ເປີດບຳລຸງຍົກລະດັບການສຶກສາຊັ້ນປະຖົມ ແລະ ມ.ຕົ້ນ ໃຫ້ພະນັກງານ-ກຳມະກອນໂຮງງານພາຍໃນເມືອງສີໂຄດຕະບອງ
17/06/2026

ໜ່ວຍງານການສຶກສານອກໂຮງຮຽນ ຫ້ອງການສຶກສາທິການ ແລະ ກິລາເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຮ່ວມກັບ ຫ້ອງການກຳມະບານເມືອງ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຈັດພິທີເປີດການຮຽນ-ການສອນ ເພື່ອລຶບລ້າງຄວາມບໍ່ຮູ້ໜັງສື ແລະ ບຳລຸງຍົກລະດັບການສຶກສາຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ ໃຫ້ແກ່ກຸ່ມເປົ້າໝາຍພະນັກງານ ແລະ ກຳມະກອນ ຕາມໂຮງຈັກໂຮງງານພາຍໃນເມືອງ ໃນວັນທີ 14 ມິຖຸນາ 2026 ທີ່ໂຮງງານຕັດຫຍິບ ຕຣີມາກ (Trimax) ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວິສັນ ສົມພົມ ຮອງຫົວໜ້າກົມການສຶກສານອກໂຮງຮຽນ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສັນຕິ ວັນນະສຸກ ຮອງປະທານຄະນະກຳມະການປົກຄອງເມືອງສີໂຄດຕະບອງ, ທ່ານ ສີທົນ ດາວພະສິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ ແລະ ທ່ານ ນາງ ມຸກດາ ແກ້ວສິດທິພົນ ຜູ້ອຳນວຍການໂຮງງານຕັດຫຍິບ ຕຣີມາກ ພ້ອມດ້ວຍແຂກຖືກເຊີນ, ຄະນະກຳມະການປົກຄອງບ້ານ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ອັກສອນ ສິນນະສອນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຜ່ານບົດລາຍງານການກະກຽມຄວາມພ້ອມ ແລະ ການຈັດຕັ້ງປະຕິບັດໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ແມ່ນອີງຕາມຂໍ້ຕົກລົງ ສະບັບເລກທີ 1006/ສສກ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການຮຽນ-ການສອນ ລຶບລ້າງຄວາມບໍ່ຮູ້ໜັງສື ແລະ ບຳລຸງຍົກລະດັບການສຶກສາ ໃຫ້ແກ່ກຸ່ມເປົ້າໝາຍທີ່ເຮັດວຽກຕາມໂຮງຈັກໂຮງງານ ແລະ ຂໍ້ຕົກລົງຂອງທ່ານປະທານຄະນະກຳມະການປົກຄອງເມືອງສີໂຄດຕະບອງ ສະບັບເລກທີ 16/ຄບມ.ສບ. ສະນັ້ນ, ໃນລະຫວ່າງວັນທີ 18 ຫາ 22 ກຸມພາ 2026, ທີມງານວິຊາການໄດ້ລົງເກັບກຳຂໍ້ມູນຕົວຈິງຢູ່ໂຮງງານເປົ້າໝາຍ 3 ແຫ່ງ ຄື: ໂຮງງານຕັດຫຍິບ ດິບຫວູ (Dipvou), ໂຮງງານຕັດຫຍິບ ຕຣີມາກ (Trimax) ແລະ ໂຮງງານຕັດຫຍິບ ຊານຕີກ (Santix) ເຊິ່ງມີພະນັກງານ-ກຳມະກອນທັງໝົດ 3,295 ຄົນ ຍິງ 2,029 ຄົນ ໃນນີ້ແບ່ງເປັນ ກຸ່ມອາຍຸ 15-35 ປີ ຈຳນວນ 1,854 ຄົນ ຍິງ 1,354 ຄົນ; ກຸ່ມບໍ່ຮູ້ໜັງສື (ກືກໜັງສື) ຈຳນວນ 2 ຄົນ ຍິງ 2 ຄົນ; ຮຽນບໍ່ຈົບຊັ້ນປະຖົມ ຈຳນວນ 49 ຄົນ ຍິງ 47 ຄົນ; ຮຽນບໍ່ຈົບຊັ້ນມັດທະຍົມຕອນຕົ້ນ (ມ.ຕົ້ນ) ຈຳນວນ 562 ຄົນ ຍິງ 507 ຄົນ.
ຜ່ານການປຶກສາຫາລືຮ່ວມກັນລະຫວ່າງ ພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ, ຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ຜູ້ຕາງໜ້າໂຮງງານເປົ້າໝາຍ ໄດ້ມີການຕົກລົງເລືອກເອົາ ໂຮງງານຕັດຫຍິບ ຕຣີມາກ ເປັນໂຮງງານທີ່ມີຄວາມພ້ອມ ແລະ ໃຫ້ການຮ່ວມມືດີທີ່ສຸດໃນການຈັດຕັ້ງຫ້ອງຮຽນທົດລອງ. ດັ່ງນັ້ນ, ເພື່ອຮັບປະກັນຄຸນນະພາບຂອງການສິດສອນ, ຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ສົ່ງຄູສອນ ຈຳນວນ 5 ຄົນ ຍິງ 2 ຄົນ ເຂົ້າຮ່ວມການຝຶກອົບຮົມການນໍາໃຊ້ຫຼັກສູດ ແລະ ທັກສະການສອນການສຶກສານອກໂຮງຮຽນ ເຊິ່ງໃນການຝຶກອົບຮົມຄັ້ງນີ້ ໄດ້ມີການແລກປ່ຽນບົດຮຽນກ່ຽວກັບການແຕ່ງບົດສອນ, ການສ້າງແຜນການສອນ ແລະ ວິທີສະຫຼຸບຫຍໍ້ເນື້ອໃນບົດຮຽນໃນ 4 ວິຊາຫຼັກ ຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ວິທະຍາສາດທຳມະຊາດ ແລະ ວິທະຍາສາດສັງຄົມ.
ຫຼັງຈາກນັ້ນ, ຄະນະຮັບຜິດຊອບທັງໝົດ ໄດ້ຮ່ວມປະຊຸມກັບຜູ້ບໍລິຫານໂຮງງານຕັດຫຍິບ ຕຣີມາກ ເພື່ອປຸກລະດົມກຳມະກອນ ແລະ ກະກຽມສະຖານທີ່ຈັດຕັ້ງການຮຽນ-ການສອນ ໂດຍໄດ້ກຳນົດເອົາວັນທີ 14 ມິຖຸນາ 2026 ເປັນມື້ເປີດສົກຮຽນຢ່າງເປັນທາງການ ເຊິ່ງການຮຽນ-ການສອນໃນຄັ້ງນີ້ ແມ່ນຈະດຳເນີນໄປເປັນເວລາ 17 ອາທິດ ລວມ 68 ຊົ່ວໂມງ ເລີ່ມແຕ່ວັນທີ 14 ມິຖຸນາ ຫາ ວັນທີ 11 ຕຸລາ 2026 ໂດຍຈະມີການສອນຄູ່ກັນໄປອາທິດລະ 2 ວິຊາ ຄື: ພາສາລາວ-ວັນນະຄະດີ + ເຄມີສາດ, ຄະນິດສາດ + ພູມສາດ, ຟີຊິກສາດ + ປະຫວັດສາດ ແລະ ຊີວະສາດ + ສຶກສາພົນລະເມືອງ.














