ນວ ມອບເງິນຊຸກຍູ້ໃຫ້ທີມເຍົາວະຊົນ ເບ ສະຫວັນ ເອັບຊີ ຫຼັງສ້າງຜົນງານເດັ່ນ ຄວ້າແຊ້ມລະດັບສາກົນ ທີ່ ສສ ຫວຽດນາມ
ຫ້ອງວ່າການ ນະຄອນຫຼວງວຽງຈັນ (ນວ) ຈັດພິທີຕ້ອນຮັບ ແລະ ງານລ້ຽງອາຫານເບົາ ເພື່ອຊົມເຊີຍຜົນສໍາເລັດຂອງຫຼານນ້ອຍເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 10 ປີ (U-10) ສະໂມສອນ ເບ ສະຫວັນ ເອັບຊີ ຫຼັງສ້າງຜົນງານທີ່ພົ້ນເດັ່ນໃນການແຂ່ງຂັນບານເຕະເຍົາວະຊົນ ລາຍການ VIETNAM INTERNA TIONAL ACF FOOTBALL TOURNAMENT ຢູ່ ສສ ຫວຽດນາມ ຂຶ້ນວັນທີ 26 ມິຖຸນາ 2026 ຢູ່ຫ້ອງວ່າການ ນວ. ໂດຍກາດດັ່ງກ່າວ ທ່ານ ສີລິລາດທົງສິນ ທອງເພັງ ປະທານຄະນະກໍາມະການປົກຄອງ ນວ ກໍໄດ້ມອບເງິນຊຸກຍູ້ນໍ້າໃຈໃຫ້ຫຼານນ້ອຍ 40 ລ້ານກີບ ຕາງໜ້າກ່າວຮັບຂອງ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ, ຮອງປະທານສະຫະພັນບານເຕະ ນວ, ປະທານກິດຕິມະສັກສະໂມສອນ ເບ ສະ ຫວັນ ເອັບຊີ...








