“ເນມາ” ປະກາດອຳລາທີມຊາດບຣາຊິນຢ່າງເປັນທາງການ ຫຼັງຕົກຮອບ 16 ທີມສຸດທ້າຍ ບານໂລກ 2026
ເນມາ ນັກເຕະຊູເປີສະຕາ ອາຍຸ 34 ປີ ທີ່ຢູ່ໃນໄລຍະຂາລົງ ຍິງປະຕູປອບໃຈໃນໄລຍະທ້າຍເກມຈາກລູກຈຸດໂທດ ໃນນັດທີ່ ບຣາຊິນ ເສຍໃຫ້ກັບ ນອກແວ (ນໍເວ) 1-2 ສົ່ງຜົນໃຫ້ ບຣາຊິນ ຕົກຮອບໃນການແຂ່ງຂັນເຕະບານໂລກໄວທີ່ສຸດນັບຕັ້ງແຕ່ປີ 1990.
ເນມາ ກ່າວວ່າ: “ຂ້ອຍພະຍາຍາມແລ້ວ ພະຍາຍາມອີກ ຕອນນີ້ມັນຈົບແລ້ວ ຂ້ອຍເລີ່ມຕົ້ນຢູ່ທີ່ນີ້ ແລະ ຂ້ອຍກໍຈົບຢູ່ທີ່ນີ້.”
ຖືເປັນການປິດຕຳນານການຫຼິ້ນໃຫ້ກັບທີມຊາດບຣາຊິນ ໃນຖານະຜູ້ຍິງປະຕູສູງສຸດໃນປະຫວັດສາດຂອງທີມ ດ້ວຍຈຳນວນ 80 ປະຕູ (ຫຼາຍກວ່າ ເປເລ 3 ປະຕູ) ຈາກການລົງສະໜາມ 130 ນັດ ຊຶ່ງເປັນອັນດັບ 2 ຮອງຈາກ ຄາຟູ (142 ນັດ) ໃນທຳນຽບນັກເຕະທີ່ລົງຫຼິ້ນຫຼາຍທີ່ສຸດຕະຫຼອດການຂອງບຣາຊິນ.
ສ່ວນຈຸດເລີ່ມຕົ້ນນັ້ນ...








