ເປີດການຝຶກອົບຮົມພາສາຫວຽດ ຊຸດທີ 2 ຢ່າງເປັນທາງການ
11/06/2026

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີເປີດການຝຶກອົບຮົມພາສາຫວຽດ ຊຸດທີ 2 ຂຶ້ນຢ່າງເປັນທາງການ ໃນວັນທີ 9 ມິຖຸນາ 2026 ທີ່ສູນຝຶກອົບຮົມພາສາຫວຽດ ໃຫ້ກຽດເຂົ້າຮ່ວມມີທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ວົງເພັດ ອຸດົມລິດ ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ທ່ານ ຫງວຽນ ງອກທັ່ງ ເລຂາເອກ ສະຖານທູດຫວຽດນາມ ປະຈຳລາວ ແລະ ທ່ານ ຮສ.ປອ ເລືອງມິງກື ຜູ້ອຳນວຍການມະຫາວິທະຍາໄລກິວລອງ ສສ ຫວຽດນາມ, ມີອະດີດການນຳກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງເຕັກໂນໂລຊີ ແລະ ການສຶ່ສານ, ບັນດາຫົວໜ້າກົມ, ຮອງກົມ ທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານ, ຄະນະຮັບຜິດຊອບສູນຝຶກອົບຮົມພາສາຫວຽດ ແລະ ນ້ອງນັກຮຽນພາຍໃນສູນເຂົ້າຮ່ວມຢ່າງພ້ອມພຽງ.
ສູນຝຶກອົບຮົມພາສາຫວຽດສ້າງຕັ້ງຂຶ້ນພາຍໃຕ້ການຮ່ວມມືລະຫວ່າງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ມະຫາວິທະຍາໄລກິວລອງ ສສ ຫວຽດນາມ ໄດ້ເລີ່ມຈັດຕັ້ງການຮຽນ-ການສອນ ໃນເດືອນກຸມພາ 2025 ເປັນຕົ້ນມາ ເພື່ອເປີດຮັບຄົນທົ່ວໄປທີ່ສົນໃຈຮຽນພາສາຫວຽດ ແລະ ກຽມພາສາຫວຽດໃຫ້ແກ່ຜູ້ທີ່ຈະໄປຮຽນຕໍ່ຢູ່ຫວຽດນາມດ້ວຍທຶນລັດຖະບານ ຫຼື ທຶນອື່ນໆ. ສູນດັ່ງກ່າວປະກອບມີພະນັກງານ ແລະ ຄູສອນຈຳນນ 10 ທ່ານ, ມີ 2 ຫ້ອງຮຽນທີ່ປະກອບດ້ວຍເຄື່ອງມື ອຸປະກອນການຮຽນທີ່ທັນສະໄໝເຮັດໃຫ້ນັກຮຽນມີຄວາມເຂົ້າໃຈດີຂຶ້ນ ແລະ ສາມາດສ້າງນັກສຶກສາທີ່ຈົບໄປແລ້ວໃນຊຸດທີ 1 ໄດ້ 200 ກວ່າຄົນ. ສຳລັບຊຸດທີ 2 ນີ້ ມີນັກຮຽນທັງໝົດ 79 ຄົນ ໃນນີ້ປະກອບມີທຶນລັດຖະບານ, ນັກຮຽນຊັ້ນມັດທະຍົມສຶກສາ, ປະລິນຍາຕີ ປະລິນຍາໂທ ແລະ ພະນັກງານທົ່ວໄປ. ເຊິ່ງໄດ້ຈັດການຮຽນການສອນທັງມື້ປົກກະຕິ ຈັນ-ສຸກ ແລະ ເສົາ-ອາທິດ ນອກຈາກນັ້ນຍັງໄດຈັດກິດຈະກຳແຂ່ງຂັນກິລາ ແລະ ສິລະປະໃນມື້ສຳຄັນຂອງຊາດອີກດ້ວຍ.
ໃນໂອກາດດັ່ງກ່າວ, ທ່ານ ຮສ.ປອ ເລືອງມິງກື ໄດ້ໃຫ້ກຽດກ່າວເປີດການຝຶກອົບຮົມພາສາຫວຽດ ຊຸດທີ 2 ຢ່າງເປັນທາງການ ພ້ອມທັງກ່າວໃຫ້ຮູ້ວ່າ: ການຮຽນພາສາຫວຽດແມ່ນຂົວຕໍ່ອັນສຳຄັນໃນການສື່ສານພາສາ ແລະ ຮ່ຳຮຽນວິຊາສະເພາະໃນລະດັບຕ່າງໆ ທັງເປັນການຮຽນຮູ້ດ້ານວັດທະນະທຳ ແລະ ເພື່ອເປັນການຮັດແໜ້ນສາຍພົວພັນຮ່ວມມືລະຫວ່າງ 2 ຊາດ ນອກຈາກນັ້ນທ່ານຍັງຈະສືບຕໍ່ສະໜັບສະໜຸນອຸປະກອນການຮຽນ-ການສອນອີກ 1 ຫ້ອງ ແລະ ງົບປະມານບໍລິຫານຈຳນວນໜຶ່ງອີກດ້ວຍ.
ໂອກາດດຽວກັນ, ທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ກໍໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຂອບໃຈມາຍັງສະຖານທູດຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນຊຸກຍູ້ໂຄງການນີ້ຢ່າງຕັ້ງໜ້າ ແລະ ຊ່ຽວຊານ, ຄູອາຈານ ທີ່ໄດ້ເອົາໃຈໃສ່ສິດສອນໃຫ້ນ້ອງນັກຮຽນ ໃຫ້ໄດ້ຮັບຄວາມຮູ້ພື້ນຖານດ້ານພາສາຫວຽດ ເພື່ອເປັນໃບເບີກທາງໃນການຮຽນຕໍ່ໃນລະດັບຕໍ່ໄປ. ດັ່ງທີ່ເຮົາຮູ້ນຳກັນດີແລ້ວວ່າ ສປ ລາວ ແລະ ສສ ຫວຽດນາມ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ ທີ່ມີສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ມາແຕ່ດົນນານ. ການຮ່ວມມືດ້ານການສຶກສາ ກໍແມ່ນໜຶ່ງໃນເສົາຄ້ຳທີ່ສຳຄັນທີ່ສຸດ ທີ່ໄດ້ປະກອບສ່ວນຮັດແໜ້ນສາຍພົວພັນອັນລ້ຳຄ່ານີ້ ໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນ. ການທີ່ມະຫາວິທະຍາໄລກິວລອງ ແຫ່ງ ສສ ຫວຽດນາມ ໄດ້ສົມທົບກັບ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຈັດຊຸດຮຽນກຽມພາສາຫວຽດ ຂຶ້ນໃນຄັ້ງນີ້ ຖືເປັນບາດກ້າວອັນໃໝ່, ເປັນຮູບປະທຳທີ່ຈະແຈ້ງ ໃນການຈັດຕັ້ງຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ ລະຫວ່າງສອງກະຊວງ, ສອງລັດຖະບານ. ເປົ້າໝາຍຂອງຊຸດຮຽນນີ້ ແມ່ນມຸ່ງເນັ້ນການສ້າງພື້ນຖານພາສາຫວຽດໃຫ້ແກ່ນັກຮຽນ-ນັກສຶກສາລາວ ຈຳນວນ 79 ຄົນ. ເຊິ່ງໃນນັ້ນ 57ຄົນ ທີ່ໄດ້ຮັບທຶນການສຶກສາຈາກລັດຖະບານ ສສ ຫວຽດ ນາມກ່ອນທີ່ຈະເດີນທາງໄປສຶກສາຕໍ່ໃນລະດັບຕ່າງໆເຊັ່ນ: ລະດັບມັດທະຍົມສຶກສາຕອນປາຍ, ລະດັບປະລິນຍາຕີ ແລະ ປະລິນຍາໂທ ຢູ່ ສສ ຫວຽດນາມ ໃນສົກຮຽນ 2026-2027. ນອກຈາກນີ້ຍັງມີນັກສຶກສາໄດ້ຮັບທຶນແລກປ່ຽນຂອງບັນດາສະຖານການສຶກສາຕ່າງໆຂອງ ສສ ຫວຽດນາມ ແລະ ຜູ້ສົນໃຈຮຽນພາສາຫວຽດອີກດ້ວຍ. ນີ້ບໍ່ພຽງແຕ່ເປັນການເປີດໂອກາດທາງການສຶກສາໃຫ້ແກ່ລູກຫຼານເຮົາເທົ່ານັ້ນ, ແຕ່ຍັງເປັນການສ້າງຂົວຕໍ່ທາງດ້ານພາສາ ແລະ ວັດທະນະທຳ ລະຫວ່າງປະຊາຊົນສອງຊາດ ໃຫ້ເຂົ້າໃຈກັນຢ່າງເລິກເຊິ່ງ.
ພ້ອມນັ້ນ, ທ່ານ ຍັງໄດ້ເນັ້ນໜັກຕື່ມໃຫ້ນ້ອງນັກຮຽນຈົ່ງຕັ້ງໃຈຮ່ຳຮຽນ, ໂດຍການຖືເອົາໂອກາດອັນມີຄ່ານີ້ ເປັນໃບເບີກທາງໄປສູ່ອະນາຄົດທີ່ສົດໃສ. ພາສາແມ່ນກຸນແຈ, ການສຶກສາຄືຂຸມຊັບ ແລະ ຂໍໃຫ້ພວກນ້ອງບໍ່ພຽງແຕ່ຮຽນເອົາພາສາເທົ່ານັ້ນ, ແຕ່ຈົ່ງຮຽນຮູ້ວັດທະນະທຳ, ຮີດຄອງປະເພນີ ແລະ ຈິດໃຈຮັກຊາດອັນດູດດື່ມ ຂອງປະຊາຊົນຫວຽດນາມອ້າຍນ້ອງ ເພື່ອນຳມາພັດທະນາປະເທດຊາດລາວເຮົາໃນຕໍ່ໜ້າ.
ພ້ອມດຽວກັນນັ້ນ, ທ່ານ ຫງວຽນ ງອກທັງ ເລຂາເອກຕາງໜ້າສະຖານທູດຫວຽດນາມ ໄດ້ຕີລາຄາສູງຕໍ່ການຮ່ວມມືລະຫວ່າງ 2 ຝ່າຍໃນການເປີດສູນຝຶກອົບຮົມພາສາຫວຽດນີ້ຂຶ້ນມາ ຖືເປັນນິມິດໝາຍອັນດີຕໍ່ມິດຕະພາບແບບພິເສດຫວຽດນາມ-ລາວ ແລະ ຈະສືບຕໍ່ໃຫ້ການສະໜັບສະໜູນ ອຳນວຍຄວາມສະດວກ ໃຫ້ແກ່ນັກສຶກສາລາວ ທີ່ໄປສຶກສາຕໍ່ທີ່ປະເທດຫວຽດນາມຢ່າງໄກ້ຊິດອີກດ້ວຍ.
















