Skip to main content

ກະຊວງ ສສກ ຈະສຸມໃສ່ແກ້ໄຂຫຼາຍບັນຫາ ເຮັດໃຫ້ການສຶກສາຢູ່ຊົນນະບົດ ມີຄຸນນະພາບເທົ່າທຽມກັບຕົວເມືອງ

13/07/2026
ກະຊວງສຶກສາທິການ ແລະ ກິລາ (ສສກ) ຈະສຸມໃສ່ປັບປຸງ, ແກ້ໄຂຫຼາຍບັນຫາສຳ ຄັນຕິດພັນກັບການພັດທະນາ ດ້ານການສຶກສາ ກໍຄື ການຮຽນ-ການສອນ ຢູ່ເຂດຊົນນະບົດ, ຫ່າງໄກສອກຫຼີກ ມີຄຸນນະພາບ ແລະ ເທົ່າທຽມກັບ ຕົວເມືອງ.
ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະພາແຫ່ງຊາດ ໃນຫຼາຍບັນຫາສຳຄັນກ່ຽວກັບການສຶກສາ ໃນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ກໍລະກົດ 2026 ນີ້ວ່າ: ເພື່ອເຮັດໃຫ້ການສຶກສາ ຢູ່ເຂດຊົນນະບົດ, ຫ່າງໄກສອກຫຼີກ ມີຄຸນນະພາບ ແລະ ເທົ່າທຽມກັບຕົວເມືອງ ກະຊວງສຶກສາທິການ ແລະ ກິລາ ຈະສຸມໃສ່ການຂະຫຍາຍ ແລະ ສະໜອງອາຫານທ່ຽງໃນໂຮງຮຽນ ໃຫ້ທົ່ວເຖິງເຂດຫ່າງໄກສອກຫຼີກ, ສ້າງຄວາມຮູ້ໃຫ້ໂຮງຮຽນ ແລະ ຊຸມຊົນທ້ອງຖິ່ນ ໃນການຜະລິດກະສິກຳພາຍໃນບ້ານ ເພື່ອມາສະໜອງເປັນວັດຖຸດິບ ໃຫ້ແກ່ອາຫານທ່ຽງ ເພື່ອຄວາມຍືນຍົງ, ສົ່ງເສີມຄວາມຮູ້ດ້ານໂພຊະນາການ, ສຸຂະອະນາໄມ ແລະ ຄວາມປອດໄພຂອງອາຫານ ເພື່ອໃຫ້ເດັກມີສຸຂະພາບແຂງແຮງ ພ້ອມທີ່ຈະມາຮຽນ, ທັງນີ້ກໍເພື່ອເປັນການດຶງດູດຈິດໃຈ ໃຫ້ເດັກນ້ອຍນັກຮຽນ ຢາກສຶກສາຮໍ່າຮຽນ ເພື່ອຫຼຸດຜ່ອນການປະລະການຮຽນ ແລະ ການອອກໂຮງຮຽນກາງປີ. ພ້ອມນີ້, ຍັງຈະສຸມໃສ່ປັບປຸງຫລັກສູດການຮຽນ-ການສອນຊັ້ນກຽມປະຖົມ (ກຸ່ມຮຽນຜ່ານການຫຼິ້ນ, ຫຼິ້ນສູດພັກແລ້ງ 10 ອາທິດ) ໃຫ້ເຊື່ອມຕໍ່ກັບ ປ.1 ໂດຍສະເພາະໃນຊັ້ນປະຖົມ ກໍຄື ການຂະຫຍາຍການຮຽນຊັ້ນປະຖົມໃຫ້ມີຮອດຊັ້ນ ປ.6 ເພື່ອສ້າງພື້ນຖານທີ່ເຂັ້ມແຂງໃຫ້ເດັກກ່ອນຂຶ້ນຮຽນໃນຊັ້ນມັດທະຍົມ, ພ້ອມທັງຈະສ້າງຄວາມເຂັ້ມແຂງໃຫ້ແກ່ສູນການສຶກສານອກໂຮງຮຽນ ເພື່ອຮັບຮອງນັກຮຽນທີ່ຕົກຫລົ່ນ ແລະ ປະລະການຮຽນ ຈາກໃນລະບົບ; ຊຸກຍູ້ການສ້າງຫ້ອງສະໝຸດ ໃຫ້ເປັນສູນການອ່ານ ແລະ ຮຽນຮູ້ ເພື່ອສ້າງບັນຍາກາດການຮຽນໃຫ້ໜ້າສົນໃຈ ແລະ ສົ່ງເສີມການສຶກສາຮຽນຮ່ວມ ເພື່ອໃຫ້ເດັກທຸກກຸ່ມ, ທຸກສະພາບຮ່າງກາຍ ແລະ ຊົນເຜົ່າ ໄດ້ເຂົ້າເຖິງການສຶກສາຢ່າງເທົ່າທຽມ.
ພ້ອມນີ້, ຍັງຈະເພີ່ມທະວີການສະໜອງເບ້ຍລ້ຽງ ໃຫ້ແກ່ນັກຮຽນຈາກຄອບຄົວທຸກຍາກ, ເດັກຂາດໂອກາດ ແລະ ນັກຮຽນພິການ ໃຫ້ໄດ້ຮັບການສຶກສາຢ່າງສະເໝີພາບ ລວມເຖິງການກໍ່ສ້າງຫໍພັກນັກຮຽນ ແລະ ສະໜອງສິ່ງອໍານວຍຄວາມສະດວກທີ່ຈຳເປັນ ຢູ່ໃນເຂດຫ່າງໄກສອກຫລີກ ເພື່ອຫລຸດຜ່ອນອຸປະສັກ ໃນການເດີນທາງມາຮຽນ ແລະ ປ້ອງກັນການປະລະການຮຽນ; ຊຸກຍູ້ການມີສ່ວນຮ່ວມຂອງຊຸມຊົນ, ຜ່ານການເພີ່ມບົດບາດຂອງ ຄະນະພັດທະນາການສຶກສາຂັ້ນບ້ານ ໃຫ້ເຂົ້າມາມີສ່ວນຮ່ວມວາງແຜນພັດທະນາໂຮງຮຽນ ແລະ ຊຸກຍູ້ໃຫ້ສະຖາບັນຄອບຄົວ ຕິດຕາມລູກຫລານບໍ່ໃຫ້ປະລະການຮຽນ ຄຽງຄູ່ກັບການຈັດຕັ້ງປະຕິບັດນະໂຍບາຍປົກປ້ອງເດັກ ແລະ ວຽກງານຕ້ານການຄ້າມະນຸດໃນໂຮງຮຽນ ເພື່ອສ້າງສະພາບແວດລ້ອມທີ່ປອດໄພໃຫ້ແກ່ນັກຮຽນ; ຍົກສູງລະບົບການນິເທດພາຍໃນ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບກຸ່ມໂຮງຮຽນ ແລະ ສຶກສາຕາແສງ ເພື່ອລົງຕິດຕາມ, ຊ່ວຍເຫລືອ ແລະ ປະເມີນຜົນການສອນຂອງຄູຢ່າງໃກ້ຊິດ; ພັດທະນາວິຊາຊີບຄູແບບຕໍ່ເນື່ອງ ເພື່ອສ້າງຄວາມເຂັ້ມແຂງໃຫ້ຄູ ທັງຊັ້ນກ່ອນໄວຮຽນ ຈົນເຖິງຊັ້ນມັດທະຍົມສຶກສາ ເພື່ອຍົກລະດັບຄວາມຮູ້ ແລະ ເຕັກນິກການສອນໃໝ່ໆ; ສະໜອງສື່ ແລະ ອຸປະກອນ ICT ໃຫ້ແກ່ໂຮງຮຽນ, ພ້ອມທັງສົ່ງເສີມໃຫ້ຄູຂັ້ນຮາກຖານ ສາມາດນໍາໃຊ້ແພລັດຟອມດີຈິຕອນ (ເຊັ່ນ: ຄັງປັນຍາລາວ) ເຂົ້າໃນການຮຽນ-ການສອນ ແລະ ການພັດທະນາຕົນເອງ; ສ້າງສື່ການຮຽນ-ການສອນທາງດີຈິຕອນ ແລະ ແພລດຟອມການຮຽນຮູ້ຕ່າງໆ ເພື່ອນໍາໃຊ້ທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນ; ຈັດຕັ້ງການປະເມີນຕົນເອງຂອງໂຮງ ຮຽນ ແລະ ນໍາໃຊ້ມາດຕະຖານຄຸນນະພາບການສຶກສາຂັ້ນພື້ນຖານຢ່າງເຂັ້ມງວດ ເພື່ອວັດແທກປະສິດ ທິພາບການສອນຂອງຄູ ທີ່ສົ່ງຜົນຕໍ່ການຮຽນ ຂອງນັກຮຽນ ແລະ ຈະກຳນົດນະໂຍບາຍ ການສົ່ງເສີມ, ຍ້ອງຍໍຄູດີເດັ່ນ ແລະ ໂຮງຮຽນຕົວແບບ ເພື່ອສ້າງແຮງຈູງ ໃຈໃນການແຂ່ງຂັນພັດທະນາຜົນງານ.
ແຫຼ່ງຂ່າວ: ຂປລ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ