ສຸດມ່ວນ! “ມູໂຊວາ” ບຽດຊະນະ “ກັອບ” ຜ່ານເຂົ້າຊີງກັບ “ນົດໂກວາ” ເພື່ອນຮ່ວມຊາດ ເທັນນິດ ວິນເບິນດັນ 2026 ຍິງດ່ຽວ
ຈາລຶກປະຫວັດສາດໜ້າໃໝ່! ການແຂ່ງຂັນເທັນນິດແກຣນສະແລມທີ 3 ຂອງປີ ລາຍການ “ວິນເບິນດັນ 2026” ທີ່ສະໜາມ ອໍ ອິງແລນ ເທັນນິດ ຄລັບ (All England Tennis Club) ນະຄອນຫຼວງລອນດອນ ປະເທດອັງກິດ ເມື່ອຄືນວັນພະຫັດ ທີ 9 ກໍລະກົດ 2026 ທີ່ຜ່ານມາ ໃນຮອບຮອງຊະນະເລີດ ປະເພດຍິງດ່ຽວ ເກີດແມັດດຣາມ້າລະດັບຫ້າດາວຂຶ້ນ ເມື່ອ ຄາໂຣລີນາ ມູໂຊວາ (Karolina Muchova) ນັກເທັນນິດສາວຫົວໃຈນັກສູ້ ມືວາງອັນດັບ 10 ຂອງລາຍການຈາກ ສາທາລະນະລັດເຊັກ ພິກສະຖານະການເຊັບແມັດພອຍ ກ່ອນບຽດເອົາຊະນະ ໂຄໂຄ ກັອບ (Coco Gauff) ມືວາງອັນດັບ 7 ຂອງລາຍການຈາກ ສະຫະລັດອາເມຣິກາ ໄປໄດ້ຢ່າງສຸດລະທຶກ 2-1 ເຊັດ ດ້ວຍຄະແນນ 6-2, 1-6 ແລະ 7-6 (ໄທເບຣກ 12-10)...








