ສຶກສາ-ກິລາ ນວ ເຜີຍແຜ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກນະຄອນຫຼວງວຽງຈັນ
ກອງປະຊຸມເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 3 ກໍລະກົດ 2026 ທີ່ ໂຮງຮຽນ ມັດທະຍົມສົມບູນ ວຽງຈັນ (ມສ ວຽງຈັນ) ໂດຍການເປັນປະທານ ແລະ ເຂົ້າຮ່ວມເຜີຍແຜ່ຂອງ ສະຫາຍ ປອ ນາງ ວິໄລວອນ ຈັນທະລາຕີ ກຳມະການປະຈຳພັກ, ຮອງປະທານຄະນະກຳມະການປົກຄອງ ນະຄອນຫຼວງວຽງຈັນ, ມີສະຫາຍ ນາງ ລີປ່າເອ້ຍ ລີບົວປາວ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ພ້ອມດ້ວຍຄະນະນໍານະຄອນຫຼວງ, ສະມາຊິກພັກ, ພະນັກງານ ແລະ ຄູອາຈານພາຍໃນເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
...








