Skip to main content

Author: Mitlandone Thepninhom

ເມືອງໂຂງ ເປີດບັ້ນສອບເສັງຈົບຊັ້ນ ມ.4 ສົກຮຽນ 2025-2026 ຢ່າງເປັນທາງການ ມີນັກຮຽນເຂົ້າຮ່ວມກວ່າ 440 ຄົນ

ໃນຕອນເຊົ້າວັນທີ 10 ມິຖຸນາ 2026 ຢູ່ທີ່ສູນສອບເສັງ ໂຮງຮຽນມັດທະຍົມສົມບູນ (ມສ) ຫ້ວຍ ເມືອງໂຂງ ແຂວງຈຳປາສັກ ໄດ້ມີພິທີເປີດຫົວບົດສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ (ມ.4) ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ, ເຂົ້າຮ່ວມເປັນປະທານໂດຍ ທ່ານ ສີລອງ ໄຊຍະສິດ ກຳມະການພັກເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງໂຂງ, ທ່ານນາງ ທິບພະຈັນ ແກ້ວສະຫວັນ ຕາງໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກແລະ ທ່ານ ສັນຕິ ສິງເສລີ ຮອງປະທານຄະນະກຳມະການຕາແສງດອນໂຂງ, ພ້ອມດ້ວຍຄະນະກຳມະການອະນຸກຳມະການສອບເສັງ, ຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ...

Continue reading

ລັດວິສາຫະກິດຫວຍພັດທະນາລາວ ມອບເງິນ 20 ລ້ານກີບ ຊ່ວຍສ້ອມແປງ ໂຮງຮຽນ ມ.ຕົ້ນ ຫ້ວຍໄລ

ລັດວິສາຫະກິດຫວຍພັດທະນາລາວ ໄດ້ມອບເງິນຊ່ວຍເຫຼືອສ້ອມແປງ ໂຮງຮຽນມັດທະຍົມຕອນຕົ້ນ (ມ.ຕົ້ນ) ຫ້ວຍໄລ, ເມືອງງາ, ແຂວງອຸດົມໄຊ ເປັນມູນຄ່າທັງໝົດ 20,000,000 ກີບ ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາຂະແໜງການສຶກສາ ກໍຄືການຟື້ນຟູສະພາບແວດລ້ອມການຮຽນ-ການສອນ ໃຫ້ກັບໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນໄລຍະຜ່ານມາ. ພິທີມອບ-ຮັບດັ່ງກ່າວ, ໄດ້ມີຂຶ້ນເມື່ອວັນທີ 9 ມິຖຸນາ 2026 ທີ່ລັດວິສາຫະກິດຫວຍພັດທະນາລາວ ໃຫ້ກຽດເຂົ້າຮ່ວມ ແລະ ມອບເງິນຊ່ວຍເຫຼືອ ໂດຍທ່ານ ພຸດທະສັກ ພົມມະຈັກ ຮອງຜູ້ອຳນວຍການ ລັດວິສາຫະກິດຫວຍພັດທະນາລາວ ແລະ ຮັບໂດຍ ທ່ານ ສີສະໝຸດ ແສນບຸດຕະລາດ...

Continue reading

ຄູສອນ ແລະ ພະນັກງານ 64 ທ່ານ ເມືອງໄຊຍະບູລີ ຮັບໃບຢັ້ງຢືນການຝຶກອົບຮົມຄອມພິວເຕີຂັ້ນພື້ນຖານ

ພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນການຝຶກອົບຮົມຄອມພິວເຕີຂັ້ນພື້ນຖານ ໃຫ້ແກ່ພະນັກງານວິຊາການ ແລະ ຄູສອນ ພາຍໃນເມືອງໄຊຍະບູລີ ໃນຕອນບ່າຍຂອງວັນທີ 8 ມິຖຸນາ 2026 ນີ້ ທີ່ສະໂມສອນພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ, ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ບຸນທະວີ ໂສພາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ພ້ອມດ້ວຍຕາງໜ້າຈາກຫ້ອງການສຶກສາທິການ ແລະ ກິລາເມືອງ, ຫົວໜ້າຂະແໜງ, ອຳນວຍການໂຮງຮຽນ, ຄູຝຶກ ແລະ ສຳມະນາກອນທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມ. ໃນພິທີ, ທ່ານ ນາງ ພອນມະນີ ທຳມະຈັນ ຫົວໜ້າສູນ ICT...

Continue reading

3 ແຂວງພາກເໜືອ ຂອງລາວ ແລະ ແຂວງກວາງນິ່ງ ສສ ຫວຽດນາມ ຫາລືຍົກສູງຄຸນນະພາບການຮ່ວມມືດ້ານການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ

ເມື່ອບໍ່ດົນມານີ້, ແຂວງໄຊຍະບູລີ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້: “ຍົກສູງຄຸນນະພາບການຮ່ວມມືດ້ານການສຶກສາ ແລະ ກໍ່ສ້າງ ລະຫວ່າງ 3 ແຂວງພາກເໜືອ ຂອງ ສປປ ລາວ (ແຂວງໄຊຍະບູລີ, ຫຼວງພະບາງ ແລະ ແຂວງຫົວພັນ) ແລະ ແຂວງກວາງນິ່ງ ສສ ຫວຽດນາມ”, ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ອິນທີ ຈັນປະເສີດເຮີ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ແລະ ທ່ານ ນາງ ເຈົ່າ ຮວາຍ ທູ ຮອງຫົວໜ້າພະແນກສຶກສາທິການ ແລະ ກໍ່ສ້າງ ແຂວງກວາງນິ່ງ, ມີ ທ່ານ ວູ່ ງອກ ລີ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກເໜືອລາວ ທີ່ແຂວງຫຼວງພະບາງ ເຂົ້າຮ່ວມ. ນອກນັ້ນ, ຍັງມີບັນດາທ່ານຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ ແລະ...

Continue reading

ມສ ພັນຊຳ ເປີດການສອບເສັງຈົບຊັ້ນ ມ.4 ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ

ໃນຕອນແລງຂອງວັນທີ 9 ມິຖຸນາ 2026 ຢູ່ທີ່ເດີ່ນໂຮງຮຽນມັດທະຍົມສົມບູນ (ມສ) ພັນຊຳ ເມືອງຊຳເໜືອ ແຂວງຫົວພັນ ໄດ້ມີການຈັດພິທີເປີດການສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ນາງ ເວີນພອນ ຄຳພົມສົມບັດ ຄະນະພັກຮາກຖານ, ເລຂາໜ່ວຍພັກ, ອຳນວຍການໂຮງຮຽນ ມສ ພັນຊຳ, ມີຄະນະກຳມະການຍາມຫ້ອງສອບເສັງ, ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບປະຈຳສູນ ພ້ອມດ້ວຍນັກສອບເສັງເຂົ້າຮ່ວມຢ່າງພ້ອມພຽງ. ສູນສອບເສັງ ມສ ພັນຊຳ ໃນສົກຮຽນນີ້ ມີນັກສອບເສັງເຂົ້າຮ່ວມທັງໝົດ 229 ນ້ອງ ຍິງ 142 ນ້ອງ...

Continue reading

ເປີດການຝຶກອົບຮົມພາສາຫວຽດ ຊຸດທີ 2 ຢ່າງເປັນທາງການ

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີເປີດການຝຶກອົບຮົມພາສາຫວຽດ ຊຸດທີ 2 ຂຶ້ນຢ່າງເປັນທາງການ ໃນວັນທີ 9 ມິຖຸນາ 2026 ທີ່ສູນຝຶກອົບຮົມພາສາຫວຽດ ໃຫ້ກຽດເຂົ້າຮ່ວມມີທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ວົງເພັດ ອຸດົມລິດ ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ທ່ານ ຫງວຽນ ງອກທັ່ງ ເລຂາເອກ ສະຖານທູດຫວຽດນາມ ປະຈຳລາວ ແລະ ທ່ານ ຮສ.ປອ ເລືອງມິງກື ຜູ້ອຳນວຍການມະຫາວິທະຍາໄລກິວລອງ ສສ ຫວຽດນາມ, ມີອະດີດການນຳກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງເຕັກໂນໂລຊີ ແລະ ການສຶ່ສານ, ບັນດາຫົວໜ້າກົມ, ຮອງກົມ ທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານ,...

Continue reading

ເມືອງທ່າພະບາດ ເປີດບັ້ນສອບເສັງຈົບ ມ.4 ສົກຮຽນ 2025-2026 ຢ່າງເປັນທາງການ

ໃນຕອນບ່າຍວັນທີ 9 ມິຖຸນາ 2026 ນີ້ ຢູ່ທີ່ໂຮງຮຽນມັດທະຍົມສົມບູນ (ມສ) ທ່າພະບາດ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດພິທີເປີດການສອບເສັງຈົບຊັ້ນ ມັດທະຍົມຕອນຕົ້ນ (ມ.4) ທົ່ວເມືອງທ່າພະບາດ ປະຈຳສົກຮຽນ 2025-2026 ຂຶ້ນຢ່າງເປັນທາງການ, ​ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ກອນ ຫຼວງພິທັກ ຄະນະປະຈຳພັກເມືອງ, ຮອງເຈົ້າເມືອງທ່າພະບາດ ແລະ ທ່ານ ໂສພາ ບານທະວົງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີຄະນະຫ້ອງການ, ຄະນະກຳມະການປະຈຳສູນສອບເສັງ, ຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ ແລະ ນ້ອງນັກຮຽນຊັ້ນ ມ.4 ເຂົ້າຮ່ວມຢ່າງພ້ອມພຽງ. ​ໃນພິທີ,...

Continue reading

“ວາຕາຣຸ ເອັນໂດ” ປະກາດພ້ອມພາທີມຊາດຍີ່ປຸ່ນ ສ້າງປະຫວັດສາດໜ້າໃໝ່ ໃນບານໂລກ 2026

ເມືອງແນດວິນ, ສະຫະລັດອາເມຣິກາ: ຄວາມເຄື່ອນໄຫວຫຼ້າສຸດຂອງທັບນັກເຕະທີມຊາດຍີ່ປຸ່ນ ໄດ້ເດີນທາງເຖິງເມືອງແນດວິນ, ລັດເທນເນດຊີ, ສະຫະລັດອາເມຣິກາ ເປັນທີ່ຮຽບຮ້ອຍແລ້ວ ເພື່ອລຸຍການແຂ່ງຂັນເຕະບານໂລກ 2026 ຮອບສຸດທ້າຍ ໂດຍການນຳທັບຂອງ ວາຕາຣຸ ເອັນໂດ (Wataru Endo) ກອງກາງຕົວເກັ່ງ ແລະ ຫົວໜ້າທີມຈາກສະໂມສອນ ລີເວີພູ ທີມດັ່ງຈາກພຣີເມຍລີກ ອັງກິດ. ການເດີນທາງມາເຖິງໃນຄັ້ງນີ້ ຍັງມີນັກເຕະຊື່ດັງຮ່ວມທີມມານຳຢ່າງຫຼວງຫຼາຍ ເປັນຕົ້ນແມ່ນ ໄດຈິ ຄາມາດະ (Daichi Kamada) ຈາກ ສະໂມສອນ ຄຣິດຕັນ ພາເລດ ແລະ ອາໂອະ ທານາກະ (Ao Tanaka) ຈາກສະໂມສອນ ລີດ ຢູໄນເຕັດ ທ່າມກາງການຕ້ອນຮັບຢ່າງອົບອຸ່ນຈາກແຟນບານຈຳນວນຫຼວງຫຼາຍທີ່ມາຄອຍຖ້າຢູ່ສະໜາມບິນ. ທາງດ້ານ ວາຕາຣຸ...

Continue reading