3 ແຂວງພາກເໜືອ ຂອງລາວ ແລະ ແຂວງກວາງນິ່ງ ສສ ຫວຽດນາມ ຫາລືຍົກສູງຄຸນນະພາບການຮ່ວມມືດ້ານການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ
11/06/2026

ເມື່ອບໍ່ດົນມານີ້, ແຂວງໄຊຍະບູລີ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້: “ຍົກສູງຄຸນນະພາບການຮ່ວມມືດ້ານການສຶກສາ ແລະ ກໍ່ສ້າງ ລະຫວ່າງ 3 ແຂວງພາກເໜືອ ຂອງ ສປປ ລາວ (ແຂວງໄຊຍະບູລີ, ຫຼວງພະບາງ ແລະ ແຂວງຫົວພັນ) ແລະ ແຂວງກວາງນິ່ງ ສສ ຫວຽດນາມ”, ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ອິນທີ ຈັນປະເສີດເຮີ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ແລະ ທ່ານ ນາງ ເຈົ່າ ຮວາຍ ທູ ຮອງຫົວໜ້າພະແນກສຶກສາທິການ ແລະ ກໍ່ສ້າງ ແຂວງກວາງນິ່ງ, ມີ ທ່ານ ວູ່ ງອກ ລີ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກເໜືອລາວ ທີ່ແຂວງຫຼວງພະບາງ ເຂົ້າຮ່ວມ. ນອກນັ້ນ, ຍັງມີບັນດາທ່ານຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ ແລະ ແຂວງຫຼວງພະບາງ, ຫົວໜ້າພະແນກການຕ່າງປະເທດ, ອະທິການບໍດີ ມະຫາວິທະຍາໄລຮ່າລອງ ແຂວງກວາງນິ່ງ ພ້ອມດ້ວຍຕາງໜ້າຈາກຂະແໜງອາຊີວະສຶກສາ ແລະ ການສຶກສາຊັ້ນສູງ, ຂະແໜງສະຖິຕິ-ແຜນການ, ຂະແໜງກວດກາ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍຢ່າງພ້ອມພຽງ.
ໃນກອງປະຊຸມ, ບັນດາຜູ້ແທນໄດ້ພ້ອມກັນປະກອບຄຳເຫັນ ແລະ ແລກປ່ຽນບົດຮຽນຢ່າງກົງໄປກົງມາ ໂດຍໄດ້ຕີລາຄາສູງຕໍ່ຜົນງານການຮ່ວມມືດ້ານການສຶກສາໃນໄລຍະຜ່ານມາ. ພ້ອມດຽວກັນນັ້ນ, ກໍໄດ້ຍົກຂຶ້ນໃຫ້ເຫັນເຖິງຂໍ້ຫຍຸ້ງຍາກ ແລະ ບາງບັນຫາຄົງຄ້າງໃນການປະສານງານ ເພື່ອຮ່ວມກັນຄົ້ນຄວ້າຊອກຫາວິທີການ ແລະ ມາດຕະການໃນການປັບປຸງ ໂດຍສະເພາະແມ່ນການຍົກສູງປະສິດທິຜົນຂອງວຽກງານການຮັບສະໝັກ ແລະ ຄັດເລືອກນັກສຶກສາລາວ ທີ່ຈະໄປສຶກສາຕໍ່ຢູ່ແຂວງກວາງນິ່ງ.
ນອກນີ້, ຍັງໄດ້ປຶກສາຫາລືກ່ຽວກັບມາດຕະການເພີ່ມທະວີການປະສານງານ ລະຫວ່າງ ບັນດາອົງການ, ກົມກອງ ແລະ ມະຫາວິທະຍາໄລຕ່າງໆ ຂອງແຂວງກວາງນິ່ງ ໃນການຄຸ້ມຄອງ, ຕິດຕາມ ແລະ ສະໜັບສະໜູນນັກສຶກສາລາວ ທັງໃນໄລຍະກ່ອນ ແລະ ຫຼັງການບຳລຸງສ້າງເປັນແຕ່ລະລຸ້ນ, ຜ່ານແຕ່ລະໄລຍະ. ພ້ອມທັງໄດ້ສະເໜີກົນໄກສະເພາະໃນການປະສານງານດ້ານການສຶກສາ ແລະ ການກໍ່ສ້າງ ລະຫວ່າງ ບັນດາພະແນກການ, ຂະແໜງການ ແລະ ສະຖາບັນການສຶກສາຂອງທ້ອງຖິ່ນຕ່າງໆ ໃນໄລຍະປີ 2026-2030 ເພື່ອແນໃສ່ສືບຕໍ່ຍົກສູງປະສິດທິຜົນການຮ່ວມມືໃຫ້ມີຄຸນນະພາບໃໝ່.
ຜ່ານການປະເມີນເຫັນວ່າ ການຮ່ວມມືກໍ່ສ້າງຊັບພະຍາກອນມະນຸດຂອງສອງຝ່າຍ ສາມາດຈັດຕັ້ງປະຕິບັດໄດ້ເປັນຢ່າງດີ ແລະ ບັນລຸຕາມເປົ້າໝາຍທີ່ວາງໄວ້; ນັກສຶກສາລາວທີ່ສຳເລັດການສຶກສາຈາກສະຖາບັນການສຶກສາຕ່າງໆ ຂອງແຂວງກວາງນິ່ງ ລ້ວນແລ້ວແຕ່ມີຄຸນນະພາບສູງ, ເປັນທີ່ຍອມຮັບຂອງສັງຄົມ ແລະ ສາມາດປະກອບສ່ວນເຂົ້າໃນວຽກງານພັດທະນາເສດຖະກິດ-ສັງຄົມ ທັງໃນຂົງເຂດພາກລັດ ແລະ ເອກະຊົນຂອງ ສປປ ລາວ ຢ່າງມີປະສິດທິຜົນ.
ເພື່ອສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອແຫ່ງການຮ່ວມມືດັ່ງກ່າວ, ບັນດາ 3 ແຂວງພາກເໜືອຂອງລາວ ໄດ້ສະເໜີທິດທາງ ແລະ ກົນໄກການປະສານງານຮ່ວມມື ສໍາລັບໄລຍະປີ 2026-2030 ໂດຍເນັ້ນໜັກໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນວຽກງານການຄັດເລືອກນັກຮຽນ ທີ່ຈະໄປສຶກສາຕໍ່ຢູ່ແຂວງກວາງນິ່ງ ໃຫ້ມີຄຸນນະພາບສູງຂຶ້ນກວ່າເກົ່າ. ພ້ອມດຽວກັນນັ້ນ, ຕ້ອງເພີ່ມທະວີການປະສານງານຢ່າງໃກ້ຊິດຕິດແທດ ກັບພະແນກສຶກສາທິການ ແລະ ກໍ່ສ້າງ ແລະ ສະຖາບັນການສຶກສາຂອງແຂວງກວາງນິ່ງ ເພື່ອແນໃສ່ຍົກສູງປະສິດທິພາບໃນການຮ່ວມມື ແລະ ພັດທະນາຊັບພະຍາກອນມະນຸດຂອງທັງສອງຝ່າຍໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ໝັ້ນຄົງຕະຫຼອດໄປ.
ພາບ-ຂ່າວ: ສກຂ ໄຊຍະບູລີ
ຂ່າວທີ່ກ່ຽວຂ້ອງ















