Skip to main content

ວລ ເຕັກນິກ ລາວ-ເຢຍລະມັນ ແລກປ່ຽນບົດຮຽນ ຮ່ວມກັບສະຖານປະກອບການ ໃນການປະຕິບັດການຮຽນ-ການສອນອາຊີວະສຶກສາແບບຄວບຄູ່ ສົກ 2025-2026 ແລະ ວາງແຜນ ສົກ 2026-2027

13/07/2026
ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ໄດ້ຈັດກອງປະຊຸມສະຫຼຸບ, ຖອດຖອນ ແລະ ແລກປ່ຽນບົດຮຽນ ໃນການຈັດຕັ້ງປະຕິບັດການຮຽນ-ການສອນອາຊີວະສຶກສາແບບຄວບຄູ່ ຮ່ວມກັບສະຖານປະກອບການ ປະຈຳສົກຮຽນ 2025-2026 ແລະ ວາງແຜນການຈັດຕັ້ງປະຕິບັດ ໃນສົກຮຽນ 2026-2027 ໃນວັນທີ 10 ກໍລະກົດ 2026 ທີ່ຫ້ອງປະຊຸມ ວິທະຍາໄລດັ່ງກ່າວ, ໂດຍການເປັນປະທານຂອງທ່ານ ທ່ານ ສຸລິຍາ ປ່າໄຊ ຜູ້ອຳນວຍການວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ, ພ້ອມດ້ວຍຄະນະຮອງຜູ້ອຳນວຍການ, ຫົວໜ້າສູນບໍລິການອາຊີວະສຶກສາແບບຄວບຄູ່ ຕາງໜ້າສະພາກຳມະການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຜູ້ຈັດການທົ່ວໄປ ບໍລິສັດ ລາວໂຕໂຢຕາ, ຕາງໜ້າສະມາຄົມຍານພາຫະນະ, ພ້ອມດ້ວຍຄະນະພະແນກ, ຄະນະພາກວິຊາ, ຄູ-ອາຈານ ແລະ ຕາງໜ້າຈາກສະຖານປະກອບການຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ສຸລິຍາ ປ່າໄຊ ໄດ້ກ່າວເປີດກອງປະຊຸມ ພ້ອມເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມື ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຢ່າງຈິງໃຈ ມາຍັງບັນດາສະຖານປະກອບການ, ຫົວໜ້າພະແນກ, ຫົວໜ້າພາກວິຊາ, ຄູ-ອາຈານ ແລະ ແຂກຜູ້ມີກຽດທຸກທ່ານ ທີ່ໄດ້ເສຍສະຫຼະເວລາອັນມີຄ່າເຂົ້າຮ່ວມກອງປະຊຸມໃນມື້ນີ້, ການຮຽນ-ການສອນອາຊີວະສຶກສາແບບຄວບຄູ່ ແມ່ນຍຸດທະສາດອັນສຳຄັນໃນການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບ, ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງຕະຫຼາດແຮງງານຕົວຈິງ. ກອງປະຊຸມໃນຄັ້ງນີ້ ພວກເຮົາຈະໄດ້ຮ່ວມກັນທົບທວນຄືນຜົນສຳເລັດ, ສົນທະນາ ແລະ ຖອດຖອນບົດຮຽນຈາກຂໍ້ຄົງຄ້າງໃນສົກຮຽນ 2025-2026 ທີ່ຜ່ານມາ, ພ້ອມທັງຮ່ວມກັນກຳນົດທິດທາງ ແລະ ວາງແຜນການຮ່ວມມືຢ່າງຮັດກຸມ ສໍາລັບສົກຮຽນ 2026-2027 ທີ່ຈະມາເຖິງນີ້ ໃຫ້ມີປະສິດທິຜົນສູງສຸດ.
ຈາກນັ້ນ, ທ່ານ ນາງ ເກດສະໜາ ສີພອນພັດ ຫົວໜ້າພະແນກວິຊາການ ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ໄດ້ຂຶ້ນຜ່ານບົດລາຍງານສະຫຼຸບຜົນສຳເລັດ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດການຮຽນ-ການສອນອາຊີວະສຶກສາແບບຄວບຄູ່ ປະຈຳສົກຮຽນ 2025-2026. ພ້ອມດຽວກັນນັ້ນ, ກອງປະຊຸມກໍໄດ້ເປີດໂອກາດໃຫ້ຕາງໜ້າຈາກສະຖານປະກອບການ, ຄະນະພາກວິຊາ ແລະ ຄູ-ອາຈານ ໄດ້ສົນທະນາແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ກ່ຽວກັບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຝຶກປະຕິບັດຕົວຈິງ ຂອງນັກສຶກສາຢູ່ສະຖານປະກອບການ.
ໃນຕອນທ້າຍຂອງກອງປະຊຸມ, ທ່ານ ສຸລິຍາ ປ່າໄຊ ໄດ້ໃຫ້ກຽດຂຶ້ນມອບໃບຍ້ອງຍໍ ໃຫ້ແກ່ບັນດາສະຖານປະກອບການ ທີ່ມີຜົນງານດີເດັ່ນໃນການຮັບນັກສຶກສາເຂົ້າຝຶກງານ ແລະ ສະໜັບສະໜູນກິດຈະກຳຕ່າງໆ ເຊັ່ນ: ວຽກງານກິລາ ຂອງວິທະຍາໄລ ປະຈຳສົກຮຽນ 2025-2026 ເພື່ອເປັນການສະແດງຄວາມຮູ້ບຸນຄຸນອັນລົ້ນເຫຼືອ ທີ່ໄດ້ຮ່ວມກັນສ້າງນັກສຶກສາໃຫ້ກາຍເປັນຊັບພະຍາກອນມະນຸດທີ່ມີຄຸນນະພາບ ແລະ ພ້ອມອອກຮັບໃຊ້ສັງຄົມ.
ພາບ-ຂ່າວ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ