ສສກ ຜ່ານ ແລະ ຮັບຮອງດ້ານວິຊາການ ຄູ່ມືສົ່ງເສີມໂພຊະນາການ ສຳລັບຊັ້ນມັດທະຍົມສຶກສາ
13/07/2026

ກົມສາມັນສຶກສາ, ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ອົງການອຸຍນີເຊັບ (UNICEF) ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມ ຜ່ານ ແລະ ຮັບຮອງດ້ານວິຊາການ ຄູ່ມືສົ່ງເສີມການຈັດຕັ້ງປະຕິບັດວຽກງານສົ່ງເສີມໂພຊະນາການ ສຳລັບຊັ້ນມັດທະຍົມສຶກສາ ຂຶ້ນຢ່າງເປັນທາງການ ໃນວັນທີ 9 ກໍລະກົດ 2026 ທີ່ໂຮງແຮມ ຄຣາວ ພລາຊາ, ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ ນວມຄຳ ຈັນທະບູລີ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ຄາຣີນາ ໂລເປດ (Karina Lopez) ຫົວໜ້າແຜນງານໂພຊະນາການ ຂອງອົງການອຸຍນີເຊັບ ປະຈຳ ສປປ ລາວ, ມີຜູ້ຕາງໜ້າຈາກບັນດາກະຊວງ, ກົມກ່ຽວຂ້ອງ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ. ນອກນັ້ນ, ຍັງມີ ກົມອາຫານແລະຢາ, ສູນໂພຊະນາການ, ກົມອານາໄມ ແລະ ສົ່ງເສີມສຸຂະພາບ ແລະ ສູນນຳ້ສະອາດ, ອານາໄມ ແລະ ສິ່ງແວດລ້ອມ ຈາກກະຊວງສາທາລະນະສຸກ, ກົມສົ່ງເສີມກະຊວງກະສິກຳ ແລະສິ່ງແວດລ້ອມ ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ນາງ ນວມຄຳ ຈັນທະບູລີ ໄດ້ມີຄຳເຫັນເປີດກອງປະຊຸມບາງຕອນວ່າ: ກອງປະຊຸມໃນຄັ້ງນີ້ ມີເປົ້າໝາຍສຳຄັນໃນການຮ່ວມກັນຄົ້ນຄວ້າ, ປະກອບຄຳເຫັນ ແລະ ຮັບຮອງດ້ານວິຊາການຕໍ່ຄູ່ມືດັ່ງກ່າວ ເພື່ອນຳໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ. ເຊິ່ງເປັນການຫັນປ່ຽນ ແລະ ຂະຫຍາຍຂອບວຽກງານໂພຊະນາການ ຈາກໄລຍະ 1,000 ວັນທຳອິດຂອງຊີວິດ ມາເປັນ 7,000 ວັນ ນັບແຕ່ມື້ຖືພາ ຈົນເຖິງເກນອາຍຸໄວໜຸ່ມ/ມັດທະຍົມສຶກສາ ເພື່ອຮັບປະກັນການພັດທະນາຮ່າງກາຍ, ມັນສະໝອງ ແລະ ສະຕິປັນຍາ ຂອງເດັກໃນໄລຍະການຈະເລີນເຕີບໂຕຢ່າງສົມບູນ.
ທັງນີ້, ໃນໄລຍະຜ່ານມາ ວຽກງານສົ່ງເສີມໂພຊະນາການໃນໂຮງຮຽນສ່ວນໃຫຍ່ ແມ່ນສຸມໃສ່ຊັ້ນກ່ອນໄວຮຽນ ແລະ ຊັ້ນປະຖົມສຶກສາເປັນຫຼັກ. ຢ່າງໃດກໍດີ, ນັກຮຽນໃນເກນອາຍຸຊັ້ນມັດທະຍົມສຶກສາ ເຊິ່ງເປັນໄລຍະການຈະເລີນເຕີບໂຕຢ່າງວ່ອງໄວ ແລະ ກ້າວເຂົ້າສູ່ໄວໜຸ່ມ ແມ່ນຍັງຂາດຄວາມຮູ້ ແລະ ຄວາມເຂົ້າໃຈທີ່ຖືກຕ້ອງໃນການເລືອກບໍລິໂພກອາຫານທີ່ມີໂພຊະນາການ. ສະນັ້ນ, ການຈັດທຳຄູ່ມືສະບັບນີ້ ຈຶ່ງມີຄວາມຈຳເປັນຢ່າງຍິ່ງ ເພື່ອຊ່ວຍເສີມສ້າງຄວາມຮັບຮູ້ ແລະ ເປັນບ່ອນອີງໃຫ້ແກ່ຜູ້ບໍລິຫານການສຶກສາທຸກຂັ້ນ ໃນການວາງແຜນງານ ແລະ ກິດຈະກຳລະອຽດ.
ພ້ອມດຽວກັນນີ້, ກະຊວງສຶກສາທິການ ແລະ ກິລາ ຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງອົງການອຸຍນີເຊັບ (UNICEF) ທີ່ໄດ້ໃຫ້ການຊຸກຍູ້ທັງດ້ານງົບປະມານ ແລະ ວິຊາການ, ພ້ອມທັງຮຽກຮ້ອງໃຫ້ບັນດາກົມກອງທີ່ກ່ຽວຂ້ອງ ຮີບຮ້ອນປະສານງານ ແລະ ວາງແຜນການຈັດຕັ້ງປະຕິບັດຕົວຈິງ ໃຫ້ສອດຄ່ອງກັບແຜນພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ 5 ປີ ຄັ້ງທີ X ເພື່ອຮ່ວມກັນສ້າງອະນາຄົດທີ່ສົດໃສໃຫ້ແກ່ເດັກນ້ອຍ ແລະ ໄວໜຸ່ມລາວໃນອະນາຄົດ.
ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ















