ຮອງລັດຖະມົນຕີ ສສກ ຕ້ອນຮັບ ຮອງນາຍົກ, ລັດຖະມົນຕີກະຊວງສຶກສາ ແຫ່ງ ຣາຊະອານາຈັກໄທ ໂອກາດມາເຂົ້າຮ່ວມກອງປະຊຸມ AMMSTI-22
29/06/2026

ໃນຕອນຄ່ຳວັນທີ 25 ມິຖຸນາ 2026 ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ສຈ ຍົດຊະນັນ ວົງສະຫວັດ (Yodchanan Wongsawat) ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການສຶກສາຊັ້ນສູງ, ວິທະຍາສາດ, ວິໄຈ ແລະ ນະວັດຕະກຳ ແຫ່ງ ຣາຊະອານາຈັກໄທ ໃນໂອກາດເດີນທາງມາຮອດ ສປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 22 (The 22nd ASEAN Ministerial Meeting on Science, Technology and Innovation ຫຼື AMMSTI-22), ມີຄະນະເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ, ຮອງຫົວໜ້າກົມ ສສກ ພ້ອມດ້ວຍຄະນະຜູ້ແທນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ທີ່ໄດ້ມີໂອກາດຕ້ອນຮັບຄະນະຜູ້ແທນຂັ້ນສູງຈາກຣາຊະອານາຈັກໄທ ພ້ອມທັງໄດ້ຮຽນເຊີນ ທ່ານ ສຈ ຍົດຊະນັນ ວົງສະຫວັດ ເຂົ້າຮ່ວມກອງປະຊຸມສຳຄັນໃນຄັ້ງນີ້ ເຊິ່ງເປັນເວທີລະດັບພາກພື້ນທີ່ມີຄວາມສຳຄັນໃນການກຳນົດທິດທາງ ແລະ ຊຸກຍູ້ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຂອງບັນດາປະເທດສະມາຊິກອາຊຽນ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ.
ໃນຂະນະດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາ, ວິທະຍາສາດ, ວິໄຈ ແລະ ນະວັດຕະກຳ ແຫ່ງ ຣາຊະອານາຈັກໄທ ກໍໄດ້ກ່າວສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດຈາກທາງຝ່າຍລາວ, ກອງປະຊຸມ AMMSTI-22 ທີ່ຈະເປັນໂອກາດອັນດີໃນການຮັດແໜ້ນຄວາມສຳພັນ ແລະ ການຮ່ວມມືດ້ານວິຊາການ, ເຕັກໂນໂລຊີ ແລະ ການພັດທະນາບຸກຄະລາກອນ ລະຫວ່າງ ໄທ ແລະ ລາວ ກໍຄືພາຍໃນພາກພື້ນອາຊຽນ ໃຫ້ກ້າວໄກໄປພ້ອມກັນ.
ສຳລັບກອງປະຊຸມ AMMSTI-22 ແມ່ນຈະຈັດຂຶ້ນໃນວັນທີ 26 ມິຖຸນາ 2026 ເຊິ່ງເປັນກອງປະຊຸມລະດັບສູງ ເພື່ອສຸມໃສ່ການປຶກສາຫາລື, ວາງແຜນຍຸດທະສາດ ແລະ ຊຸກຍູ້ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ການສ້າງນະວັດຕະກຳໃໝ່ໆ. ເປົ້າໝາຍສໍາຄັນແມ່ນເພື່ອຂັບເຄື່ອນເສດຖະກິດດິຈິຕອນ, ການພັດທະນາແບບຍືນຍົງ, ການຮັບມືກັບການປ່ຽນແປງຂອງສະພາບແວດລ້ອມ ແລະ ການຫັນປ່ຽນທາງດ້ານເຕັກໂນໂລຊີພາຍໃນພາກພື້ນອາຊຽນ ໃຫ້ມີຄວາມເຂັ້ມແຂງ ແລະ ສາມາດເຊື່ອມໂຍງເຂົ້າກັນໄດ້ຢ່າງມີປະສິດທິພາບ.
ຂ່າວທີ່ກ່ຽວຂ້ອງ















