Skip to main content

ສຳມະນາວິທະຍາສາດສື່ມວນຊົນ ພາຍໃຕ້ຫົວຂໍ້ “ພັດທະນາວຽກງານສື່ມວນຊົນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ”

17/06/2026
ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດສື່ມວນຊົນພາຍໃຕ້ຫົວຂໍ້ “ພັດທະນາວຽກງານສື່ມວນຊົນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ” ຂຶ້ນໃນວັນທີ 16 ມິຖຸນາ 2026 ທີ່ ຄອສພ, ໃຫ້ກຽດເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າ ຄອສພ, ຮອງປະທານສະພາທິດສະດີສູນກາງພັກ, ຜູ້ປະຈຳການຄະນະຮັບຜິດຊອບກະກຽມດຳເນີນກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I, ມີບັນດາບັນດາກຳມະການສົມບູນ ແລະ ສຳຮອງສູນກາງພັກ ພ້ອມດ້ວຍຄະນະພັກ-ຄະນະນຳຈາກບັນດາກະຊວງ, ອົງການ ແລະ ບັນນາທິການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ກ່າວວ່າ: ເພື່ອເປັນການກະກຽມບັນດາເອກະສານສຳຄັນເຂົ້າສູ່ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດຄັ້ງທີ 1 ໃຫ້ມີຜົນສຳເລັດຕາມລະດບຄາດໝາຍ ມີປະສິດທິຜົນສູງສຸດ ຈຶ່ງໄດ້ຈັດກອງປະຊຸມສຳມະນາວິທະຍາສາດວຽກງານສື່ມວນຊົນຂຶ້ນ ເພື່ອພ້ອມກັນຄົ້ນຄວ້າເນື້ອໃນຮ່າງບົດສະຫຼຸບການຕີລາຄາການເຄື່ອນໄຫວວຽກງານສື່ມວນຊົນໃນໄລຍະຜ່ານມາ ແລະ ການກຳນົດທິດທາງລວມຕໍ່ໜ້າ ຮອດປີ 2030 ພ້ອມທັງໄດ້ຄົ້ນຄວ້າລົງເລີກເນື້ອໃນຮ່າງມະຕິຂອງກົມການເມືອງສູນກາງພັກທີ່ຈະປ່ຽນແທນມະຕິ 36 ຂອງກົມກການເມືອງສູນກາງພັກກ່ຽວກັບການເພີ່ມທະວີການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດຕໍ່ສື່ມວນຊົນໃນໄລຍະໃໝ່ ລົງວັນທີ 19 ມິຖຸນາ 1993 ເຊິ່ງເຫັນວ່າເອກະສານດັ່ງກ່າວນີ້ ນຳໃຊ້ເປັນເວລາຍາວນານສົມຄວນແລ້ວ ສະນັ້ນ ເພື່ອສອດຄ່ອງກັບວຽກງານການພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່ ຕ້ອງໄດ້ຄົ້ນຄວ້າປັບປຸງຄືນ.
ກອງປະຊຸມສຳມະນາຄັ້ງນີ້ແມ່ນໄດັ້ລົງເລິກເອກະສານສຳຄັນທີ່ກ່າວມາຂ້າງເທິງນີ້ ເພື່ອກະກຽມໃຫ້ແກ່ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ 1 ແລະ ຖືວ່າເປັນກອງປະຊຸມຄັ້ງປະຫວັດສາດ ຄັ້ງທຳອິດຂອງວຽກງານສື່ມວນຊົນທົ່ວປະເທດ ທີ່ໄດ້ພ້ອມກັນສຸມໃສ່ສະຫຼຸບຕີລາຄາຄືນການເຄື່ອນໄຫວວຽກງານສື່ມວນຊົນໄລຍະຜ່ານມາ ແລະ ກຳນົດທິດທາງລວມຮອດປີ 2030 ເພື່ອໃຫ້ມີການຫັນປ່ຽນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ.
ໃນກອງປະຊຸມໃນຄັ້ງນີ້ ສະຫາຍ ປອ ຄຳມອນ ຈັນທະຈິດ ກຳມະການສຳ ຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຜ່ານບົດສະຫຼຸບວຽກ ຝງານສື່ມວນຊົນໃນໄລຍະຜ່ານມາ ແລະ ທິດທາງຮອດປີ 2030 ແລະ ສະຫາຍ ວັນສີ ກົວມົວ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຜ່ານຮ່າງມະຕິກົມການເມືອງສູນກາງພັກທີ່ຈະປ່ຽນແທນມະຕິ 36 ຂອງກົມການເມືອງສູນກາງພັກກ່ຽວກັບການເພີ່ມທະວີນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດຕໍ່ສື່ມວນຊົນໃນໄລຍະໃໝ່ລົງວັນທີ 19 ມິຖຸນາ 1993 ຈາກນັ້ນ ສະຫາຍປະທານກອງປະຊຸມໄດ້ມີຄຳເຫັນເຈາະຈີ້ມ ແລະ ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳເຫັນໃສ່ ສອງເອກະສານສຳຄັນດັ່ງກ່າວເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ.
ໃນຕອນທ້າຍກອງປະຊຸມ ສະຫາຍປະທານຂອງປະຊຸມໄດ້ກ່າວເນັ້ນໃຫ້ຄະນະຮັບຜິດຊອບກະກຽມດຳເນີນກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ເອົາໃຈໃສ່ສືບຕໍ່ປັບປຸງເນື້ອໃນເອກະສານສຳຄັນໃຫ້ມີເນື້ອໃນເລິກເຊິ່ງອຸດົມສົມບູນ ແລະ ວຽກງາງານປິ່ນອ້ອມຕ່າງໆໃຫ້ສຳເລັດຕາມແຜນການທີ່ວາງໄວ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ