Skip to main content

ທ່ານຮອງນາຍົກ, ລັດຖະມົນຕີ ສສກ ຕ້ອນຮັບລັດຖະມົນຕີກະຊວງ ຄົມມະນາຄົມບຣູໄນ ໂອກາດມາຮ່ວມກອງປະຊຸມ AMMSTI-22

29/06/2026
ໃນຕອນບ່າຍວັນທີ 25 ມິຖຸນາ 2026 ທີ່ນະຄອນຫຼວງວຽງຈັນ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ດາໂຕ ເຊລີ ປາດູກາ ໂມຫາມັດ ລີຊາ ດາໂຕ ປາດູກາ ຮາຈີ ໂມຮາມັດ ຢູໂນດ ລັດຖະມົນຕີ ກະຊວງໂທລະຄົມມະນາຄົມ ແລະ ຂົນສົ່ງ ແຫ່ງ ບຣູໄນ ດາຣູຊາລາມ ພ້ອມດ້ວຍຄະນະ ເນື່ອງໃນໂອກາດມາເຄື່ອນໄຫວເຂົ້າຮ່ວມກອງປະຊຸມລັດຖະມົນຕີ ວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາ ອາຊຽນ ຄັ້ງທີ 22 ທີ່ສປປ ລາວ ເປັນເຈົ້າພາບ ຖືໄດ້ວ່າເປັນຄັ້ງທີສອງ ທີ່ສປປ ລາວ ເປັນເຈົ້າພາບ ແລະ ເປັນຄັ້ງທຳອິດ ທີ່ກະຊວງສຶກສາທິການ ແລະ ກິລາ ຮັບກຽດຈັດກອງປະຊຸມດັ່ງກ່າວ.
ໂອກາດນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກ່າວມີຄຳເຫັນບາງຕອນວ່າ: ດັ່ງທີ່ຮູ້ນຳກັນດີແລ້ວວ່າ, ສປປ ລາວ ແລະ ບຣູໄນ ດາຣູຊາລາມ ໄດ້ສ້າງສາຍພົວພັນທາງການທູດເລີ່ມຕັ້ງແຕ່ປີ 1993 ເປັນຕົ້ນມາ ແລະ ປັດຈຸບັນການຮ່ວມມືຂອງສອງປະເທດ ໄດ້ຂະຫຍາຍໄປຫຼາຍດ້ານ ເປັນຕົ້ນ ດ້ານການທູດ, ວັດທະນະທຳ, ຊາວໜຸ່ມ, ສຶກສາທິການ ແລະ ກິລາ, ການຄ້າ ແລະ ການປ້ອງກັນປະເທດ ແລະ ຂົງເຂດອື່ນໆ ແລະ ສິ່ງສຳຄັນໄປກວ່ານັ້ນ, ໄດ້ມີການແລກປ່ຽນການເຂົ້າຢ້ຽມຂໍ່ານັບຂອງການນຳລະດັບສູງ ຂອງສອງປະເທດຢ່າງເປັນປົກກະຕິ ເພື່ອເສີມສ້າງຄວາມສຳພັນກັນຢ່າງສະໜິດແໜ້ນ. ດັ່ງນັ້ນ, ການມາຢ້ຽມຢາມ ແລະ ເຂົ້າຮ່ວມພົບປະຂອງທ່ານ ພ້ອມດ້ວຍຄະນະ ໃນຄັ້ງນີ້ ຖືໄດ້ວ່າເປັນນິມິດໝາຍທີ່ດີ, ມີຄວາມສໍາຄັນຫຼາຍ ແລະ ສາມາດເວົ້າໄດ້ວ່າ ເປັນຄັ້ງປະຖົມມະເລີກ ຂອງສອງປະເທດ ໃນການແລກປ່ຽນທັດສະນະ, ວິໄສທັດ ແລະ ທິດທາງໃນການພັດທະນາ ວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ໃຫ້ມີບົດບາດທີ່ສູງຂຶ້ນໃນເວທີຂອງອາຊຽນ, ພາກພື້ນ ແລະ ສາກົນ.
ຄຽງຄູ່ກັນນີ້, ສອງປະເທດພວກເຮົາ ກໍຕ້ອງໄດ້ພ້ອມກັນສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື ໃຫ້ແໜ້ນແຟ້ນຫຼາຍຂຶ້ນ ເພື່ອໃຫ້ມີຄວາມເປັນແກນກາງຂອງອາຊຽນ, ຖືເອົາໂຄງສ້າງການຮ່ວມມື ແລະ ການພັດທະນາພື້ນຖານໂຄງລ່າງເປັນຫຼັກ, ພ້ອມກັນຕໍ່ສູ້ກັບສະພາບການຂອງພາກພື້ນ ແລະ ໂລກທີ່ພວມຜັນແປໄປຢ່າງໄວວາ ແລະ ຖືເອົາບົດບາດວຽກງານ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເປັນສິ່ງຂັບເຄື່ອນວຽກງານຂອງອາຊຽນ ແລະ ສິ່ງສຳຄັນທີ່ສຸດ ແມ່ນຮັບປະກັນບໍ່ໃຫ້ປະເທດໃດໜຶ່ງໃນອາຊຽນຖືກປະຖິ້ມໄວ້ທາງຫຼັງ.
ລັດຖະບານ ສປປ ລາວ ກໍໄດ້ຖືເອົາວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເປັນໃຈກາງໃນການຂັບເຄື່ອນວຽກງານຂອງປະເທດ ແລະ ສິ່ງສຳຄັນ ລັດຖະບານ ສປປ ລາວ ໄດ້ຮັບຮອງເອົາຍຸດທະສາດ ແລະ ແຜນພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາແຫ່ງຊາດ 2026-2040 ທີ່ເປັນຍຸດທະສາດແຫ່ງການພັດທະນາ ແລະ ປ່ຽນແປງໃໝ່ ໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ສປປ ລາວ. ພ້ອມເຊື່ອໝັ້ນວ່າ ຍຸດທະສາດ ແລະ ແຜນພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳແຫ່ງຊາດ ນີ້ເປັນໝາກຜົນທີ່ສຳຄັນໜຶ່ງ ໃນການລິເລີ່ມຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ 2026-2035 (APASTI 2026-2035) ໃຫ້ປະກົດຜົນເປັນຈິງຢ່າງມີວິທະຍາສາດ, ມີປະສິດທິພາບ ແລະ ປະສິດທິຜົນສູງ.
ໂອກາດດຽວກັນ, ທ່ານ ດາໂຕ ເຊລີ ປາດູກາ ໂມຫາມັດ ລີຊາ ດາໂຕ ປາດູກາ ຮາຈີ ໂມຮາມັດ ຢູໂນດ ໃນນາມຕາງໜ້າໃຫ້ແກ່ລັດຖະບານ, ກະຊວງໂທລະຄົມມະນາຄົມ ແລະ ຂົນສົ່ງ ແຫ່ງ ບຣູໄນ ດາຣູຊາລາມ ແລະ ໃນນາມສ່ວນຕົວ ຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ມີໂອກາດເຂົ້າຢ້ຽມຂ່ຳນັບ ແລະ ພົບປະກັບ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ພ້ອມດ້ວຍຄະນະ ໃນມື້ນີ້ ແລະ ຂໍສະແດງຄວາມຊົມເຊີຍຢ່າງສຸດຊຶ້ງ ຕໍ່ລັດຖະບານ ແຫ່ງ ສປປ ລາວ ໂດຍສະເພາະແມ່ນກະຊວງສຶກສາທິການ ແລະ ກິລາ ທີ່ໄດ້ເຮັດໜ້າທີ່ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີ ວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາ ອາຊຽນ (AMMSTI) ຄັ້ງທີ 22 ຢ່າງສົມກຽດ ແລະ ມີປະສິດທິພາບສູງ ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການເປັນປະທານ ແລະ ການນຳພາອັນສະຫຼາດສ່ອງໃສຂອງ ສປປ ລາວ, ກອງປະຊຸມໃນຄັ້ງນີ້ ຈະປະສົບຜົນສຳເລັດຢ່າງຈົບງາມ ແລະ ຈະເປັນຂີດໝາຍອັນສຳຄັນໃນການຊຸກຍູ້ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ຢູ່ໃນພາກພື້ນອາຊຽນຂອງພວກເຮົາໃຫ້ຈະເລີນຮຸ່ງເຮືອງ.
ຂ່າວ ແລະ ພາບ: ສູນຂ່າວ AMMSTI-22

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ