Skip to main content

ສສຊ ເຂດ 13 ສະເໜີໃຫ້ສຸມໃສ່ແກ້ໄຂບັນຫາຂົງເຂດການສຶກສາ

13/07/2026
ທ່ານ ໄຊປັນຍາ ພົມວິຫານ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ໃນການປັບປຸງລະບົບການສຶກສາ ແລະ ປັບປຸງກົດໝາຍ-ນິຕິກຳໃຕ້ກົດໝາຍ ກ່ຽວກັບການບໍລິການລັດ ໂດຍສະເໜີໃຫ້ເພີ່ມທະວີເອົາໃຈໃສ່ວຽກງານສຶກສາໃຫ້ຫຼາຍຂຶ້ນ, ສຸມໃສ່ແກ້ໄຂບັນຫາຕ່າງໆໃນຂົງເຂດການສຶກສາ ເປັນຕົ້ນແມ່ນ ຄູສອນ, ການເຂົ້າຮຽນຂອງນັກຮຽນ, ການພັດທະນາພື້ນຖານໂຄງລ່າງການສຶກສາ ເພື່ອເຮັດໃຫ້ບຸກຄະລາກອນຂອງປະເທດເຮົາມີຄຸນນະພາບສູງຂຶ້ນ; ພ້ອມນີ້, ທ່ານຍັງສະເໜີໃຫ້ຄົ້ນຄວ້າປັບປຸງບັນດາກົດໝາຍ, ນິຕິກຳໃຕ້ກົດໝາຍ ທີ່ກ່ຽວຂ້ອງກັບບັນດາກົງຈັກລັດທີ່ມີການປັບປຸງແລ້ວ ເພື່ອກຳນົດຂອບເຂດສິດໃຫ້ລະອຽດຂຶ້ນຕື່ມ ເຊິ່ງນັບແຕ່ປີ 2025 ມານີ້, ພວກເຮົາໄດ້ສຸມໃສ່ການປັບປຸງກົງຈັກການຈັດຕັ້ງຂອງລັດທັງສູນກາງ ແລະ ທ້ອງຖິ່ນ ໂຮມບັນດາກົງຈັກຈໍານວນໜຶ່ງເຂົ້າກັນ, ລັດຖະບານ ກໍມີການໂຮມບັນດາກະຊວງ, ສະພາແຫ່ງຊາດ ກໍມີການໂຮມບັນດາກຳມາທິການເຂົ້າກັນ ເຮັດໃຫ້ກົງຈັກມີຄວາມກະທັດຮັດ ແລະ ມີປະສິດທິພາບ ເພື່ອຮັບປະກັນການປັບປຸງພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການຈັດຕັ້ງລັດ ທັງສູນກາງ ແລະ ທ້ອງຖິ່ນ ໃຫ້ໄດ້ຮັບຜົນດີ.
ແຫຼ່ງຂ່າວ: ຂ່າວຜູ້ແທນປະຊາຊົນ

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ