ເປີດຢ່າງເປັນທາງການ ກອງປະຊຸມລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 22 (AMMSTI-22 ) ທີ່ ສປປ ລາວ
29/06/2026

ກອງປະຊຸມລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 22 ( The 22nd ASEAN Ministerial Meeting on Science, Technology and Innovation ຫຼື AMMSTI-22 ) ພ້ອມດ້ວຍກອງປະຊຸມທີ່ກ່ຽວຂ້ອງ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 26 ມິຖຸນາ 2026 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ພາຍໃຕ້ການເປັນປະທານ ແລະ ກ່າວເປີດກອງປະຊຸມ ຂອງ ທ່ານ ຮສ.ປອ. ທອງສະລິດ ມັງໜໍ່ເມັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ.
ເຂົ້າຮ່ວມເປັນກຽດໃນພິທີດັ່ງກ່າວ ມີທ່ານ ສຈ ຍົດຊະນັນ ວົງສະຫວັດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການສຶກສາຊັ້ນສູງ, ວິທະຍາສາດ, ວິໄຈ ແລະ ນະວັດຕະກຳ ແຫ່ງ ຣາຊະອານາຈັກໄທ, ທ່ານ ປອ. ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ແລະ ຄະນະຜູ້ແທນຈາກປະເທດສະມາຊິກອາຊຽນ, ພ້ອມດ້ວຍຄະນະຜູ້ແທນຈາກປະເທດອາຊຽນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນການກ່າວເປີດພິທີ, ທ່ານ ຮສ.ປອ. ທອງສະລິດ ມັງໜໍ່ເມັກ ໄດ້ກ່າວວ່າ: ພວກເຮົາຢູ່ໃນຊ່ວງເວລາທີ່ໂລກກຳລັງຜະເຊີນຫນ້າກັບການປ່ຽນແປງທາງເຕັກໂນໂລຊີຢ່າງໄວວາ, ການປ່ຽນ ແປງສະພາບດີນຟ້າອາກາດ, ຄວາມບໍ່ແນ່ນອນທາງເສດຖະກິດ ແລະ ຄວາມຕ້ອງການໃໝ່ໆຂອງສັງຄົມ, ຊຶ່ງພາຍໃຕ້ສະພາບການດັ່ງກ່າວ ວິທະຍາສາດ ແລະ ເຕັກໂນໂລຊີ ແມ່ນມີຄວາມສຳຄັນຫຼາຍ ເພາະເປັນພື້ນຖານຂອງການພັດທະນາເສດຖະກິດທີ່ເຂັ້ມແຂງ, ການພັດທະນາແບບຍືນຍົງ ແລະ ການຍົກລະດັບຄຸນນະພາບຊີວິດຂອງປະຊາຊົນ, ສປປ ລາວ ຕີລາຄາວ່າ ຕະຫຼອດຫຼາຍປີທີ່ຜ່ານມາ ອາຊຽນໄດ້ມີຄວາມກ້າວໜ້າທີ່ສໍາຄັນ ໃນການຍົກສູງຄວາມຮ່ວມມືດ້ານການຄົ້ນຄວ້າວິໄຈ, ສ້າງນະວັດຕະກຳ, ການຫັນປ່ຽນໄປສູ່ດີຈີຕອນ ແລະ ການພັດທະນາຄວາມອາດສາມາດຂອງບຸກຄະລາກອນ, ຜົນສຳເລັດເລົ່ານີ້ ສະທ້ອນເຖິງພະລັງແຫ່ງຄວາມເປັນໜຶ່ງດຽວຂອງອາຊຽນ ແລະ ເປົ້າໝາຍຮ່ວມກັນໃນການສ້າງພາກພື້ນທີ່ມີຄວາມພ້ອມໃນອານາຄົດ, ຊຶ່ງໃນອານາຄົດຂ້າງໜ້າ ສປປ ລາວ ເຫັນວ່າ ອາຊຽນຄວນໃຫ້ຄວາມສຳຄັນໃຫ້ແກ່ສາມບັນຫາຕົ້ນຕໍຄື: ພວກເຮົາຕ້ອງຍົກລະດັບຄວາມເຂັ້ມແຂງຂອງພາກພື້ນ ດ້ວຍການນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອຮັບມືກັບການປ່ຽນແປງຂອງສະພາບດີນຟ້າອາກາດ, ການຄຸ້ມຄອງໄພພິບັດ, ຄວາມໝັ້ນຄົງທາງດ້ານສະບຽງອາຫານ, ພະລັງງານ ແລະ ການກຽມພ້ອມດ້ານສາທາລະນະສຸກ; ພວກເຮົາຕ້ອງສົ່ງເສີມຄວາມຍືນຍົງຜ່ານການພັດທະນາເທັກໂນໂລຊີສີຂຽວ, ນະວັດຕະກຳດ້ານສິ່ງ ແວດລ້ອມ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດ ຢ່າງມີຄວາມຮັບຜິດຊອບ ເພື່ອສະໜັບສະໜູນວິໄສທັດປະຊາຄົມອາຊຽນ 2045 ແລະ ພວກເຮົາຕ້ອງເພີ່ມຂີດຄວາມສາມາດໃນການແຂ່ງຂັນ ໂດຍການສົ່ງເສີມການປ່ຽນຜ່ານໄປສູ່ດີຈີຕອນ, ສະໜັບສະໜູນລະບົບນິເວດນະວັດຕະກຳ ແລະ ກະກຽມກຳລັງຄົນໃຫ້ມີທັກສະ ທີ່ສອດຄ່ອງກັບເສດຖະກິດແຫ່ງອານາຄົດ.
ທ່ານກ່າວຕື່ມວ່າ: ກອງປະຊຸມລັດຖະມົນຕີອາຊຽນດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຄັ້ງທີ 22 ທີ່ ສປປ ລາວ ເປັນເຈົ້າພາບໃນຄັ້ງນີ້ ຈັດຂຶ້ນພາຍໃຕ້ຫົວຂໍ້ “ການຂັບເຄື່ອນແຜນປະຕິບັດງານອາຊຽນ ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອສ້າງອາຊຽນທີ່ມີຄວາມເຂັ້ມແຂງ, ຍືນຍົງ ແລະ ສາມາດແຂ່ງຂັນໄດ້” ແລະ ເຊື່ອໝັ້ນວ່າ ການລົງທຶນດ້ານການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ການພັດທະນາຊັບພະຍາກອນມະນຸດ ແລະ ຜູ້ປະກອບການຂອງພວກເຮົາ ມີບົດບາດສຳຄັນໃນການກຳນົດອານາຄົດຂອງອາຊຽນ, ຄວາມຮ່ວມມືໃນລະດັບພາກພື້ນ, ການແລກປ່ຽນອົງຄວາມຮູ້ ແລະ ຄວາມເປັນຫຸ້ນສ່ວນລະຫວ່າງພາກສ່ວນຕ່າງໆ ທີ່ກ່ຽວຂ້ອງກັບການພັດທະນາເສດຖະກິດ ຈະເປັນກຸນແຈສຳຄັນ ສູ່ຄວາມສໍາເລັດຮ່ວມກັນຂອງພວກເຮົາ ແລະ ໝັ້ນໃຈວ່າ ການປຶກສາຫາລື ແລະ ຜົນໄດ້ຮັບຈາກກອງປະຊຸມໃນຄັ້ງນີ້ ຈະຊ່ວຍຍົກລະດັບຄວາມຮ່ວມມືຂອງອາຊຽນໃຫ້ສູງຂື້ນ ແລະ ປະກອບສ່ວນສໍາຄັນຕໍ່ການດຳເນີນງານແຜນປະຕິບັດງານອາຊຽນ ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ 2026-2035 (APASTI 2026-2035) ລວມເຖິງປະກອບສ່ວນຕໍ່ການບັນລຸເປົ້າຫມາຍຂອງປະຊາຄົມອາຊຽນທີ່ມີນະວັດຕະກຳ, ຄວາມເຂັ້ມແຂງ, ຄວາມຍືນຍົງ ແລະ ຄວາມສາມາດໃນການແຂ່ງຂັນໃນລະດັບພາກພື້ນ ແລະ ລະດັບໂລກ.
ຫຼັງຈາກນັ້ນ, ທ່ານ ປອ. ເກົາ ຄີມ ຮອນ, ເລຂາທິການອາຊຽນ ໄດ້ມີຄຳເຫັນຕໍ່ກອງປະຊຸມ ໂດຍທ່ານໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງທ່ານຮອງນາຍົກລັດຖະມົນຕີ ແລະ ທີມງານຂອງເຈົ້າພາບ ສໍາລັບງານລ້ຽງອາຫານຄໍ່າອັນດີເລີດໃນຄໍ່າຄືນທີ່ຜ່ານມາ ພ້ອມທັງການສະແດງສິລະປະຕ່າງໆ ທີ່ໄດ້ສ້າງຄວາມປະທັບໃຈໃຫ້ແກ່ກອງປະຊຸມຄັ້ງພິເສດນີ້, ນັ້ນກໍຄືກອງປະຊຸມລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 22 (AMMSTI-22) ທີ່ນະຄອນຫຼວງວຽງຈັນ, ສປປ ລາວ. ທ່ານກ່າວອີກວ່າ: ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ແມ່ນຖືເປັນຫົວໃຈສຳຄັນໃນວາລະຂອງອາຊຽນ ເຊິ່ງເປັນຕົວຂັບເຄື່ອນການເຕີບໂຕທາງເສດຖະກິດ, ເສີມສ້າງຄວາມເຂັ້ມແຂງ ແລະ ຍົກລະດັບຂີດຄວາມສາມາດໃນການແຂ່ງຂັນຂອງພວກເຮົາ. ເປັນເວລາກວ່າ 4 ທົດສະວັດ ທີ່ AMMSTI ໂດຍຜ່ານຄະນະກຳມະການວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ (COSTI) ໄດ້ປ່ຽນຄວາມຮ່ວມມືໃຫ້ກາຍເປັນຂີດຄວາມສາມາດ ແລະ ປ່ຽນແນວຄິດໃຫ້ກາຍເປັນນະວັດຕະກຳ; ເຊິ່ງເປັນໝາກຜົນການເຮັດວຽກທີ່ສ້າງຜົນປະໂຫຍດໃຫ້ແກ່ປະຊາກອນເກືອບ 700 ລ້ານຄົນໃນທົ່ວພາກພື້ນຂອງພວກເຮົາໃນປັດຈຸບັນ.
ຫົວຂໍ້ຂອງປີນີ້: “ການຂັບເຄື່ອນແຜນປະຕິບັດງານອາຊຽນ ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ (APASTI) ເພື່ອສ້າງອາຊຽນທີ່ມີຄວາມເຂັ້ມແຂງ, ຍືນຍົງ ແລະ ສາມາດແຂ່ງຂັນໄດ້” ໄດ້ສະທ້ອນໃຫ້ເຫັນເຖິງຈຸດຢືນຂອງພວກເຮົາໃນປັດຈຸບັນຢ່າງຊັດເຈນວ່າ: ຄວາມເຂັ້ມແຂງ, ຄວາມຍືນຍົງ ແລະ ຄວາມສາມາດໃນການແຂ່ງຂັນຂອງພວກເຮົາ ແມ່ນຂຶ້ນຢູ່ກັບວ່າພວກເຮົາສາມາດນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ (STI) ໄດ້ດີພຽງໃດ, ນັບຕັ້ງແຕ່ເລື່ອງຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ພະລັງງານ ໄປຈົນເຖິງການຫັນປ່ຽນໄປສູ່ເສດຖະກິດສີຂຽວ. ດ້ວຍມູນຄ່າເສດຖະກິດເຖິງ 4 ຕື້ໂດລາສະຫະລັດ, ຄວາມສາມາດໃນການແຂ່ງຂັນໃນອະນາຄົດຂອງອາຊຽນ ຈະບໍ່ໄດ້ຂຶ້ນຢູ່ກັບສິ່ງທີ່ພວກເຮົາເຄີຍບັນລຸມາແລ້ວ, ແຕ່ຈະຂຶ້ນຢູ່ກັບວ່າພວກເຮົາມີຄວາມກ້າຫານໃນການສ້າງສັນນະວັດຕະກຳໃໝ່ໆ ຫຼາຍປ່ຽນໃດ.
ທ່ານເລຂາທິການອາຊຽນ ໄດ້ກ່າວປິດທ້າຍວ່າ: “ການຕັດສິນໃຈຂອງພວກເຮົາໃນມື້ນີ້ ຈະເປັນໂຕກຳນົດວ່າອາຊຽນຈະສາມາດແຂ່ງຂັນ ໃນເສດຖະກິດນະວັດຕະກຳລະດັບໂລກໄດ້ແນວ ໃດ ແລະ ນີ້ບໍ່ແມ່ນເວລາທີ່ພວກເຮົາຈະມາຊັກຊ້າໄດ້ອີກຕໍ່ໄປ. ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ຈະໄດ້ນຳເອົາຄວາມຮີບດ່ວນນີ້ເຂົ້າສູ່ການປຶກສາຫາລືຂອງພວກເຮົາໃນມື້ນີ້ ເພື່ອປ່ຽນຈາກຂໍ້ຕົກລົງໄປສູ່ການປະຕິບັດຕົວຈິງ ໃນໄລຍະຕໍ່ໄປຂອງເສັ້ນທາງ STI ຂອງອາຊຽນ”.
ສຳລັບກອງປະຊຸມ AMSSTI ຄັ້ງຕໍ່ໄປ ຫຼື ຄັ້ງທີ AMMSTTI-23 ຈະຈັດທີ່ປະເທດມາເລເຊຍ.
ຂ່າວ ແລະ ພາບຈາກ ສູນຂ່າວ: AMSSTI-22















