ເຍົາວະຊົນ “ເບ ສະຫວັນ ເອັບຊີ” ກັບເຖິງບ້ານເກີດຢ່າງປອດໄພ ຫຼັງຄວ້າແຊ້ມບານເຕະນານາຊາດ ທີ່ຊຽງໃໝ່ ພ້ອມກຽມລຸຍຕໍ່ ທີ່ ສປ ຈີນ
ທີມນັກກິລາເຍົາວະຊົນ ສະໂມສອນ ເບ ສະຫວັນ ເອັບຊີ (Be Savan FC) ໄດ້ເດີນທາງກັບຄືນເຖິງບ້ານເກີດເມືອງນອນ ທີ່ນະຄອນຫຼວງວຽງຈັນ ດ້ວຍຄວາມປອດໄພເປັນທີ່ຮຽບຮ້ອຍແລ້ວ ໃນຄໍ່າຄືນວັນທີ 6 ກໍລະກົດ ຜ່ານມາ ທີ່ດ່ານຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 (ເມືອງຫາດຊາຍຟອງ), ຫຼັງຈາກສ້າງຜົນງານອັນໂດດເດັ່ນ ດ້ວຍການຄວ້າແຊ້ມການແຂ່ງຂັນບານເຕະເຍົາວະຊົນນານາຊາດ ລາຍການ COPA NAKA 2026 ໃນຮຸ່ນອາຍຸບໍ່ເກີນ 10 ປີ (U10) ທີ່ແຂວງຊຽງໃໝ່ ປະເທດໄທ ພ້ອມທັງຄວ້າໂຄຕ້າເຂົ້າຮ່ວມການແຂ່ງຂັນ ທີ່ປະເທດສິງກະໂປ.
ການເດີນທາງກັບໃນຄັ້ງນີ້ ທັບນັກກິລາທຸກຄົນກໍສາມາດເດີນທາງກັບເຖິງຈຸດໝາຍຢ່າງສະຫວັດດິພາບ...








