Skip to main content

ແຂວງອັດຕະປື ເປີດບັ້ນສອບເສັງຈົບຊັ້ນມັດທະຍົມຕອນປາຍ ມ.7 ປະຈຳສົກຮຽນ 2025-2026

17/06/2026
ໃນວັນທີ 16 ມິຖຸນາ 2026 ນີ້, ທີ່ຫໍປະຊຸມໃຫຍ່ແຂວງອັດຕະປື, ໄດ້ຈັດພິທີເປີດການສອບເສັງຈົບຊັ້ນມັດທະຍົມສຶກສາ (ມ.7) ທົ່ວແຂວງອັດຕະປື ປະຈຳສົກຮຽນ 2025-2026, ເປັນກຽດເຂົ້າຮ່ວມໂດຍທ່ານ ສີໄລ ສີສະແຫວງສຸກ ຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ທ່ານ ຂັນທະວອນ ທຳທຸມມາ ຮອງຫົວໜ້າພະແນກກວດກາຕິດຕາມ ແລະ ປະເມີນຜົນ, ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະຮັບຜິດຊອບ, ອະນຸກຳມະການທີ່ກ່ຽວຂ້ອງ ແລະ ນ້ອງໆນັກສອບເສັງ.
ການສອບເສັງຈົບຊັ້ນມັດທະຍົມສຶກສາ ມ.7 ເອກະພາບທົ່ວປະເທດ ປະຈຳສົກຮຽນ 2025-2026 ນີ້ ມີການສອບເສັງ 5 ວິຊາ ຄື: ພາສາລາວ-ວັນນະຄະດີ, ກຸ່ມວິຊາວິທະຍາສາດ-ທຳມະຊາດ, ກຸ່ມວິຊາວິທະຍາສາດ-ສັງຄົມ, ຄະນິດສາດ ແລະ ພາສາອັງກິດ. ການສອບເສັງຈະເລີ່ມແຕ່ວັນທີ 17-19 ມິຖຸນາ 2026.
ທ່ານ ພົງໃສ ກົມມະເມືອງ ຮອງຫົວໜ້າຂະແໜງສາມັນສຶກສາ ພະແນກ ສກຂ ອັດຕະປື ໄດ້ລາຍງານວ່າ: ທົ່ວແຂວງປະກອບມີ 5 ເມືອງ, ມີໂຮງຮຽນສາມັນສົມບູນທັງໝົດ 14 ແຫ່ງ. ຕົ້ນປີ ມີນັກຮຽນຊັ້ນ ມ.7 ຈຳນວນ 783 ຄົນ, ຍິງ 369 ຄົນ; ປັດຈຸບັນ ມີນັກຮຽນເຂົ້າຮ່ວມການສອບເສັງຈົບຊັ້ນ ມ.7 ທັງໝົດ 764 ຄົນ, ຍິງ 359 ຄົນ. ການສອບເສັງໄດ້ແບ່ງອອກເປັນ 12 ສູນ, 38 ຫ້ອງ. ໃນນັ້ນ ເມືອງໄຊເສດຖາ ມີ 2 ສູນ ຄື ມສ ໂພນນງາມ ແລະ ມສ ເສດຖາທິລາດ; ເມືອງສາມັກຄີໄຊ ມີ 5 ສູນ ຄືມສ ຈັນທາ, ມສ ຈະເລີນສຸກ, ມສ ໜອງລົມ, ມສ ໂພນໄຊ ແລະ ມສ ສົງ; ເມືອງສະໜາມໄຊ ມີ 2 ສູນຄື ມສ ສະໜາມໄຊ ແລະ ມສ ສົມສຸກ; ເມືອງຊານໄຊ ມີ 2 ສູນ ຄືມສ ຄຳເບໄຊ ແລະ ມສ ນ້ຳງອນ; ເມືອງພູວົງ ມີ 1 ສູນ ຄືມສ ນາງແຮ່ວ.
ພ້ອມນີ້, ໃນພິທີໄດ້ມີການຜ່ານຂໍ້ຕົກລົງການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳ ແລະ ອະນຸກຳມະການປະຈຳສູນສອບເສັງ, ພ້ອມທັງຂໍ້ກຳນົດ-ກົດລະບຽບ, ສິດ ແລະ ໜ້າທີ່ຂອງອະນຸກຳມະການຄວບຄຸມຫ້ອງສອບເສັງ ແລະ ນັກສອບເສັງ ຈາກຄະນະຮັບຜິດຊອບຊີ້ນໍາສູນສອບເສັງຢ່າງລະອຽດ ແລະ ຈະແຈ້ງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ.
ໃນໂອກາດດັ່ງກ່າວ, ທ່ານ ສີໄລ ສີສະແຫວງສຸກ ແລະ ທ່ານ ຂັນທະວອນ ທຳທຸມມາ ໄດ້ຜັດປ່ຽນກັນຂຶ້ນມີຄຳເຫັນ ໂດຍໃຫ້ທິດຊີ້ນຳຕໍ່ຄະນະຊີ້ນຳສູນສອບເສັງ, ອະນຸກຳມະການ ແລະ ພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍນັກສອບເສັງ ຈົ່ງຍົກສູງຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງເຄັ່ງຄັດ, ຖືກຕ້ອງ ແລະ ສອດຄ່ອງກັບລະບຽບຫຼັກການ, ເພື່ອເຮັດໃຫ້ການສອບເສັງຈົບຊັ້ນ ມ.7 ຂອງແຂວງອັດຕະປື ຄັ້ງນີ້ ດຳເນີນໄປດ້ວຍຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ບັນລຸຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
ໂດຍ: ພົມວິຫານ ໄຊຊະນະ ( ສກຂ ອັດຕະປື)

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ