ສະໜາມເປີດ-ປິດ ແລະ ສະໜາມແຂ່ງຂັນຕ່າງໆ ຮອງຮັບງານກິລາຄົນພິການແຫ່ງຊາດ ຄັ້ງທີ IV ມີຄວາມພ້ອມເກືອບຮອບດ້ານແລ້ວ
ໃນວັນທີ 6 ທັນວາ 2025 ຜ່ານມາ, ຄະນະກຳມະການຈັດການແຂ່ງຂັນ ງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ນໍາໂດຍທ່ານ ນາງ ວິໄລວອນ ຈັນທະລາຕີ ຄະນະປະຈຳພັກນະຄອນຫຼວງ, ເລຂາພັກເມືອງໄຊເຊດຖາ, ຜູ້ປະຈຳການກອງເລຂາ ພ້ອມດ້ວຍບັນດາຫົວໜ້າ, ຮອງຫົວໜ້າກຳມະການ ແລະ ອະນຸກຳມະການຝ່າຍຕ່າງໆ ໄດ້ລົງຕິດຕາມກວດກາເບິ່ງຄວາມພ້ອມຂອງສະໜາມທີ່ຈະນຳໃຊ້ເຂົ້າໃນພິທີເປີດ-ປິດ ແລະ ສະໜາມແຂ່ງຂັນ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV.
ທ່ານ ລັດທະໄຊ ອິນທະວົງ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ທັງເປັນຫົວໜ້າກຳມະການພິທີເປີດ-ປິດ ລາຍງານໃຫ້ຮູ້ວ່າ: ມາເຖິງປັດຈຸບັນນີ້...








