ເປີດບັ້ນສອບເສັງເສັງຈົບຊັ້ນມັດທະຍົມສຶກສາ ຕອນປາຍ ມ.7 ທົ່ວແຂວງໄຊສົມບູນ
17/06/2026

ແຂວງໄຊສົມບູນ ໄດ້ເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ມ.7 ໃນຕອນເຊົ້າຂອງວັນທີ 16 ມິຖຸນາ ນີ້ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໂດຍການເຂົ້າຮ່ວມຂອງທ່ານ ນາງ ເພັດສະໄໝ ໂພໄຊຍະວົງ ຮອງປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນ, ມີທ່ານ ພຸດລໍາໄພ ທຽມພຣະສອນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະສະເພາະກິດ, ຄະນະອະນຸກຳມະການປະຈຳສູນສອບເສັງ ຕະຫຼອດຮອດ ບັນດາຄູອາຈານ ແລະ ນ້ອງນັກນັກຮຽນເຂົ້າຮ່ວມ.
ໂອກາດນີ້, ທ່ານ ພຸດລໍາໄພ ທຽມພຣະສອນ ໄດ້ລາຍງານຫຍໍ້ ກ່ຽວກັບການກະກຽມຄວາມພ້ອມໃນການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ມ.7 ປະຈໍາສົກຮຽນ 2025-2026 ມາຮອດປັດຈຸບັນ ແມ່ນມີການກະກຽມຄວາມພ້ອມຮອບດ້ານ ເປັນຕົ້ນແມ່ນ ໄດ້ແຕ່ງຕັ້ງຄະນະກຳມະການຮັບຜິດຊອບການສອບເສັງຝ່າຍຕ່າງໆຄົບຖ້ວນ, ແລະ ແບ່ງໜ້າທີ່ຄວາມຮັບຜິດຊອບ ຢ່າງຊັດເຈນ, ໄດ້ເຜີຍແຜ່ລະບຽບການສອບເສັງ ໃຫ້ແກ່ພະນັກງານ, ຄູອາຈານ ແລະ ນັກຮຽນຮັບຮູ້ຢ່າງທົ່ວເຖິງ ໂດຍສະເພາະແມ່ນລະບຽບການສອບເສັງ ແລະ ການໝາຍເຈ້ຍຕອບຂອງນັກສອບເສັງ ເນື່ອງຈາກວ່າການກວດບົດສອບເສັງແມ່ນຈະໄດ້ນໍາໃຊ້ເຄື່ອງຈັກກວດບົດ ພ້ອມນີ້ ກໍໄດ້ກວດກາຫ້ອງສອບ ເສັງໃຫ້ມີຄວາມສະອາດ, ເປັນລະບຽບ, ບັນຊີລາຍຊື່ ແລະ ອຸປະກອນຮັບໃຊ້ໃນການສອບເສັງເປັນທີ່ຮຽບຮ້ອຍແລ້ວ ໃນນີ້ທົ່ວແຂວງໄຊສົມບູນ ມີໂຮງຮຽນມັດທະຍົມສົມບູນ ທັງໝົດ 18 ແຫ່ງ, ກຳນົດເປັນ 9 ສູນສອບເສັງ, ມີ 48 ຫ້ອງສອບເສັງ, ມີນັກສອບເສັງທັງໝົດ 870 ກວ່າຄົນ, ຍິງ 330 ກວ່າຄົນ, ມີ 5 ວິຊາສອບເສັງ ຄື: ວິຊາພາສາລາວ-ວັນນະຄະດີ, ກຸ່ມວິຊາວິທະຍາສາດສັງຄົມ, ກຸ່ມວິທະຍາສາດທໍາມະຊາດ, ພາສາອັງກິດ ແລະ ຄະນິດສາດ ສ່ວນມື້ດຳເນີນການສອບເສັງ ແມ່ນເລີ່ມແຕ່ວັນທີ 17-19 ມີຖຸນາ 2026 ພ້ອມກັນໃນຂອບເຂດທົ່ວປະເທດ.
ໃນໂອກາດມີຄໍາເຫັນ ແລະ ກ່າວເປີດບັ້ນສອບເສັງ ຢ່າງເປັນທາງການ, ທ່ານ ນາງ ເພັດສະໄໝ ໂພໄຊຍະວົງ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການສອບເສັງ ຊຶ່ງເປັນການວັດແທກຄວາມຮູ້ ແລະ ປະເມີນຜົນຂອງການຮຽນຂອງນັກຮຽນທີ່ໄດ້ຮໍ່າຮຽນຜ່ານມາ ພ້ອມນີ້ ທ່ານຍັງໄດ້ເນັ້ນໜັກໃຫ້ອະນຸກຳມະການຝ່າຍຕ່າງໆ ຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ຕາມການມອບໝາຍ, ປະຕິບັດກົດລະບຽບການສອບເສັງທີ່ວາງອອກຢ່າງເຂັ້ມງວດ, ມີຄວາມສັດຊື່ບໍລິສຸດ, ໂປ່ງໃສ ແລະ ມີຄວາມຍຸຕິທໍາ ເພື່ອໃຫ້ການສອບເສັງຄັ້ງນີ້ມີຜົນສຳເລັດຢ່າງຈົບງາມ ດຳເນີນໄປດ້ວຍຄວາມເປັນລະບຽບຮຽບຮ້ອຍ ແລະ ສຳເລັດຕາມແຜນທີ່ວາງໄວ້ ສ່ວນບັນດານັກຮຽນກໍຕ້ອງປະຕິບັດລະບຽບການສອບເສັງ ຢ່າງເຄັ່ງຄັດ ໃນໄລຍະການສອບເສັງບໍ່ໄດ້ທ່ຽວຫຼິ້ນ ແລະ ໃຫ້ພ້ອມກັນເອົາໃຈໃສ່ຄົ້ນຄົ້ວບົດຮຽນ ເພື່ອໃຫ້ສອບເສັງໄດ້ຄະແນນດີ ແລະ ໃຫ້ໄດ້ໄປຮຽນຕໍ່ວິຊາຊີບ ຫຼັງຈາກຮຽນຈົບມາ ກໍຈະສາມາດປະກອບອາຊີບ, ມີລາຍໄດ້ທີ່ໝັ້ນຄົງ, ສາມາດກຸ້ມຕົນເອງ, ຊ່ວຍເຫຼືອຄອບຄົວ ແລະ ປະກອບສ່ວນພັດທະນາປະເທດຊາດໄດ້ ຮຽນຮູ້ວັນນີ້ ເພື່ອອານາຄົດວັນໜ້າ, ຄວາມຮູ້ນຳທາງ ຄຸນນະທຳນໍາຊີວິດ, ຄວາມພາກພຽນສ້າງຄົນ ຄວາມອົດທົນສ້າງຄວາມສຳເລັດ, ຈົບຢ່າງພາກພູມໃຈ ກ້າວໄປຢ່າງບໍ່ຢຸດຢັ້ງ.
ບກ: ຄຳສາວ ເລືອງຄຳທິບ ຂ່າວ: ພຸດທະສອນ ເເວດສະວົງ














