Skip to main content

ຄະນະພັກຮາກຖານ ສກຂ ສະຫວັນນະເຂດ ເຜີຍແຜ່ ແລະ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

13/07/2026
ໃນວັນທີ 7 ກໍລະກົດ 2026 ທີ່ຜ່ານມາ ທີ່ຫ້ອງປະຊຸມໃຫຍ່ຂອງພະແນກສຶກສາທິການ ແລະ ກິລາແຂວງ ໄດ້ດຳເນີນກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເນື້ອໃນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ ຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມ ແລະ ຊີ້ນຳໂດຍ ສະຫາຍ ວາລິຍະ ສີຈັນທອງທິບ ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ອົງການຈັດຕັ້ງມະຫາຊົນ ຂັ້ນແຂວງ, ມີສະຫາຍ ອະນຸສອນ ສຸດທິວົງ ຮັກສາການເລຂາພັກຮາກຖານ, ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຄະນະພັກຮາກຖານພະແນກສຶກສາແຂວງ, ຕາງໜ້າຈາກຄະນະຈັດຕັ້ງແຂວງ, ຄະນະໂຄສະນາອົບຮົມແຂວງ, ຄະນະກວດກາພັກ-ລັດແຂວງ, ຄະນະພັກຮາກຖານຫ້ອງການສຶກສາທິການ ແລະ ກິລາ 14 ເມືອງ ແລະ 01 ນະຄອນ, ຄະນະໜ່ວຍພັກອ້ອມຂ້າງພະແນກ, ຜູ້ອຳນວຍການໂຮງຮຽນອ້ອມຂ້າງພະແນກ ແລະ ຜູ້ອຳນວຍການໂຮງຮຽນ ມສ, ມ.ປາຍ ຈາກ 14 ເມືອງ/ນະຄອນ, ພ້ອມດ້ວຍຫົວໜ້າຂະແໜງ, ຫົວໜ້າສູນການສຶກສາ ແລະ ຫົວໜ້າໜ່ວຍງານຂັ້ນເມືອງ/ນະຄອນ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມ ໄດ້ຮັບຟັງການລາຍງານ ແລະ ເຜີຍແຜ່ເອກະສານສຳຄັນຂອງພັກ-ລັດ ຫຼາຍສະບັບ ເຊິ່ງດຳເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ:
– ສະຫາຍ ອະນຸສອນ ສຸດທິວົງ ຮັກສາການເລຂາພັກຮາກຖານ, ວ່າການຫົວໜ້າພະແນກສຶກສາແຂວງ ໄດ້ຂຶ້ນຜ່ານເນື້ອໃນຄຳສັ່ງ ວ່າດ້ວຍການເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ສະບັບເລກທີ 02/ກລສພ.
ສະຫາຍ ນາງ ບໍ່ແກ້ວ ແກ້ວພາວັນ ຄະນະພັກຮາກຖານ, ຮອງຫົວໜ້າພະແນກສຶກສາແຂວງ ໄດ້ຂຶ້ນເຜີຍແຜ່ເອກະສານມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເຊິ່ງໄດ້ຍົກໃຫ້ເຫັນ 6 ຫົວຂໍ້ໃຫຍ່ ທີ່ສຳຄັນ ເປັນຕົ້ນແມ່ນ: ຄວາມໝາຍສຳຄັນຂອງກອງປະຊຸມ, ການຕີລາຄາໝາກຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI, ເນື້ອໃນຕົ້ນຕໍຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XII, ການຮັບຮອງກົດລະບຽບພັກສະບັບປັບປຸງ, ຜົນການເລືອກຕັ້ງຄະນະບໍລິຫານງານສູນກາງພັກຊຸດໃໝ່ ແລະ ບັນດາມາດຕະການຍູ້ແຮງການປະຕິບັດມະຕິ.
ສະຫາຍ ອຳພອນ ຂາວເພຍສຸພົມ ຄະນະພັກຮາກຖານ, ຮອງຫົວໜ້າພະແນກສຶກສາແຂວງ ໄດ້ເຜີຍແຜ່ເຊື່ອມຊຶມ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (ແຕ່ປີ 2026-2030) ເຊິ່ງໃນນັ້ນ ໄດ້ຍົກໃຫ້ເຫັນທິດທາງຈຸດສຸມສຳລັບຂະແໜງການສຶກສາ ຄືການພັດທະນາຊັບພະຍາກອນມະນຸດ ໂດຍມີຄາດໝາຍສູ້ຊົນ ເຮັດໃຫ້ອັດຕາການເຂົ້າຮຽນຂອງເດັກ 5 ປີ ບັນລຸ 90%, ຫຼຸດຜ່ອນການປະລະການຮຽນຊັ້ນມັດທະຍົມຕອນຕົ້ນບໍ່ໃຫ້ເກີນ 8% ແລະ ສ້າງນັກສຶກສາສາຍອາຊີວະສຶກສາໃຫ້ບັນລຸ 50,000 ຄົນ. ພ້ອມນັ້ນ ຍັງໄດ້ຊຸກຍູ້ໃຫ້ຄະນະພັກ-ຜູ້ບໍລິຫານການສຶກສາ ສ້າງເສດຖະກິດຄອບຄົວທີ່ຖືກຕ້ອງຕາມລະບຽບກົດໝາຍ ເພື່ອແກ້ໄຂຊີວິດການເປັນຢູ່.
ໃນໂອກາດອັນມີຄວາມໝາຍສຳຄັນນີ້, ສະຫາຍ ວາລິຍະ ສີຈັນທອງທິບ ກໍໄດ້ໃຫ້ກຽດໂອ້ລົມຊີ້ນຳຕໍ່ກອງປະຊຸມ ໂດຍສະຫາຍໄດ້ເນັ້ນໜັກໃຫ້ຄະນະພັກຮາກຖານ ແລະ ຜູ້ບໍລິຫານການສຶກສາທຸກຂັ້ນ ເອົາໃຈໃສ່ຢ່າງຕັ້ງໜ້າຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ຖັນແຖວຄູ-ອາຈານ ແລະ ນັກຮຽນ. ຕ້ອງສະກັດກັ້ນ ແລະ ບໍ່ໃຫ້ເຂົ້າໄປພົວພັນກັບປະກົດການຫຍໍ້ທໍ້ໃນສັງຄົມ ເຊັ່ນ: ການພະນັນ, ສິ່ງມຶນເມົາ, ສິ່ງເສບຕິດ ແລະ ການຂີ່ລົດເປັນແກ້ງກໍ່ກວນຄວາມບໍ່ສະຫງົບ. ພ້ອມທັງປຸກລະດົມໃຫ້ຄູ-ອາຈານ ແລະ ນັກຮຽນ ເປັນຫູເປັນຕາຊ່ວຍການຈັດຕັ້ງ ແລະ ເຈົ້າໜ້າທີ່ ໃນການລາຍງານສະພາບການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ເພື່ອຮັກສາຄວາມສະຫງົບປອດໄພໃນສັງຄົມ.
ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ອະນຸສອນ ສຸດທິວົງ ໄດ້ຕາງໜ້າໃຫ້ແກ່ຄະນະພັກຮາກຖານ ແລະ ຜູ້ເຂົ້າຮ່ວມທັງໝົດ ຂຶ້ນຮັບຄຳໂອ້ວາດ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XII ແລະ ຄຳໂອ້ລົມຊີ້ນຳຂອງຂັ້ນເທິງ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຕົວຈິງ ໃຫ້ເກີດດອກອອກຜົນ. ໂດຍສະເພາະແມ່ນຈະສຸມໃສ່ການຍົກສູງຄຸນນະພາບການຮຽນ-ການສອນ, ແກ້ໄຂບັນຫາການປະລະການຮຽນ, ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງຂອງສະມາຊິກພັກ ໃຫ້ເປັນແບບຢ່າງນຳໜ້າ, ດຳລົງຊີວິດປອດໃສ, ຕ້ານການຟຸມເຟືອຍ ແລະ ສ້າງຄວາມສາມັກຄີເປັນປຶກແຜ່ນພາຍໃນພັກຢ່າງແໜ້ນແຟ້ນ.
ພາບ-ຂ່າວໂດຍ: ພານຸມາດ (ສກຂ ສະຫວັນນະເຂດ)

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ