ສກຂ ຜົ້ງສາລີ ຕັດສິນຜົນສອບເສັງ ມ.7 ສົກຮຽນ 2025-2026, ນັກຮຽນເສັງຜ່ານ 100%
ເມື່ອບໍ່ດົນມານີ້, ພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ ໄດ້ຈັດກອງປະຊຸມຕັດສິນ ແລະ ຖອດຖອນບົດຮຽນການສອບເສັງຈົບຊັ້ນ ມ.7 ສາຍສາມັນສຶກສາ ສົກຮຽນ 2025-2026 ທີ່ຫ້ອງປະຊຸມຂອງພະແນກ ພາຍໃຕ້ການເປັນປະທານຂອງ ທ່ານ ອູ່ຄໍາ ຕຸລາພັນ ຮອງເຈົ້າແຂວງຜົ້ງສາລີ, ຜູ້ຊີ້ນໍາຂົງເຂດວັດທະນະທຳ-ສັງຄົມ, ໂດຍມີ ທ່ານ ຄໍາເພັດ ຈິດປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ໄຊສົມຈິດ ປະເສີດສັກ ຮອງຫົວໜ້າພະແນກໂຄສະນາເຜີຍແຜ່, ຕິດຕາມ ແລະ ປະເມີນຜົນ ກົມປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ຜ່ານການຄົ້ນຄວ້າ ແລະ...








