ຈຳປາສັກ ເນັ້ນເຂັ້ມງວດລະບຽບການສອບເສັງ ມ.7 ທົ່ວແຂວງ, ສົກຮຽນນີ້ ມີນັກສອບເສັງ 3 ພັນກວ່າຄົນ
ແຂວງຈຳປາສັກ ໄດ້ມີພິທີເປີດການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ເອກະພາບ ທົ່ວປະເທດ ປະຈຳສົກຮຽນ 2025-2026 ໃນວັນທີ 17 ມິຖຸນາ 2026 ທີ່ໂຮງຮຽນ ມສ ຊົນເຜົ່າ ນະຄອນປາກເຊ, ເປັນກຽດາເຂົ້າຮ່ວມແລະ ເປີດຊອງຫົວບົດສອບເສັງວິຊາທຳອິດ (ພາສາລາວ-ວັນນະຄະດີ) ຂອງ ທ່ານ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງຈຳປາສັກ, ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳສັງຄົມ, ທັງເປັນປະທານຄະນະກຳມະການຮັບຜິດຊອບການສອບເສັງຂັ້ນແຂວງ, ທ່ານ ປອ ພູວົງ ອະໄພ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ, ຮອງປະທານຈັດການສອບເສັງ ແລະ ທ່ານ ບຸນຂົງ ຈັກວົງສາ ຫົວໜ້າພະແນກສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ກົມກວດກາ ກະຊວງສຶກສາທິການ ແລະ ກິລາ,...








