-ກຳປູເຈຍ ເວົ້າລວມ, ເວົ້າສະເພາະແມ່ນ ລະຫວ່າງ ແຂວງຈຳປາສັກ ແລະ ແຂວງສຽມລຽບ...








