ເປີດຊຸດຝຶກອົບຮົມພັກແລ້ງ ສໍາລັບຄູສອນພາສາຍີ່ປຸ່ນ ຊັ້ນມັດທະຍົມສຶກສາ ປະຈຳປີ 2026 ເພື່ອຍົກສູງຄຸນນະພາບການສຶກສາ
ໃນວັນທີ 1 ກໍລະກົດ 2026, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ມູນນິທິຍີ່ປຸ່ນ ປະຈຳນະຄອນຫຼວງວຽງຈັນ (JF) ໄດ້ຈັດພິທີເປີດການຝຶກອົບຮົມພັກແລ້ງ ສໍາລັບຄູສອນພາສາຍີ່ປຸ່ນ ປະຈຳໂຮງຮຽນມັດທະຍົມສຶກສາ ໃນນະຄອນຫຼວງວຽງຈັນ ປະຈຳປີ 2026 ຂຶ້ນຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຄູຊາກາເບະ ໂຢຊຸເກະ (Kusakabe Yosuke), ຜູ້ຕາງໜ້າມູນນິທິຍີ່ປຸ່ນ ປະຈຳ ສປປ ລາວ ແລະ ທ່ານ ນາງ ຈະເລີນສັກ ຄຳສັກປະສິດ ຫົວໜ້າພະແນກບໍລິຫານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ພ້ອມດ້ວຍຫົວໜ້າພະແນກ, ຜູ້ອຳນວຍການໂຮງຮຽນ ແລະ ບັນດາຄູ-ອາຈານ...








