Skip to main content

Author: Mitlandone Thepninhom

ເມືອງເຊໂປນ ຝຶກອົບຮົມວຽກງານ ຄພສບ ແນໃສ່ຫຼຸດຜ່ອນອັດຕາປະລະ ແລະ ເພີ່ມອັດຕາເຂົ້າຮຽນໃໝ່

ໃນວັນທີ 2 ມິຖຸນາ 2026 ທີ່ຜ່ານມານີ້, ຢູ່ສະໂມສອນ ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມແນະແນວ ແລະ ຝຶກອົບຮົມວຽກງານຄະນະພັດທະນາການສຶກສາຂັ້ນບ້ານ (ຄພສບ) ແລະ ການກໍ່ສ້າງໂຮງຮຽນໃຫ້ບັນລຸ 3 ຂໍ້ແຂ່ງຂັນ ເພື່ອຫຼຸດຜ່ອນອັດຕາການປະລະການຮຽນ ແລະ ເພີ່ມອັດຕາການເຂົ້າຮຽນໃໝ່, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ກອງສະໄໝ ແວງຈະເລີນ ຮອງເຈົ້າເມືອງເຊໂປນ, ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ທ່ານ ນວນທອງ ພິລາວັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງເຊໂປນ, ມີບັນດາຕາງໜ້າສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງເຊໂປນ ພ້ອມດ້ວຍຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ອຳນາດການປົກຄອງບ້ານ,...

Continue reading

ສານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ

ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ຄົບຮອບ 53 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 27 ປີ ທີ່ໝູນວຽນມາອີກວາລະໜຶ່ງ, ສປປ ລາວ ຮ່ວມກັບປະເທດຕ່າງໆ ໃນທົ່ວໂລກ ໄດ້ຈັດຕັ້ງການສະເຫຼີມສະຫຼອງວັນດັ່ງກ່າວ ເພື່ອເປັນການຢືນຢັນເຖິງຄວາມເອົາໃຈໃສ່ຢ່າງໜັກແໜ້ນ ຂອງພັກ ແລະ ລັດຖະບານ ກໍຄືປວງຊົນທັງຊາດ ໃນການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ການປົກປັກຮັກສາສິ່ງແວດລ້ອມ. ຈຸດປະສົງຂອງການສະເຫຼີມສະຫຼອງວັນດັ່ງກ່າວ ແມ່ນເພື່ອເປັນການປູກຈິດສຳນຶກໃຫ້ປະຊາຄົມໂລກ ກໍຄືພໍ່ແມ່ປະຊາຊົນລາວບັນດາເຜົ່າ ເຫັນໄດ້ຄວາມສຳຄັນ ຂອງສິ່ງແວດລ້ອມ ກໍຄືສະພາບການປ່ຽນແປງດິນຟ້າອາກາດ ເພື່ອຮ່ວມກັນປ້ອງກັນ, ແກ້ໄຂ ແລະ ມີສ່ວນຮ່ວມ ໃນການຫຼຸດຜ່ອນບັນຫາໂລກຮ້ອນ...

Continue reading

ຄຳມ່ວນ ຫາລືເພື່ອຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ ທີ່ອາດຈະເກີດຂຶ້ນໃນບັ້ນສອບເສັງຈົບ ມ.4 ແລະ ມ.7 ສົກຮຽນ 2025-2026

ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນ ໄດ້ຈັດກອງປະຊຸມຄະນະກໍາມະການກວດກາສະເພາະກິດ ເພື່ອຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນໃນບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ແລະ ມັດທະຍົມສຶກສາຕອນປາຍ (ມ.7) ປະຈຳສົກຮຽນ 2025-2026 ໃນວັນທີ 3 ມິຖຸນາ 2026 ທີ່ພະແນກດັ່ງກ່າວ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ເດດສັກດາ ມະນີຄໍາ ກໍາມະການປະຈໍາພັກແຂວງ, ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ, ມີບັນດາຄະນະພະແນກສຶກສາທິການ ແລະ ກິລາແຂວງ, ຮອງເຈົ້າເມືອງທັງ 10 ເມືອງ, ພະແນກການອອ້ມຂ້າງ, ຫົວໜ້າແລະ ຮອງຂະແໜງການ, ຫົວໜ້າສູນ ແລະ...

Continue reading

ເປີດໂອກາດສູ່ເສັ້ນທາງທີມຊາດ! ຮພກ ລົງເຄື່ອນໄຫວຄັດເລືອກ “ຊ້າງເຜືອກ” ສາຍກິລາ ຢູ່ຄຳມ່ວນ ແລະ ສະຫວັນນະເຂດ

ເພື່ອສືບຕໍ່ສ້າງ ແລະ ພັດທະນານັກກິລາຮຸ່ນສືບທອດທີ່ມີພອນສະຫວັນ ໃຫ້ກາຍເປັນກຳລັງແຮງສຳຄັນຂອງຊາດໃນອະນາຄົດ ໃນລະຫວ່າງວັນທີ 2-5 ມິຖຸນາ 2026 ນີ້, ຄະນະຮັບຜິດຊອບສອບເສັງຄັດເລືອກຈາກ ໂຮງຮຽນພອນສະຫວັນກິລາ-ກາຍຍະກຳ (ຮພກ), ສະຖາບັນກິລາ-ກາຍຍະກຳ ນຳໂດຍ ທ່ານ ປທ ອາເລັ່ງ ໄຊແສນສຸກ ຮອງຜູ້ອຳນວຍການໂຮງຮຽນພອນສະຫວັນກິລາ-ກາຍຍະກຳ ພ້ອມດ້ວຍຄະນະວິຊາການ ແລະ ຄູຝຶກ ລວມທັງໝົດ 13 ທ່ານ ໄດ້ລົງເຄື່ອນໄຫວປະຕິບັດໜ້າທີ່ຕົວຈິງ ໃນການຄັດເລືອກນັກຮຽນເຂົ້າສຶກສາຕໍ່ປະຈຳສົກຮຽນ 2026-2027 ຢູ່ທີ່ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ. ພາຍຫຼັງອອກເດີນທາງຕັ້ງແຕ່ວັນທີ 2 ມິຖຸນາ 2026 ແລະ...

Continue reading

ເປີດງານວາງສະແດງການສຶກສາສາກົນ “ຮຽນຕໍ່ກວາງຊີ 2026”

ງານວາງສະແດງການສຶກສາສາກົນ “ຮຽນຕໍ່ກວາງຊີ 2026” ໄດ້ຈັດຂຶ້ນເມື່ອວັນທີ 3 ມິຖຸນາ 2026 ທີ່ສະໂມສອນໃຫຍ່ມະຫາວິທະຍາໄລແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທ່ານ ຮສ.ປອ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສຈ.ປອ ເດຊານຸລາດ ແສນດວງເດດ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ຫວູຈິນຊາງ ຮອງຫົວໜ້າພະແນກສຶກສາເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ, ມີປຶກສາຝ່າຍການສຶກສາ ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ, ຜູ້ແທນຈາກສະຖາບັນການສຶກສາຊັ້ນສູງຂອງກວາງຊີ, ຄະນະຜູ້ແທນຈາກວິທະຍາໄລວິຊາຊີບ ເມືອງຫຼິວໂຈວ ພ້ອມດ້ວຍຄະນະຮັບຜິດຊອບ, ອາຈານ, ນັກສຶກສາ ແລະ...

Continue reading

ຄະນະຜູ້ແທນວິທະຍາໄລວິຊາຊີບ ເມືອງຫຼິວໂຈວ ຮ່ວມຊົມງານວາງສະແດງການສຶກສາກວາງຊີ ປະຈໍາປີ 2026 ທີ່ ມະຫາວິທະຍາໄລແຫ່ງຊາດ

ເມື່ອວັນທີ 3 ມິຖຸນາ 2026 ທີ່ສະໂມສອນໃຫຍ່ມະຫາວິທະຍາໄລແຫ່ງຊາດ, ທ່ານ ເຫວີຍ ຫາຍຈິນ ເລຂາທິການຄະນະກຳມະການພັກ ວິທະຍາໄລວິຊາຊີບ ເມືອງຫຼິວໂຈວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມ “ງານວາງສະແດງການສຶກສາກວາງຊີ ປະຈໍາປີ 2026” ໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ເຊິ່ງງານດັ່ງກ່າວເປັນການຮ່ວມກັນລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນການສຶກສາຊັ້ນສູງ ກວາງຊີ ພາຍໃຕ້ຫົວຂໍ້: “ຮຽນຕໍ່ກວາງຊີ ສ້າງອະນາຄົດດ້ວຍປັນຍາປະດິດ – AI ສ້າງຄວາມຝັນ ສັງລວມເອົາປັນຍາອາຊຽນ” ເພື່ອສ້າງເວທີຄຸນນະພາບສໍາລັບນັກຮຽນ ແລະ ຊາວໜຸ່ມລາວໃນການສຶກສາຕໍ່ຢູ່ກວາງຊີ, ມີທ່ານ ຮສ.ປອ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ...

Continue reading

ຫຼວງນໍ້າທາ ກຽມພ້ອມຮອບດ້ານ ເພື່ອຮັບປະກັນການສອບເສັງຈົບຊັ້ນ ມ.4 ແລະ ມ.7 ໃຫ້ດໍາເນີນໄປດ້ວຍຜົນສຳເລັດ

ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງນໍ້າທາ ໄດ້ມີຄວາມພ້ອມໃນການຈັດຕັ້ງການສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ແລະ ມັດທະຍົມສຶກສາຕອນປາຍ (ມ.7) ປະຈໍາສົກຮຽນ 2025-2026 ເພື່ອຮັບປະກັນໃຫ້ການສອບເສັງຄັ້ງນີ້ດໍາເນີນໄປຢ່າງເປັນເອກະພາບ, ມີຄວາມສະຫງົບ ແລະ ຖືກຕ້ອງຕາມລະບຽບການຢ່າງເຂັ້ມງວດ. ທ່ານ ບຸນໂຮມ ຈິດດາລາ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງນໍ້າທາ ໄດ້ລາຍງານໃຫ້ຮູ້ກ່ຽວກັບການຫ້າງຫາກະກຽມການສອບເສັງຈົບຊັ້ນສາຍສາມັນສຶກສາ ມ.4 ແລະ ມ.7 ປະຈໍາສົກຮຽນ 2025-2026 ວ່າ: ໂດຍປະຕິບັດຕາມແຈ້ງການຂອງຫ້ອງການ ກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 1998/ຫກ, ລົງວັນທີ 13 ພຶດສະພາ 2026, ທາງພະແນກສຶກສາທິການ ແລະ ກິລາແຂວງ...

Continue reading

ສສກ ເປີດບັ້ນສອບເສັງຈົບຊັ້ນ ມ.4 ແລະ ມ.7 ສົກຮຽນ 2025-2026 ເອກະພາບທົ່ວປະເທດ ຢ່າງເປັນທາງການ

ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມ ເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ແລະ ມັດທະຍົມສຶກສາຕອນປາຍ (ມ.7) ປະຈຳສົກຮຽນ 2025-2026 ເອກະພາບທົ່ວປະເທດ ຢ່າງເປັນທາງການ ໃນຕອນເຊົ້າວັນທີ 4 ມິຖຸນາ 2026 ທີ່ຫ້ອງປະຊຸມ 214 ກະຊວງສຶກສາທິການ ແລະ ກິລາ, ໃຫ້ກຽດເປັນປະທານ ແລະ ກ່າວເປີດໂດຍ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າກົມ ແລະ ສະຖາບັນ ພາຍໃນກະຊວງສຶກສາທິການ ແລະ ກິລາ, ບັນດາຮອງປະທານຄະນະກຳມະການປົກຄອງ-ປະທານການສອບເສັງຈົບຊັ້ນມັດທະຍົມສຶກສາເອກະພາບທົ່ວປະເທດ 18 ແຂວງ, ຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫຼວງ,...

Continue reading