Skip to main content

ມສ ພັນຊຳ ເປີດການສອບເສັງຈົບຊັ້ນ ມ.4 ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ

11/06/2026
ໃນຕອນແລງຂອງວັນທີ 9 ມິຖຸນາ 2026 ຢູ່ທີ່ເດີ່ນໂຮງຮຽນມັດທະຍົມສົມບູນ (ມສ) ພັນຊຳ ເມືອງຊຳເໜືອ ແຂວງຫົວພັນ ໄດ້ມີການຈັດພິທີເປີດການສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ນາງ ເວີນພອນ ຄຳພົມສົມບັດ ຄະນະພັກຮາກຖານ, ເລຂາໜ່ວຍພັກ, ອຳນວຍການໂຮງຮຽນ ມສ ພັນຊຳ, ມີຄະນະກຳມະການຍາມຫ້ອງສອບເສັງ, ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບປະຈຳສູນ ພ້ອມດ້ວຍນັກສອບເສັງເຂົ້າຮ່ວມຢ່າງພ້ອມພຽງ.
ສູນສອບເສັງ ມສ ພັນຊຳ ໃນສົກຮຽນນີ້ ມີນັກສອບເສັງເຂົ້າຮ່ວມທັງໝົດ 229 ນ້ອງ ຍິງ 142 ນ້ອງ ເຊິ່ງເປັນນັກຮຽນທີ່ມາຈາກ 5 ໂຮງຮຽນອ້ອມຂ້າງ ຄື: ໂຮງຮຽນ ມສ ພັນຊຳ, ໂຮງຮຽນ ມສ ຜາຖີ່, ໂຮງຮຽນ ມສ ສົງ, ໂຮງຮຽນ ມັດທະຍົມຕົ້ນກ້ານ ແລະ ໂຮງຮຽນ ເອັດໂອເອັດ (SOS).
ໃນພິທີ, ທ່ານ ນາງ ແສງເງີນ ທຳມະລີ ຫົວໜ້າໜ່ວຍງານຈັດຕັ້ງ ຫ້ອງການສຶກສາທິການ ແລະ ກິລາເມືອງຊຳເໜືອ ໄດ້ໃຫ້ກຽດຂຶ້ນຜ່ານກົດລະບຽບ ແລະ ຂໍ້ບັນຍັດຕ່າງໆ ຂອງການສອບເສັງ ເພື່ອໃຫ້ນ້ອງໆນັກສອບເສັງ ກໍຄືຄະນະກຳມະການຍາມຫ້ອງເສັງ ໄດ້ຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ຖືກຕ້ອງ, ເປັນລະບຽບຮຽບຮ້ອຍ ແລະ ມີຄວາມໂປ່ງໃສ.
ໃນຕອນທ້າຍຂອງພິທີ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກ ທ່ານ ນາງ ເວີນພອນ ຄຳພົມສົມບັດ ອຳນວຍການໂຮງຮຽນ ມສ ພັນຊຳ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ຄະນະກຳມະການທຸກທ່ານ ຈົ່ງຍົກສູງຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ ແລະ ໄດ້ຮຽກຮ້ອງມາຍັງນ້ອງໆ ນັກສອບເສັງທຸກຄົນ ຈົ່ງເອົາໃຈໃສ່ໃນການເຮັດບົດສອບເສັງຢ່າງສຸດຄວາມສາມາດ, ມາຮອດສູນສອບເສັງໃຫ້ທັນໂມງທັນເວລາ ແລະ ທີ່ສຳຄັນແມ່ນຕ້ອງເອົາໃຈໃສ່ໃນການແຕ່ງກາຍ, ການນຸ່ງຖືໃຫ້ຖືກຕ້ອງຕາມລະບຽບຫຼັກການ, ຮັກສາຄວາມເປັນລະບຽບຮຽບຮ້ອຍທັງໃນ ແລະ ນອກຫ້ອງສອບເສັງ ເພື່ອເຮັດໃຫ້ບັ້ນສອບເສັງຈົບຊັ້ນໃນສົກຮຽນນີ້ດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ.
ພາບ-ຂ່າວ: ມສ ພັນຊຳ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ